ປະຊາຊົນລາວຍັງຄົງປະສົບຄວາມຫຍຸ້ງຍາກໃນການດຳລົງຊີວິດ ຍ້ອນບັນຫາ ພາວະເງິນເຟີ້. ເງິນເດືອນຂອງພະນັກ ງານລັດປົກກະຕິທີ່ເກືອບບໍ່ພໍໃຊ້ຢູ່ແລ້ວ ນັ້ນ ດຽວນີ້ແມ່ນບໍ່ພໍໃຊ້. ນໍ້າມັນເຊື້ອໄຟເປັນສິ່ງຈຳເປັນທີ່ສຸດໃນການດຳລົງ ຊີວິດ, ແລະ ມັນກໍເປັນສິ່ງທີ່ເຮັດຫັກເອົາເງິນຂອງປະຊາຊົນໄປຫຼາຍກວ່າໝູ່.
Your browser doesn’t support HTML5
ນັບແຕ່ທ້າຍປີ 2021 ເປັນຕົ້ນມາພາຍຫຼັງການສິ້ນສຸດການແຜ່ລະບາດຂອງ ພະຍາດໂຄວິດ-19 ແລະ ປະເທດລາວກໍ່ໄດ້ປະສົບກັບບັນຫາເສດຖະກິດຖົດຖອຍຕໍ່ເນື່ອງ ອັນມີຜົນມາຈາກອັດຕາເງິນເຟີ້, ອັດຕາແລກປ່ຽນເງິນກີບອ່ອນຄ່າ ແລະ ປະກອບກັບຄ່າຄອງຊີບຢູ່ບັນດາຕົວເມືອງຕ່າງໆມີການເພີ້ມຂື້ນຫຼາຍ ກວ່າ 50%. ສິນຄ້າມີລາຄາແພງໄດ້ສົ່ງສະທ້ອນໂດຍກົງຕໍ່ປະຊາຊົນທີ່ອາໄສຢູ່ໃນປະເທດ. ໃນຂະນະທີ່ປະຊາຊົນໃນຕົວເມືອງໃຫຍ່ເຊັ່ນນະຄອນຫຼວງ ວຽງຈັນ ກໍມີຄວາມຫຍຸ້ງຍາກຍ້ອນບັນຫາເສດຖະກິດຝືດເຄືອງນັ້ນ, ຜູ້ອາໄສຢູ່ຕ່າງແຂວງຕົວຢ່າງແຂວງຊຽງຂວາງ ທາງພາກເໜືອກໍຕົກຢູ່ໃນສະພາບທີ່ບໍ່ແຕກຕ່າງກັນ, ດັ່ງພະນັກງານທ່ານໜຶ່ງໄດ້ໃຫ້ຄຳຄິດເຫັນ ແລະ ເລົ່າເຖິງຄວາມຫຍຸ້ງຍາກໃຫ້ ພວກເຮົາຟັງວ່າ
“ລາຄາຊີ້ນໃນຕະຫຼາດຕາມທ້ອງຖິ່ນເຮົາແຕ່ກ່ອນກະໂລ 40 ພັນເນາະທີ່ວ່າບໍ່ທັນມີໂຄວິດ ຫຼື ເງິນເຟີ້. ຊີ້ນງົວກະໂລນຶ່ງ 70 ພັນເນາະ. ຜັກນາງຫາງຫຍ້າກະໂລລະພັນສອງພັນ. ເພາະວ່າເຮົາກະສາມາດຳລົງຊີວິດສະດວກສະບາຍ. ການຊື້ການຂາຍກະງ່າຍ. ປັດຈຸບັນເນາະ ຫຼັງທີ່ເປັນໂຄວິດມາແລ້ວປຶບ ເງິນກະເຟີ ອັດຕາແລກປ່ຽນກະຂຶ້ນ ການຢູ່ການກິນກະແພງ ຈາກແປ້ງນົວ ຫຼື ໝາກພິກໂລລະ 4-5000 ກາຍມາເປັນ 10-20 ພັນ. ເພາະວ່າເຮົາກະບໍ່ມີທາງແກ້ ຫຼືວ່າທາງອອກທີ່ວ່າດຳລົງຊີວິດແບບເກົ່າໆແຮງຂຶ້ນເລື້ອຍໆໄປ. ຍົກຕົວຢ່າງກະຄືຊີ້ນງົວໂລ 70 ປັດຈຸບັນໂລ 120,000. ຊີ້ນໝູຄືກັນເນາະ ໂລ 40 ໂລ 35, ປັດຈຸບັນກະໂລ 70-80. ເພາະວ່າຍາກແຫຼ້ວການດຳລົງຊີວິດ. ຢູ່ຍາກລຳບາກຫຼາຍພີ່ນ້ອງ. ເພາະ ວ່າເຮົາກະມີເງິນເດືອນລ້ານຫ້າ ສອງລ້ານບໍ່ຄ່ອຍກຸ້ມ ປັດຈຸບັນນີ້. ອີກຫຍັງກະແພງໝົດ ບໍ່ຢາກສະດວກສະບາຍຄືແຕ່ກ່ອນແລ້ວ. ນຳໝວກນໍ້າມັນຈາກລິດ 5 ພັນ-10 ພັນ ປັດຈຸບັນລະລິດ 20-30. ແຮງຂຶ້ນໄປເລື້ອຍເນາະ. ການດຳລົງຊີວິດແຕ່ລະມື້ນີ້ລຳບາກຫຼາຍ.”
ບັນຫາເງິນເຟີ້ກໍໄດ້ສົ່ງຜົນກະທົບຕໍ່ບັນດາຊາວໄຮ່ຊາວນາເຊັ່ນກັນໂດຍສະເພາະແມ່ນຜູ້ປູກສາລີ, ເພາະວ່າເຂົາເຈົ້າຕ້ອງໄດ້ກະກຽມດິນສຳລັບການປູກພືດຂອງເຂົາເຈົ້າ. ກ່ອນທີ່ຈະປູກພືດສາລີ, ເຂົາເຈົ້າຕ້ອງໄດ້ຂ້າຫຍ້າ, ແລະ ສັດຕູສັດພືດຕ່າງ, ເຊິ່ງເຂົາເຈົ້າຕ້ອງໄດ້ຊື້ຢາ ຫຼື ສານເຄມີຕ່າງໆມາຂ້າ. ສ່ວນຜູ້ທີ່ບໍ່ໄດ້ເກັບຜົນພືດໄວ້ເຮັດເບ້ຍນັ້ນກໍຕ້ອງໄດ້ລົງທຶນຊື້ເມັດ ຫຼື ເບ້ຍມາປູກ, ນັ້ນກໍຈະເຮັດໃຫ້ລາຍຈ່າຍສູງຂຶ້ນເກີນ 100% ຂອງມູນຄ່າເດີມ, ດັ່ງປະຊາຊົນບ້ານໜຶ່ງ ຢູ່ເຂດຫ່າງ ໄກຕົວເມືອງ ໄດ້ໃຫ້ສຳພາດກັບພວກເຮົາວ່າ.
