ບໍ່ເທົ່າໃດນາທີກ່ອນທີ່ຖ້ຽວບິນ 804 ຂອງສາຍການບິນ EgyptAir ຕົກລົງສູ່ທະເລ Me- diterranean ໃນຕອນເຊົ້າວັນພະຫັດຜ່ານມານີ້ ສັນຍານເຕືອນໄຟໄໝ້ໄດ້ດັງຂຶ້ນຢູ່ໃນຫ້ອງຄົນຂັບ ອີງຕາມຂໍ້ມູນຂອງຖ້ຽວບິນ.
ເວັບໄຊການບິນ Aviation Herald ທີ່ລາຍງານກ່ຽວກັບເລື້ອງຕ່າງໆ ຂອງອຸດສາຫະ ກຳການບິນ ພິມເຜີຍແຜ່ຂໍ້ມູນທີ່ສະແດງໃຫ້ເຫັນວ່າ ເຄື່ອງເຕືອນໄຟໄໝ້ຢູ່ໃນຫ້ອງນໍ້າ ໄດ້ດັງຂຶ້ນບໍ່ດົນກ່ອນເຮືອບິນຕົກ.
Aviation Herald ລາຍງານວ່າ ຕົນໄດ້ຮັບຂໍ້ມູນນີ້ ຜ່ານທາງລະບົບການສື່ສານ ແລະ ລະບົບລາຍງານຂອງເຮືອບິນ ຫຼື ACARS ທີ່ໃຊ້ໂດຍສາຍການບິນ ເພື່ອບັນທຶກຂໍ້ມູນຖ້ຽວບິນ ທີ່ສະແດງໃຫ້ເຫັນວ່າ ມີຄວັນໄຟຢູ່ໃນຫ້ອງນໍ້າເວລາ 2 ໂມງ 26 ນາທີ ຕາມເວ ລາທ້ອງຖິ່ນ.
ທ່ານ Tarek, ຍາດພີ່ນ້ອງຄົນນຶ່ງຂອງຜູ້ໂດຍສານໄດ້ຮ້ອງໃຫ້ຂຶ້ນ.
ໃນລະຫວ່າງນຶ່ງນາທີຕໍ່ມາ ເຄື່ອງເຕືອນໄພໄໝ້ອີກອັນນຶ່ງກໍໄດ້ດັງຂຶ້ນຫລັງຈາກນັ້ນສອງນາທີຕໍ່ມາ ເຄື່ອງເຕືອນອັນສຸດທ້າຍ ຂອງລະບົບ ACARS ກໍໄດ້ເຕືອນວ່າ ມີຄວັນໄຟຢູ່ໃກ້ກັບລະບົບອີເລັກໂທຣນິກແລະຢູ່ບ່ອນເຄື່ອງອຸບປະກອນຂອງເຮືອບິນ.
ບັນດາຄອບຄົວທີ່ພາກັນໂສກເສົ້າໄດ້ມາເຖິງຫ້ອງການ EgyptAir ທີ່ນະຄອນ Cairo.
ອົງການຄຸ້ມຄອງຄວາມປອດໄພການບິນຂອງຝຣັ່ງ ໄດ້ຢືນຢັນກ່ຽວກັບຄວາມຖືກຕ້ອງ ຂອງລາຍງານດັ່ງກ່າວ ແຕ່ໂຄສົກໄດ້ກ່າວວ່າ “ຍັງເປັນການໄວເກີນໄປທີ່ຈະຕີຄວາມ ໝາຍ ແລະເຂົ້າໃຈເຖິງສາເຫດຂອງອຸປະຕິເຫດ ຕາບໃດທີ່ເຮົາຍັງບໍ່ພົບເຫັນຊາກເຮືອ ບິນ ຫລືເຄື່ອງບັນທຶກຂໍ້ມູນຖ້ຽວບິນເທື່ອ.
ບັນດາເຈົ້າໜ້າທີ່ອີຈິບກໍທຳການສືບສວນກ່ຽວກັບການເຕືອນເຖິງຄວັນໄຟເຊັ່ນກັນ.
Your browser doesn’t support HTML5
People Pray in Cairo for EgyptAir Victims
ພວກຊອກຄົ້ນຫາໄດ້ພົບເຫັນຊາກສົບຂອງຜູ້ຄົນ ພ້ອມດ້ວຍສິ່ງຂອງຕ່າງໆຂອງຜູ້ໂດຍ ສານຢູ່ໃນເຮືອບິນ ແຕ່ຍັງກຳລັງຊອກຫາສ່ວນໃຫຍ່ຂອງຊາກເຮືອບິນນັ້ນຢູ່.
ໃນການຊອກຫາຮ່ອງຮອຍ ເພື່ອໃຫ້ເປັນທີ່ເຂົ້າໃຈວ່າ ເປັນຫຍັງເຮືອບິນອາຍພົ່ນໂດຍ ສານທີ່ບັນທຸກ 66 ຄົນຈຶ່ງຕົກລົງສູ່ທະເລ Mediterranean ຊຶ່ງບັນດາຄະນະຊອກຄົ້ນ ກຳລັງຊອກຫາຊິ້ນສ່ວນຂະໜາດໃຫຍ່ ຂອງເຮືອບິນ ຫລືບ່ອນທີ່ມີສັນຍານຈາກເຄື່ອງ ບັນທຶກຖ້ຽວບິນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Egypt Air