ພວກຜູ້ເຄາະຮ້າຍທີ່ຖືກງູພິດຕອດ ໃນປະເທດອາຟຣິກາໃຕ້ ສູ້ຊົນເພື່ອຫາຢາແກ້ພິດ

ງູພິດຢູ່ໃນອາຟຣິກາໃຕ້ ເຂົ້າໄປຢູ່ໃນເຮືອບິນສ່ວນຕົວ.

ອົງ​ກາ​ນ​ອະ​ນາ​ໄມ​ໂລກ ຈັດ​ໃຫ້​ການ​ຖືກ​ງູ​ກັດ​ເປັນ​ໂຣກ​ເຂດ​ຮ້ອນ​ທີ່​ຖືກ​ລະ​ເລີຍ. ໃນ​ປະ​ເທດ ອາ​ຟ​ຣິ​ກາ​ໃຕ້ ແລະ ປະ​ເທດ​ອື່ນໆ​ຢູ່​ໃນ​ພາກ​ພື້ນ, ມັນ​ມີ​ອຸ​ປະ​ສັກ​ຢ່າງຫຼວງຫຼາຍ ເພື່ອ​ທີ່​ຈະ​ໄດ້​ຮັບ​ຢາ​ຕ້ານ​ພິດ​ທີ່​ຈຳ​ເປັນ​ເພື່ອ​ຊ່ວຍ​ຮັກ​ສາແຂນ, ຂາ ແລະ ຊີ​ວິດ​ຂອງ​ຄົນ​ໄວ້. ແຕ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ແມ່ນ​ກຳ​ລັງ​ພະ​ຍາ​ຍາມເຮັດ​ໃຫ້​ຢາ​ຕ້ານ​ພິດ​ມີ​ລາ​ຄາມ​ຖື​ກກວ່າ​ເກົ່າ, ປອດ​ໄພ​ຂຶ້ນ ແລະ ​ຜະ​ລິດ ງ່າຍກວ່າ​ເກົ່າ.

Your browser doesn’t support HTML5

ພວກຜູ້ເຄາະຮ້າຍທີ່ຖືກງູພິດຕອດ ໃນປະເທດອາຟຣິກາໃຕ້ ສູ້ຊົນເພື່ອຫາຢາແກ້ພິດ

ມັນ​ແມ່ນ​ລະ​ດູ​ຮ້ອນ​ໃນ​ພາກ​ໃຕ້​ຂອງ​ອາ​ຟ​ຣິ​ກາ. ນັ້ນ​ກໍ​ໝາຍ​ເຖິງ​ລະ​ດູ​ງູ​ຕອດ.

ທ່ານ ເຊກ ແວນ ວິກ, ຈາກ​ສະ​ຖາ​ບັນ​ງູ​ຕອດ ອາ​ຟ​ຣິ​ກາ ກ່າວ​ວ່າ “ພວກ​ມັນ​ຈະ​ຫ້າວ​ຫັນ​ກວ່າ​ເກົ່າ, ພວກ​ມັນ​ຈະ​ເຄື່ອນ​ຍ້າຍ​ໄປ​ມາ, ແລະ ພວກ​ເຮົາ​ຈະເຫັນ​ງູ​ຕອດ​ຄົນ​ຫຼາຍ​ຂຶ້ນ ໃນ​ຂະ​ນະ​ທີ່​ອຸນ​ຫະ​ພູມ​ເລີ່ມ​ອຸ່ນ​ຂຶ້ນ.”

ທ່ານ ເຊກ ແວນ ວິກ ຈາກ​ສະ​ຖາ​ບັນງູ​ຕອດ ອາ​ຟ​ຣິ​ກາ ຈະ​ດຳ​ເນີນ​ການ​ຝຶກ​ຊ້ອມ​ຕ່າງໆ​ຄື​ອັນ​ນີ້ ກ່ຽວ​ກັບ ວິ​ທີ​ຮັບ​ມື້​ກັບ​ງູ​ພິດ, ຄື​ງູ​ເຫົ່າ​ພວກ​ນີ້.

