ອະດີດພະນັກງານສັນຍາຈ້າງຝ່າຍສືບລັບຂອງສະຫະລັດ
ທ້າວ Edward Snowden ໃຊ້ເວລາ ມື້ທີ 4 ໃນວັນພຸດມື້ນີ້
ຫຼົບລີ້ຈາກສາຍຕາຂອງສາທາລະນະຊົນ ຢູ່ເດິ່ນບິນແຫ່ງນຶ່ງ
ໃນກຸງມົສກູ ຂະນະທີ່ເຈົ້າໜ້າທີ່ສະຫະລັດສືບຕໍ່ກົດດັນໃຫ້
ຣັດເຊຍສົ່ງໂຕຜູ້ກ່ຽວໃຫ້ຕົນ.
ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໄດ້ຢືນຢັນໃນວັນອັງຄານວານນີ້ວ່າ ທ້າວ Snowden ພັກຢູ່ໃນເຂດຢຸດແວ່ເພື່ອຜ່ານໄປຍັງອີກປະເທດນຶ່ງ ທີ່ສະໜາມບິນ Sherenetyevo ແຕ່ກ່າວວ່າ ທ່ານບໍ່ມີເຈດຕະນາໃດໆ ທີ່ຈະບໍ່ມອບໂຕຜູ້ກ່ຽວໃຫ້ ສະຫະລັດ.
ທ່ານ Putin ໄດ້ກ່າວເຊ່ນນັ້ນ ໃນຂະນະທີ່ຢ້ຽມຢາມປະເທດ ຟິນແລນ ໃນມື້ວານນີ້ ຊຶ່ງທ່ານໄດ້ຖືເບົາຂໍ້ກ່າວຫາທີ່ວ່າ ຣັດເຊຍກໍາລັງລະເມີດກົດໝາຍໃນເລື້ອງນີ້ ວ່າ “ບໍ່ມີເຫດ ຜົນແລະໄຮ້ສາລະ.” ທ່ານກ່າວວ່າ ຣັດເຊຍ ບໍ່ມີຂໍ້ຕົກລົງສົ່ງຜູ້ຮ້າຍຂ້າມແດນກັບສະຫະລັດ.
ທາງການສະຫະລັດຕ້ອງການຕົວທ້າວ Snowden ຍ້ອນຜູ້ກ່ຽວ
ໄດ້ເປີດເຜີຍສອງໂຄງ ການສອດແນມທີ່ສໍາຄັນສຸດຂອງສະຫະ
ລັດແລະຂໍ້ມູນລັບອື່ນໆອີກ ແຕ່ທ່ານ Putin ກ່າວວ່າ ທ້າວ
Snowden ບໍ່ໄດ້ເຮັດຜິດກົດໝາຍໃດໆຢູ່ໃນຣັດເຊຍ. ທ່ານຍັງ
ກ່າວອີກ ວ່າ ທ້າວ Snowden ມີອິດສະລະ ແຕ່ວ່າ ຖ້າລາວ
ເລືອກຈຸດໝາຍຢາຍທາງຂອງລາວໄດ້ໄວເທົ່າໃດ ກໍຈະຍິ່ງ
ເປັນການດີທີ່ສຸດ.
ທ່ານຍັງໄດ້ກ່າວອີກວ່າ ທ້າວ Snowden ນັ້ນບໍ່ເຄີຍເຮັດວຽກ
ໃຫ້ໜ່ວຍສືບລັບຂອງຣັດເຊຍ ຈັກເທື່ອ ແລະທ່ານຫວັງວ່າ
ບັນຫາດັ່ງກ່າວນີ້ ຈະບໍ່ກະທົບຕໍ່ສາຍພົວພັນກັບກຸງວໍຊິງຕັນ.
ກ່ອນໜ້ານັ້ນ ໃນວັນອັງຄານວານນີ້ ລັດຖະມົນຕີການຕ່າງ
ປະເທດສະຫະລັດ ທ່ານ John Kerry ໄດ້ກ່າວວ່າ ສະຫະ
ລັດບໍ່ໄດ້ຊອກຫາການປະເຊີນໜ້າກັນ ແລະຮຽກຮ້ອງໃຫ້
ສະງົບສະຕິອາລົມແລະມີເຫດຜົນ ໃນກໍລະນີຂອງທ້າວ Snowden.
ທ້ານ Snowden ໄດ້ບິນ ໄປກຸງມົສກູ ໃນວັນອາທິດແລ້ວນີ້
ຈາກຮົງກົງບ່ອນທີ່ລາວໄດ້ລົບລີ້ຢູ່ນັ້ນ.