“ຍາກຫຼາຍ, ແຕ່ກ່ອນເຮົາເຮັດສວນສາລີ ລາຄາແນວພັນສາລີ ປະມານ 600,000 ກີບ/ແກັດ, ລາຄາຢາຂ້າຫຍ້າປະ ມານ 600.000 ກີບ/ຕຸກ, ດຽວນີ້ເພີ້ມ ຄືປີນີ້ ລາຄາແນວພັນ ສາລີ 2,500,000 ກີບ/ແກັດ ລາຄາຢາຂ້າແມງໄມ້ ກະປະ ມານ 1,200,000 ກີບ/ຕຸກ. ບາດລາຍຂາຍສາລີ ໄດ້ກິໂລລະ 3,500 ກີບ/ໂລ, ໄລ່ໄປໄລ່ມາ ຄ່ານໍ້າມຸກນໍ້າມັນ, ຄ່າເຮັດບໍ່ໄດ້ໄລ່ ກະພໍແຕ່ກຸ້ມທືນ ແລະ ກະເຫຼືອເລັກໜ້ອຍ. ເຮົາຢາກໃຫ້ລາຄາສາລີ ນີ້ລະເພີ້ມຂື້ນແນ່ ລາຄານ້ຳມັນກະຢາກໃຫ້ຫຼຸດລົງ ເວລາໄປມາ ກໍ່ຈະໄດ້ປະຢັດຕື່ມອີກ”
ຕໍ່ກັບຄວາມຫຍຸ້ງຍາກດັ່ງກ່າວ ປະຊາຊົນທີ່ໄດ້ອາໃສ ຢູ່ໃນຕົວເມືອງ ກໍ່ໄດ້ມີ ການປັບວີຖິຊິວິດຂອງຕົນເອງໃຫ້ແທດເໝາະເຊັ່ນ: ຫຼຸດຜ່ອນບາງຄ່າໃຊ້ຈ່າຍ ທີ່ເຫັນວ່າບໍ່ມີຄວາມຈຳເປັນຕົວຢ່າງ ງານຊຸມແຊວ, ງານລ້ຽງ ຫຼື ງານສັງສັນ ອື່ນໆ. ບາງຄອບຄົວທີ່ມີແຜນໃນການກໍ່ສ້າງເຮືອນຊານ ກໍ່ພາກັນເລື່ອນອອກໄປ ຈົນກວ່າຈະສາມາດຮັບປະກັນດ້ວ່າ ພວກເຂົາສາ ມາດດຳເນີນທຸລະກຳນັ້ນໄດ້, ຈະບໍ່ໄປກະທົບໃນຊິວິດການເປັນຢູ່ຂອງເຂົາເຈົ້າຫຼາຍ. ເຊັ່ນດຽວກັນ, ປະຊາຊົນ ຢູ່ໃນຊົນລະບົດທີ່ລາຍຮັບບອບບາງ ທີ່ອາໄສຈາກການຂາຍຜະລິດຕະພັນກະ ສິກຳ, ເຄື່ອງຈັກສານ ແລະ ເຄື່ອງປ່າຂອງດົງ ກໍ່ໄດ້ພາ ກັນຫຼຸດຜ່ອນຄ່າໃຊ້ຈ່າຍທີ່ເຫັນວ່າບໍ່ມີຄວາມຈຳເປັນ.
ເຖິງຢ່າງໃດກໍ່ດີ, ເຫັນໄດ້ວ່າເສດຖະກິດທີ່ຫຍຸ້ງຍາກ ກໍໄດ້ສົ່ງຜົນໃຫ້ປະຊາຊົນ ໃນແຂວງຊຽງຂວາງ ມີຄວາມຕື່ນຕົວ, ມີ ການວາງແຜນຄ່າໃຊ້ຈ່າຍ ແລະ ເອົາໃຈໃສ່ ຊອກຫາລາຍຮັບໃຫ້ໄດ້ຫຼາຍຂື້ນ ເພື່ອເຂົາເຈົ້າສາມາດຢູ່ລອດ ມັນໄດ້ສ້າງວິໃສທັດ ແລະ ທັດສະນະຄະຕິທີ່ດີໃຫ້ແກ່ພວກເຂົາເຈົ້າ ເພື່ອປັບຕົວ ເຂົ້າກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດໃຫ້ໄດ້ ໂດຍຫັນມາປູກຜັກລ້ຽງ ສັດນ້ອຍຫຼາຍຂື້ນເພື່ອຮັບໃຊ້ໃນຄອບຄົວ ແລະ ບາງຄອບຄົວກໍ່ໄດ້ສ້າງເປັນອາຊີບເສີມ.