ໃນ​ພາກ​ໃຕ້​ຂອງ ອາ​ຟ​ຣິ​ກາ, ມັນ​ຍາກ​ທີ່​ຈະ​ຫາ​ສະ​ຖິ​ຕິ​ທີ່​ເຊື່ອ​ຖື​ໄດ້ ກ່ຽວ​ກັບ ຕົວ​ເລກ​ຂອງ​ການ​ຖືກງູຕອດ ແລະ ການ​ເສຍ​ຊີ​ວິດ​ປະ​ຈຳ​ປີ ຍ້ອນ​ການ​ຂາດ​ການ​ລາຍ​ງານ.

ທ່ານ ເດ​ວິດ ວິ​ລ​ລຽມ​ສ໌, ຜູ້​ຊ່ຽວ​ຊານ ກ່ຽວ​ກັບ ງູ​ຕອດ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ວ່າ “ນຶ່ງ​ໃນ​ສິ່ງ​ຕ່າງໆ ກ່ຽວ​ກັບຊຸມ​ຊົນ​ເຂດ​ຊົນ​ນະ​ບົດ ແລະ ໂດຍ​ສະ​ເພາະ​ປະ​ຊາ​ຊົນ​ຜູ້​ທີ່ບໍ່​ສາ​ມາດ​ຊື້​ຢາ​ສະ​ໄໝ​ໃໝ່​ກໍ​ແມ່ນ​ວ່າ ການ​ປິ່ນ​ປົວ​ອັນ​ທຳ​ອິດ​ຂອງ​ເຂົາ​ເຈົ້າ​ຈະເຮັດບໍ່​ແມ່ນ​ການ​ຜ່າ​ຕັດ​ຂອງ​ທ່ານ​ໝໍ, ແຕ່​ເປັນ​ຢາ​ປິ່ນ​ປົວ​ພື້ນ​ເມືອງ. ແລະ ສະ​ນັ້ນ, ກໍ​ລະ​ນີ​ທີ່​ວ່ານີ້​ແມ່ນບໍ່​ເຄີຍ​ຖືກ​ເກັບ​ກຳ​ໂດຍ​ບັນ​ດາ​ນັກ​ສ​ະ​ຖິ​ຕິ​ດ້ານການ​ແພ​ດ​ເລີຍ.”

ແມ່ນ​ກະ​ທັ້ງ​ຖ້າ​ຄົນ​ບໍ່​ຕາຍ, ງູ​ຕອດ ສາ​ມາດ​ເຮັດ​ໃຫ້​ເຂົາ​ເຈົ້າ​ເສຍ​ອົງ​ຄະ​ຖາ​ວອນ ຍ້ອນ​ວ່າ​ ມັນ​ເຮັດ​ໃຫ້​ເນື້ອ​ເຫຍື່ອ​ເສຍ​ຫາຍ.

ທ່ານ ເຊກ ແວນ ວິກ ກ່າວ​ວ່າ “ເຂົາ​ເຈົ້າ​ຈະ​ສູນ​ເສຍ​ການ​ເຮັດ​ວຽກ​ຢ່າງຫຼວງຫຼາຍ​ຢູ່​ໃນ​ແຂນ​ຂາ, ຍົກ​ຕົວ​ຢ່າງ​ຂາ, ເຂົາ​ເຈົ້າ​ຈະ​ບໍ່​ສາ​ມາດ​ຍ່າງ​ໄດ້. ເຂົາ​ເຈົ້າ​ຈະ​ສູນ​ເສຍ​ເນື້ອ​ເຫຍື່ອ​ຂອງ​ກ້າມ​ເນື້ອ​ຢ່າງຫຼວງຫຼາຍ​ຢູ່​ໃນ​ແຂນ​ຂອງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ຈະ​ເຮັດ​ນາບໍ່​ໄດ້, ຫຼື​ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ວຽກ. ເຂົາ​ເຈົ້າ​ບໍ່​ສາ​ມາດ​ທຳ​ມາ​ຫາ​ກິນ​ເພື່ອ​ລ້ຽງຄອບ​ຄົວ​ຂອງ​ເຂົາ​ເຈົ້າ.”

