ໂທ​ລະ​ສັບສະຫຼາດ ໃຊ້​ແອັບ​ພ​ລີ​ເຄ​ຊັນ ເປັນ​ເຄື່ອງກວດ​ຈັບ​ ໂຣກ​ຊຶມ​ເສົ້າ

ນັກ​ສຶ​ກ​ສາ​ຍ່າງ​ຂ້າມ​ທາງ​ໂຮງ​ຮຽນ​ໃນ​ເມືອງ ຜອດ​ແລນ, ລັດ ອໍ​ເຣກອນ.

ອຸ​ປະ​ກອນ​ຕ່າງ ທີ່​ຖືກ​ຖິ້ມ​ໂທດ​ໃສ່​ສຳ​ລັບ​ການ​ເປັນ​ໂຣກ​ຊຶມ​ເສົ້າ​ໃນ​ໄວ​ໜຸ່ມ​ນັ້ນ ສາ​ມາດ
ນຳມາເປັນປະໂຫຍດ ໃນການເປີດເຜີຍມັນໄດ້ບໍ່? ການສຶກສາຕ່າງໆ ໄດ້ເຊື່ອມໂຍງ
ການໃຊ້ໂທລະສັບສະຫຼາດຢ່າງໜັກ ກັບການເຮັດໃຫ້ສຸຂະພາບຈິດຂອງເດັກໄວໜຸ່ມ
ຮ້າຍແຮງກວ່າເກົ່າ. ແຕ່ໃນຂະນະທີ່ພວກຊາວໜຸ່ມ ໃຊ້ເວລາໃນການເຂົ້າໄປຫຼິ້ນ ໃນ
ເວັບໄຊຄື ອິນສຕາແກຣມ, ສແນັບແຊັດ ແລະ ຢູທູບ ນັ້ນ, ເຂົາເຈົ້າອາດປະຮ່ອງຮອຍ
ທາງດິຈິຕອລ ທີ່ອາດບອກສັນຍານຕ່າງໆ ກ່ຽວກັບ ຄວາມສົມບູນທາງຈິດຂອງເຂົາເຈົ້າ.
ພຸດທະສອນ ຈະນຳເອົາລາຍລະອຽດ ຂອງເລື່ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງ​ລາຍ​ງານ ໂທ​ລະ​ສັບສະຫຼາດ ໃຊ້​ແອັບ​ພ​ລີ​ເຄ​ຊັນ ເປັນ​ເຄື່ອງກວດ​ຈັບ​ ໂຣກ​ຊຶມ​ເສົ້າ

ບັນ​ດາ​ນັກ​ຊ່ຽວ​ຊານ​ກ່າວ​ວ່າ ສັນ​ຍານ​ເຕືອນ​ຕ່າງໆ​ທີ່​ອາດ​ໄປ​ໄດ້​ນັ້ນ​ລວມ​ມີ ການ​ປ່ຽນ​
ແປງໃນການຂີດຂຽນ, ຄຸນນະພາບໃນການອອກສຽງ, ການເລືອກໃຊ້ຄຳເວົ້າ ແລະ
ນັກຮຽນຢູ່ບ້ານຈາກການບໍ່ໄປໂຮງຮຽນຫຼາຍສ່ຳໃດ.

ມັນ​ມີການ​ວັດ​ແທກ​ຈາກ​ໂທ​ລະ​ສັບ​ມື​ຖືຫຼາຍກວ່າ​ພັນ​ຢ່າງ, ອີງ​ຕາມ​ການ​ກ່າວ​ຂອງ​ ດ​ຣ.
ທອມມັສ ອິນແຊລ, ອະດີດຫົວໜ້າສະຖາບັນສຸຂະພາບຈິດແຫ່ງຊາດ, ເຊິ່ງແມ່ນອົງ
ການຄົ້ນຄວ້າດ້ານສຸຂະພາບຈິດທີ່ໃຫຍ່ທີ່ສຸດໃນໂລກ. ທ່ານ ອິນແຊລ ແມ່ນຜູ້ນຳໜ້າ
ໃນການເຄື່ອນໄຫວທາງຈິດ ຈາກການໃຊ້ໂທລະສັບສະຫຼາດ.

ບັນ​ດາ​ນັກ​ຄົ້ນ​ຄວ້າ​ແມ່ນ​ກຳ​ລັງ​ທົດ​ລອງ​ແອັບ​ພ​ລີ​ເຄ​ຊັນ ໂທ​ລະ​ສັບ​ມື​ຖື ທີ່​ໃຊ້​ປັນ​ຍາ​ປະ​
ດິດ ຫຼື AI, ເພື່ອຄາດເດົາໂຣກຊຶມເສົ້າ ແລະ ການທຳຮ້າຍຕົນເອງທີ່ອາດເປັນໄປໄດ້
ນັ້ນ. ການໃຊ້ໂທລະສັບສະຫຼາດເປັນເຄື່ອງກວດຈັບສຸຂະພາບຈິດ ຕ້ອງໄດ້ຮັບການ
ອະນຸຍາດຈາກບັນດາຜູ້ໃຊ້ ເພື່ອດາວໂຫຼດແອັບພລີເຄຊັນນັ້ນ, ແລະ ການອະນຸຍາດ
ກໍສາມາດຖືກຖອນໃນເວລາໃດກໍໄດ້.

ທ່ານ ນິກ ແອ​ລ​ເລັນ, ນັກ​ຈິດ​ຕະ​ສາດ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ອໍ​ເຣ​ກັອນ, ໄດ້​ສ້າງ​ແອັບ​
ພລີເຄຊັນນຶ່ງຂຶ້ນມາ ເພື່ອທົດລອງກັບຄົນໄວໜຸ່ມ ຜູ້ທີ່ເຄີຍພະຍາຍາມຂ້າຕົວຕາຍ.
ທ່ານ ແອລເລັນ ກ່າວວ່າ ອຸປະສັກທີ່ໃຫຍ່ທີ່ສຸດແມ່ນການສັງເກດ ສັນຍານວິກິດການ
ທາງຈິດ ໃນຂໍ້ມູນຢູ່ໂທລະສັບຂອງປະຊາຊົນ.

ການ​ຂ້າ​ຕົວ​ຕາຍ​ແມ່ນ​ສາ​ເຫດ​ທີ່​ນຳ​ໄປ​ສູ່​ການ​ຕາຍ​ສູງ​ເປັນ​ອັນ​ດັບ​ສອງ ໃນ​ໝູ່​ຄົນ​ອາ​
ຍຸລະຫວ່າງ 10 ຫາ 34 ປີໃນ ສະຫະລັດ. ໃນປີ 2015, ອັດຕາການຂ້າຕົວຕາຍໃນ
ເດັກຊາຍໄດ້ເພີ່ມຂຶ້ນເປັນ 14 ຄົນໃນທຸກໆ 100,000 ຄົນ ແລະ 5 ໃນທຸກໆ 100,000 ຄົນ ສຳລັບເດັກຍິງ. ການສຶກສາເມື່ອບໍ່ດົນມານີໄດ້ສະເໜີວ່າ ການໃຊ້ໂທ
ລະສັບສະຫຼາດເພີ່ມຂຶ້ນ ອາດເຮັດໃຫ້ວິກິດການດັ່ງກ່າວຮ້າຍແຮງກວ່າເກົ່າ.

ທ່ານ ອິນ​ແຊ​ລ ກ່າວ​ວ່າ ຄົນ​ຜູ້​ທີ່​ມີ​ບັນ​ຫາ​ທາງ​ຈິດ ປົກ​ກະ​ຕິ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ “ໃນ
ເວລາທີ່ເຂົາເຈົ້າຕົກຢູ່ໃນຂັ້ນວິກິດ ແລະ ຊ້າຫຼາຍ, ພວກເຮົາຢາກມີວິທີໃນການລະບຸ
ສັນຍານແຕ່ຕົ້ນທີ່ສຸດ.”

