ການປຸງແຕ່ງອາຫານຕາມສັ່ງ, ການປຸງແຕ່ງອາຫານຂາຍຕາມງານວັດ ຫຼື ງານເທດສະການຕ່າງໆ ແມ່ນການດໍາເນີນທຸລະກິດຂະໜາດນ້ອຍໆ ທີ່ສາ ມາດສ້າງລາຍໄດ້ມາໃຫ້ຄອບຄົວ ດ້ວຍຄວາມໄວ້ວາງໃຈຈາກລູກຄ້າ ທີ່ລື້ງເຄີຍກັບອາຫານທີ່ກິນຢູ່ເປັນປະຈໍາ. ທິບສຸດາ ມີລາຍງານເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ປະຊາຊົນທີ່ອາໄສຢູ່ຕ່າງບ້ານ ອາດຈະມັກປຸງແຕ່ງອາຫານກິນດ້ວຍຕົນເອງໄດ້, ແຕ່ບາງຄັ້ງ ມັນກໍຂຶ້ນຢູ່ກັບຄວາມສະດວກແລະເວລາທີ່ເໝາະສົມໂດຍສະເພາະ ໃນຍາມບຸນ ຫຼືງານລ້ຽງຕ່າງໆທີ່ເຮົາສາມາດສັ່ງເອົາອາຫານກໍໄດ້ຈາກຜູ້ປຸງແຕ່ງ ອາຫານທີ່ເຮົາໄວ້ວາງໃຈ.
ດັ່ງນັ້ນ, ການປະກອບອາຊີບ ດ້ວຍການປຸງແຕ່ງອາຫານຕາມສັ່ງ ຫຼືການຂາຍອາຫານຢູ່ຕາມສະຖານທີ່ງານບຸນ ງານວັດ ຫຼືເທດສະການຕ່າງໆ ຈຶ່ງເປັນໂອ ກາດທີ່ດີສໍາລັບຜູ້ປະກອບອາຊີບດ້ານນີ້.
ຍານາງເກດສະດາ ທີ່ອາໄສຢູ່ໃນເມືອງຣີມິງຕັນ ລັດເວີຈີເນຍ ເຮັດອາຊີບປຸງແຕ່ງອາຫານພື້ນເມືອງຕາມສັ່ງ ໂດຍສະເພາະໃນຍາມທີ່ລູກຄ້າມັກສັ່ງ ໄປປະ ກອບສ່ວນໃນງານບຸນ ຫຼືຂາຍຍ່ອຍທົ່ວໄປ, ນອກນັ້ນ ເພິ່ນຍັງໄດ້ຈັດສັນເອົາອອກໄປຂາຍໃນຍາມທີ່ມີງານວັດ ງານບຸນປະເພນີຕ່າງໆ ເຊິ່ງອາຫານກໍມີຢູ່ຫຼາຍຢ່າງ ລວມມີຊີ້ນແຫ້ງປະເພດເຜັດ ແລະບໍ່ເຜັດ, ໄສ້ອົ່ວ, ໄສ້ກອກສົ້ມ, ໄສ້ ກອກຫວານ. ແຕ່ອາຫານທີ່ລູກຄ້າມັກສັ່ງ ໃນຍາມເຮັດບຸນເປັນສ່ວນຫຼາຍຫຼາຍ ແລະມັກສັ່ງເປັນປະຈໍາແມ່ນລາບ, ເຂົ້າປຸ້ນ ແລະອື່ນໆ..., ເຊິ່ງສັ່ງໃນແຕ່ລະຄັ້ງປະມານ 2 ຖາດລາບ, ຖ້າເປັນລາບຊີ້ນຖາດນ້ອຍລາຄາ 150 ໂດລາ, ຖາດໃຫຍ່ 300 ໂດລາ, ຖ້າເປັນລາບໄກ່ ຖາດໃຫຍ່ລາຄາ 250, ເຊິ່ງເພິ່ນໄດ້ເລົ່າໃຫ້ຟັງດັ່ງນີ້:
“ມັນກໍຂຶ້ນກັບວ່າ ເຂົາເຈົ້າສັ່ງຫຍັງ, ເຂົ້າປຸ້ນກໍ່ຂຶ້ນຢູ່ກັບວ່າເຂົາເຈົ້າສັ່ງໃຫຍ່ຊໍ່າໃດ ບາງເທື່ອກໍໝໍ້ລະຮ້ອຍ ສ່ວນຫຼາຍກໍຂາຍ 200, ເຂົ້າປຸ້ນກໍມີເຫຍື່ອມີຫຍັງລຽບລ້ອຍໃຫ້ 200 ກໍພໍດີກັນປະມານ 20 ຫາ 25 ຄົນນີ້ລະ.”