ແຕ່​ເຖິງ​ແມ່ນ​ຄົນ​ສາ​ມາ​ດຈະ​ອອກ​ຈາກ​ເຂດ​ຊົນ​ນະ​ບົດ​ເພື່ອ​ໄປ​ຫາ​ໂຮງ​ໝໍ​ທັນ​ເວ​ລາ​ກໍ​ຕາມ, ມັນ​ກໍ​ມີ​ສິ່ງ​ທ້າ​ທາຍ​ຕ່າງໆ.

ຢາ​ຕ້ານ​ພິດ​ອາດ​ມີ​ລາ​ຄາຫຼາຍ​ພັນ​ໂດ​ລາ. ບາງ​ຄັ້ງ​ມັນ​ຈະ​ຂາດ​ແຄນ ເພາະ​ວ່າ​ ມີ​ການ​ຜະ​ລິດ​ໃນ​ລະ​ດັບ​ຕ່ຳ.

ມັນ​ໄດ້​ຖືກ​ເຮັດ​ດ້ວຍ​ວິ​ທີ​ດຽວ​ກັນ​ເປັນ​ເວ​ລາ​ນຶ່ງ​ສັດ​ຕະ​ວັດ​ແລ້ວ. ພວກ​ໂຕ​ມ້າ​ຈະ​ຖືກ​ສີດ​ພິດ​ງູ​ໃສ່​ ຈຳ​ນວນ​ເລັກ​ນ້ອຍ. ແລ້ວ​ກໍ​ຂອງ​ແຫຼວ​ໃນ​ເລືອດ​ຂອງ​ພວກ​ມັນ, ເຊິ່ງ​ໄດ້​ສ້າງ​ພູມ​ຄຸ້ມ​ກັນ, ແມ່ນ​ຈະຖືກ​ເຮັດ​ເປັນ​ຜະ​ລິດ​ຕະ​ພັນ​ຕ້ານ​ພິດ ທີ່​ຖືກ​ສີດ​ເຂົ້າ​ໃສ່​ຜູ້​ເຄາະ​ຮ້າຍທີ່ຖືກ​ງູ​ຕອດ.

ແຕ່​ມັນ​ມີ​ອັນ​ຕະ​ລາຍ​ມາ​ພ້ອມ​ກັບ​ມັນ, ລວມ​ມີ​ອາ​ການ​ແພ້ ແລະ ຄວາມ​ເປັນ​ໄປ​ໄດ້ ​ຕໍ່​ການ​ຊັກຈາ​ກການ​ແພ້​ຮຸນ​ແຮງ.

ທ່ານ ເຄີດ ວິ​ບ​ເມີ, ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ວິດ​ວໍ​ເທີ​ສ​ແຣ​ນ ກ່າວ​ວ່າ “ບາງ​ຄົນ​ຕ້ອງ​ໄດ້​ຖ້າ​ເບິ່ງ​ແຍງ​ດ້ວຍ​ຢາ​ເສີມ ເຊັ່ນ ອາດ​ຣີ​ນາ​ລີນ ຫຼື ຢາ​ອື່ນໆ ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຈົ້າ​ຈະ​ລອດ​ຊີ​ວິດ​ຈາກ​ການ​ປິ່ນ​ປົວ.”

ທ່ານ ເຄີດ ວິບ​ເມີ ແມ່ນ​ນັກ​ວິ​ທະ​ຍາ​ສາດ​ຊາວ ອາ​ຟ​ຣ​ກາ​ໃຕ້ ຜູ້​ທີ່​ກຳ​ລັງ​ຄົ້ນ​ຄວ້າວິ​ທີ​ໃໝ່ ແລະ ທັນ​ສະ​ໄໝ​ກວ່າ​ເກົ່າ ກ່ຽວ​ກັບ ການ​ສ້າງ​ຢາ​ຕ້ານ​ພິດ.