ຖ້າ​ໂທ​ລະ​ສັບ​ມື​ຖື​ສາ​ມາດ​ກາຍ​ເປັນ​ເຄື່ອງ​ຄາດ​ເດົາ​ທີ່​ມີ​ປະ​ສິດ​ທິ​ພາບ​ນັ້ນ, ບັນ​ດາ​ຜູ້​
ພັດທະນາແອັບພລີເຄຊັນທັງຫຼາຍກ່າວວ່າ ເປົ້າໝາຍອາດຈະເປັນການສະເໜີໃຫ້
ສົ່ງຂໍ້ຄວາມອັດຕະໂນມັດ ແລະ ເຊື່ອມໂຍງກັບການຊ່ວຍເຫຼືອ, ຫຼື ສົ່ງຂໍ້ຄວາມທາງ
ດິຈິຕອລ ຫາບັນດາພໍ່ແມ່, ແພດໝໍ ແລະ ຜູ້ຕອບສະໜອງຕໍ່ເຫດການຈຸທຳອິດ.

ບໍ​ລິ​ສັດ ເຟ​ສ​ບຸກ ໄດ້​ໃຊ້ກົນ​ໄກ “ການ​ຈັບສິ່ງບໍ່​ດີ.” ປີ​ກາຍນີ້, ຫຼັງ​ຈາກ​ການ​ຂ້າ​ຕົວ​ຕາຍ​
ໄດ້ຖືກສາຍອອກອາກາດສົດໃນເຟສບຸ ໄລຟ໌ ນັ້ນ, ບໍລິສັດດັ່ງກ່າວໄດ້ສອນລະບົບ AI
ຂອງເຂົາເຈົ້າ ໃຫ້ເບິ່ງຄຳເວົ້າຕ່າງໆ ໃນຂໍ້ຄວາມທີ່ຂຽນທາງອອນໄລນ໌ນັ້ນ ເຊິ່ງສາ
ມາດຄາດເດົາສິ່ງທີ່ອາດເປັນການທຳຮ້າຍຕົນເອງໄດ້. ຄຳເຫັນຕ່າງໆຂອງໝູ່ເພື່ອນ
ທີ່ສະແດງຄວາມເປັນຫ່ວງ ກ່ຽວກັບ ຄວາມສຸກຂອງຜູ້ໃຊ້ກໍແມ່ນສ່ວນນຶ່ງຂອງລະບົບ
ການກວດຫາດັ່ງກ່າວນັ້ນ.

ເຟ​ສ​ບຸກ ໄດ້​ຊ່ວຍ​ຜູ້​ຕອບ​ສະ​ໜອງ​ຕໍ່​ເຫດ​ການ​ຈຸ​ທຳ​ອິດ ໃຫ້​ໄປ​ເຖິງ​ຄົນປະ​ມານ 3,500
ຄົນຢ່າງວ່ອງໄວໃນປີທີ່ຜ່ານມາ. ແຕ່ບໍລິສັດດັ່ງກ່າວບໍ່ໄດ້ສະໜອງຂໍ້ມູນຕິດຕາມຂອງ
ຄົນພວກນັ້ນ.

ການ​ຄົ້ນ​ຄວ້າ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ລວມ​ມີ ການ​ສຶກ​ສາ​ກ່ຽວ​ກັບເດັກ​ໄວ​ໜຸ່ມ 200 ຄົນ​ຂອງ​
ປະມາວິທະຍາໄລ ສແຕນຝອດ. ຫຼາຍຄົນໃນນັ້ນມີຄວາມສ່ຽງເປັນໂຣກຊຶມເສົ້າ ຍ້ອນ
ການຖືກຂົ່ມຂູ່, ບັນຫາໃນຄອບຄົວ ຫຼື ບັນຫາອື່ນໆ. ຊາວໜຸ່ມ ຫຼາຍຄົນຜູ້ທີ່ໄດ້ເຂົ້າຮຽນ
ນັບຕັ້ງແຕ່ໂຮງຮຽນປະຖົມເປັນຕົ້ນມາ ໄດ້ຮັບແອັບພລີເຄຊັນການທົດລອງໃນໂທລະ
ສັບ ທີ່ມັນຈະຖາມເຂົາເຈົ້າກ່ຽວກັບ ອາລົມຂອງເຂົາເຈົ້າມື້ນຶ່ງສາມເທື່ອເປັນເວລາ 2
ອາທິດ.

ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ຄາ​ລິ​ຟໍ​ເນຍ, ໃນ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ ຫຼື UCLA ນັ້​ນ,
ບັນດານັກຄົ້ນຄວ້າໄດ້ສະໜອງການໃຫ້ຄຳປຶກສາທາງອອນໄລນ໌ ແລະ ແອັບພລີເຄ
ຊັນການທົດລອງໃນໂທລະສັບໃຫ້ພວກນັກສຶກສາ ຜູ້ທີ່ສະແດງອາການຢ່າງໜ້ອຍ
ແມ່ນໂຣກຊຶມເສົ້າເລັກນ້ອຍໃນການທົດລອງ. ມັນແມ່ນສ່ວນນຶ່ງຂອງຄວາມພະຍາ
ຍາມທີ່ໃຫຍ່ ທີ່ໄດ້ເປີດຕົວໃນປີ 2017 ໂດຍມະຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ ເພື່ອ​ຕໍ່​ສູ້​ກັບ​
ໂຣກຊຶມເສົ້າໃນບັນດານັກສຶກສາຂອງເຂົາເຈົ້າ. ນັກສຶກສາ UCLA ປະມານ 250
ຄົນໄດ້ຕົກລົງທີ່ຈະໃຊ້ແອັບດັ່ງກ່າວໃນລະຫວ່າງປີທຳອິດຂອງເຂົາເຈົ້າ.

ຢູ່​ມະ​ວິ​ທະ​ຍາ​ໄລ ອີ​ລີ​ນອຍ, ບໍ​ລິ​ເວນ​ນະ​ຄອນ ຊິ​ຄາ​ໂກ ນັ້ນ, ບັນ​ດາ​ນັກ​ຄົ້ນ​ຄວ້າ​ແມ່ນ​
ກຳລັງໃຊ້ການເກັບກຳແຫຼ່ງຂໍ້ມູນ ເພື່ອທົດສອບແອັບພລີເຄຊັນການທົດລອງໃນໂທ
ລະສັບຂອງເຂົາເຈົ້າ. ເກືອບ 2,000 ຄົນໄດ້ໂຫຼດເອົາແອັບດັ່ງກ່າວນັ້ນ ແລະ ໄດ້ຕົກ
ລົງທີ່ຈະໃຫ້ບັນດານັກຄົ້ນຄວ້າຕິດຕາມຄວາມປະພຶດໃນການພິມໜັງສືຂອງເຂົາເຈົ້າ.
ທ່ານ ອາເລັກສ໌ ລີໂອ, ສາສະດາຈານ ກ່ຽວກັບ ຈິດຕະສາດ ແລະຊີວະວິສະວະກຳ ຢູ່
ມະຫາວິທະຍາໄລດັ່ງກ່າວ, ໄດ້ຊ່ວຍເຫຼືອໃນການພັດທະນາແອັບທີ່ວ່ານັ້ນ.

ການ​ສຶກ​ສາ​ແມ່ນສຳ​ລັບຄົນ​ທີ່​ມີ​ອາ​ຍຸ 18 ປີແລະ ສູງກວ່າ​ນັ້ນ, ແຕ່​ທ່ານ ລີ​ໂອ ໄດ້​ກ່າວ
ວ່າ ມັນສາມາດໃຊ້ໄດ້ສຳລັບເດັກນ້ອຍ ຖ້າມັນປະສົບຄວາມສຳເລັດ.

ພ້ອມ​ກັບ​ການ​ສຶກ​ສາ​ຕ່າງໆ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ນັ້ນ, ບັນ​ດາ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ທັງ
ຫຼາຍ ເຊັ່ນບໍລິສັດ Mindstrong ແລະ Verily ເຊິ່ງແມ່ນຂະແໜງເທັກໂນໂລຈີດ້ານ
ສຸຂະພາບຂອງບໍລິສັດ ກູໂກ (Google) ນັ້ນ, ແມ່ນກຳລັງທົດສອບແອັບພລີເຄຊັນ
ການທົດລອງຂອງເຂົາເຈົ້າເອງ.

ອ່ານ​ລາຍ​ງານນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