ຍານາງເກດສະດາບອກວ່າ ເພິ່ນປະກອບການຮັບປຸງແຕ່ງອາຫານຕາມສັ່ງນີ້ມາ ເປັນເວລາ 15 ປີແລ້ວ, ດັ່ງນັ້ນ ລູກຄ້າຂອງເພິ່ນສ່ວນຫຼາຍ ຈະເປັນລູກຄ້າທີ່ອາໄສຢູ່ໃນຂົງເຂດລັດເວີຈີເນຍ, ແລະລັດແມຣີແລນ ໂດຍໃນການສົ່ງໃຫ້ລູກຄ້າແຕ່ລະຄັ້ງຈະມີກໍານົດຢ່າງໜ້ອຍ 200 ໂດລາຂຶ້ນໄປ.
ນອກນັ້ນ, ເພິ່ນຍັງມີບ່ອນສົ່ງປະຈໍາທີ່ຮັບຊື້ອາຫານຈາກເພິ່ນໄປຂາຍຕໍ່ ເຊັ່ນຊີ້ນແຫ້ງ ແລະໄສ້ກອກຫວານ ທີ່ເອົາໄປສົ່ງໃຫ້ຮ້ານຄ້ານ້ອຍທີ່ຂາຍອາຫານ, ໂດຍທາງຮ້ານຈະສັ່ງໃນທຸກໆເດືອນ ເປັນຊີ້ນແຫ້ງເຜັດ 5 ພາວ, ຊີ້ນແຫ້ງບໍ່ເຜັດ 5 ພາວ, ເຊິ່ງສົ່ງ 1 ພາວໃນລາຄາ 30 ໂດລາ. ພ້ອມທັງໄສ້ອົ້ວຫວານໃນລາຄາ ສົ່ງ 6 ໂດລາຕໍ່ຖົງ ປະມານ 30-50 ຖົງໃນທຸກໆ 2 ເດືອນ.
ເພິ່ນກ່າວວ່າ ໂດຍສະເລ່ຍໃນທຸກໆເດືອນ ຈະມີການສັ່ງຈອງອາຫານຈາກລູກຄ້າປະມານຢູ່ສອງສາມຄັ້ງ, ນອກຈາກນີ້, ເພິ່ນຍັງໄດ້ຂາຍອາຫານຕາມງານວັດ ຫຼືງານປະເພນີຕ່າງໆໂດຍອາຫານທີ່ຂາຍໃນແຕ່ລະຖົງມີລາ 10 ໂດລາເທົ່າກັນ, ເຊິ່ງເພິ່ນໄດ້ເລົ່າສູ້ຟັງກ່ຽວກັບລາຍຮັບຈາກການຂາຍອາຫານວ່າ:
“ຄິດວ່າເຮົບໍ່ຂາດທຶນແລະກໍແລ້ວ, ຄືວ່າລົງທຶນໄປຊື້ຊີ້ນເປັນແກັດໃນແຕ່ລະເທື່ອກໍປະມານ 300 ຫາ 400 ບາງເທື່ອຈັງຂີ້ນ່າ ມັນຂຶ້ນກັບນໍ້າໜັກຂອງຊີ້ນ, ແລະເຮົາເອົາມາເຮັດອີກ ເຮົາກໍໂດ້ຢູ່ປະມານບໍ່ຫຼາຍດອກ ພໍໄດ້ມີເງິນໝູນຈັ່ງຊີ້ນະ, ມາໄດ້ກໍາໄລ ຄັນຄິດໄລ່ໂຕເລກ ຄັນເຮົາຊື້ມາ ສົມມຸດເຮົາລົງທຶນອາທິດນຶ່ງ 400 ເຮົາກໍຂາຍໄດ້ປະມານ 500 ຫາ 600 ຈັງຊີ້ນະ.”
ນອກຈາກນັ້ນ, ເພິ່ນຍັງຮັບສັ່ງອາຫານຈາກລູກຄ້າທາງໄກນໍາອີກດ້ວຍ ເຊິ່ງລູກຄ້າສາມາດໂອນເງິນ ຜ່ານ Zelle, Venmo, ເຊິ່ງເພິ່ນຈະສົ່ງເຄື່ອງໃຫ້ລູກຄ້າທາງ Priority Mail ຂອງຫ້ອງການໄປສະນີ ແລະລູກຄ້າຈະເສຍຄ່າສົ່ງເອງ.
ເວົ້າລວມແລ້ວ, ການເຮັດທຸລະກິດອາຫານຕາມສັ່ງຂອງຍານາງເກດສະດາ ກໍເປັນທຸລະກິດນ້ອຍໆແບບຄອບຄົວ, ອາດຈະບໍ່ໄດ້ສ້າງລາຍຮັບໄດ້ຫຼາຍ ແຕ່ກໍເປັນການໝູນວຽນທຶນ ໃນແຕ່ລະເດືອນ ທີ່ເຮັດໃຫ້ເພິ່ນມີວຽກເລັກໆນ້ອຍໆຫຼັງຈາກກິນບໍານານ.