ທ່ານ ເຄີດ ວິບ​ເມີ ກ່າວ​ວ່າ “ສະ​ນັ້ນ, ສິ່ງ​ທີ່​ພວກ​ເຮົາ​ເຮັດ​ກໍ​ແມ່ນ​ພວກ​ເຮົາ​ໄປ​ຫາ​ຜູ້​ຜະ​ລິດ​ຢາ​ຕ້ານ​ພິດ​ດຽວ​ກັນ​ນັ້ນ, ໄປ​ຫາ​ໂຕ​ມ້າ, ແລະ ຊອກ​ຫາ DNA ຈຳ​ນວນ​ນຶ່ງ ທີ່​ສາ​ມາດ​ເຮັດ​ຢາ​ຕ້ານ​ພິດສຸດ​ຍອດ​ພວກນີ້, ຜະ​ລິດ​ຕະ​ພັນ​ຢາ​ຕ້ານ​ພິດ​ສຸດຍອດພວກນີ້. ຫຼັງ​ຈາກ​ນັ້ນ​ ພວກ​ເຮົາ​ກໍ​ຈະ​ເອົາ DNA ພວກ​ນັ້ນ ແລະ ພວກ​ເຮົາ​ໂຄ​ລນ​ມັນ​ຢູ່​ໃນ​ຫ້ອງ​ທົດ​ລອງ, ແລະ ຫຼັງ​ຈາກ​ນັ້ນ​ ພວກ​ເຮົາ​ກໍ​ຈະ​ອະ​ນຸ​ມັດ​ການ​ນຳ​ໃຊ້​ມັນ.”

ຖ້າ​ປາ​ສະ​ຈາກ​ໂຕ​ມ້າ, ຜະ​ລິດ​ຕະ​ພັນດັ່ງ​ກ່າວ​ ຈະ​ປອດ​ໄພ ແລະ ສະ​ໝ່ຳ​ສະ​ເໝີຫຼາຍ​ຂຶ້ນ. ມັນ​ຈະ​ໃຊ້​ເວ​ລາຫຼາຍ​ປີ ກວ່າ​ຢາ​ຈະ​ອອກ​ຈາກ​ຫ້ອງ​ທົດ​ລອງ​ແລະ​ໄປ​ສູ່​ຄ​ລີ​ນິກ​ຕ່າງໆ. ແຕ່​ທ່ານ ວິບ​ເມີ ຄາດ​ວ່າ​ ຢາ​ແກ້​ພິ​ດ​ງູ​ຈະ​ມີ​ລາ​ຄາ​ພຽງ​ເສດ​ສ້ຽວ​ຂອງ​ລາ​ຄາ​ໃນ​ປັດ​ຈຸ​ບັນ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາອ​ັງ​ກິດ

It’s summer in Southern Africa. That means snake bite season.

(Sake van Wyk, African Snakebite Institute)

“They get more active, they start moving around, and we do see an increased number of bites as it starts warming up.”

Sake van Wyk from the African Snakebite Institute conducts trainings like this one on how to handle venomous snakes, like these cobras.

In Southern Africa, it’s hard to find trustworthy statistics on the numbers of bites and deaths annually due to a lack of reporting.

(David Williams, WHO Snakebite Expert)

“One of the things about rural communities and particularly people who can't afford modern medical care is that their first port of call is not the doctor's surgery, but the traditional healer. And so, those cases never get collected by health statisticians anyway.”

Even if people don’t die, snake bites can leave them with permanent disabilities because they cause tissue damage.

(Sake Van Wyk, African Snakebite Institute)

“Either they lose a lot of function in the limbs, for instance legs, they can't walk; they lose a lot of muscle tissue in their arms, they can't farm, or they can't work. They can't provide for their families.”

But even when people do manage to get from the rural areas to a hospital in time, there are challenges.

Anti-venom can cost thousands of dollars. Sometimes there are shortages because of low levels of production.

It’s been made the same way for over a century. Horses are injected with small amounts of venom. Then their blood plasma, which has produced immunity, is made into an antivenom product that is injected into snakebite victims.

But there are dangers that come with it, including allergic reactions and possible anaphylactic shock.

(Kurt Wibmer, University of the Witwatersrand)

“Somebody has to be standing by with accessory medicines like adrenaline or something to make sure that you survive the treatment.”

Kurt Wibmer is a South African scientist who is researching a new, more modern way of creating antivenom.

(Kurt Wibmer, University of the Witwatersrand)

“So, what we do is we go to those same producers of antivenom -- into the horses -- and look for the bits of DNA that can make these super antibodies, these super antivenom products. Then we take those DNA and we clone them in the lab, and we then improve them.”

Without the horses, the product is safer and more uniform. It will take many years to go from the lab to the clinic, but Wibmer expects the antivenom would cost only a fraction of the current price.