ອົບພະຍົບ ຫຼາຍພັນຄົນ ສືບຕໍ່ຫຼັ່ງໄຫຼ ເຂົ້າສູ່ ໂຄຣເອເຊຍ

ອົບພະຍົບ ລຽນແຖວກັນ ຫຼັງຈາກຂ້າມເຂດຊາຍແດນ ຈາກໂຄຣເອເຊຍ ໃກ້ກັບບ້ານ ຊາຄານີ, ປະເທດ ຮັງກາຣີ. 26 ກັນຍາ 2015.

ມີ​ອົບ​ພະຍົບ​ຕື່ມ​ອີກຫຼາຍ​ພັນ​ຄົນ, ເຊິ່ງຫຼາຍ​ຄົນ​ມາ​ຈາ​ກ ຊີ​ເຣຍ ​
ແລະ ອີ​ຣັກ ຫຼັ່ງ​ໄຫຼ​ເຂົ້າ​ໄປ​ໃນ​ປະ​ເທດ​ໂຄຣ​ເອ​ເຊຍ ​ໃນ​ວັນ​ເສົາ​
ວານ​ນີ້​ໃນ​ການ​ເດີນທາງ​ທີ່ໄດ້ຮັບ​ແຮງ​ບັນດານ​ໃຈໂດຍ​ຄວາມ
ຫວັງ​ ເພື່ອຈະມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ກວ່າ​ເກົ່າ​ ໃນຢູ​ໂຣບ.

ການ​ຫຼັ່ງ​ໄຫຼ​ຂອງ​ອົບພະຍົບ, ເຊິ່ງບັນດາ​ເຈົ້າ​ໜ້າ​ທີ່​ອະທິບາຍວ່າ ​
ບໍ່​ເຄີຍພົບ​ເຫັນ​ມາ​ກ່ອນ, ​ເກີດ​ຂຶ້ນມື້​ໜຶ່ງ​ຫຼັງ​ຈາກ​ໂຄ​ຣ​ເອ​ເຊ​ຍ​ ​ໄດ້
​ຍ້າຍ​ສິ່ງ​ກີດ​ກັ້ນ​ເຂດ​ຊາຍແດນ​ກັບເ​ຊີ​ເບຍ​ອອກ ແລະຍຸດຕິການ
ປະເຊີນໜ້າ ທີ່ມີມາເປັນເວລາໜຶ່ງ​ອາທິດ ທີ່​ໄດ້​ເຮັດໃຫ້ ​ສາຍ​ພົວ
ພັນ​ຂອງ​ທັງ​ສອງ​ປະ​ເທດບານ​ກັງ ​ເຄັ່ງ​ຕຶງ​ຢ່າງ​ຮຸນ​ແຮງ.

ເຫດການ​ດັ່ງກ່າວ​ກໍ​ຍັງ​ໄດ້​ເກີດ​ຂຶ້ນ 2 ມື້​ຫຼັງ​ຈາກ​ກອງ​ປະຊຸມ​ໃຫຍ່​ສຸກ​ເສີນຂອງ ສະຫະພາບ
ຢູ​ໂຣບ ທີ່​ໄດ້​ປະຊຸມ​ກັນ​ເພື່ອ​ແກ້ໄຂບັນຫາ​ການ​ເຄື່ອນ​ຍ້າຍ​ຂອງ​ມວນ​ມະນຸດ​ທີ່​ໃຫຍ່​ທີ່​ສຸດ​ຢູ່​
ໃນ​ທະວີບ ຕັ້ງ​ແຕ່​ການ​ສິ້ນ​ສຸດ​ຂອງ​ສົງຄາມ​ໂລກຄັ້ງ​ທີ​ 2.

ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງຈາກ​ເຂດ​ຊາຍ​ແດນເປີດ ອົບ​ພະຍົບຊຶ່ງກະປະມານ 10,000
ຄົນ ​ໄດ້​ຂ້າມ​ເຂົ້າ​ສູ່ໂຄຣ​ເອ​ເຊຍ. ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ນະຄອນຫຼວງ Zagreb ກ່າ​ວວ່າ ອົບ​
ພະ​ຍົບ ປະມານ 65,000 ຄົນ ​ໄດ້​ເຂົ້າມາ​ໃນ​ປະ​ເທດ​ ທີ່​ມີ​ປະຊາກອນ 4 ລ້ານ 5 ແສນ​ຄົນ
ພາຍ​ໃນໄລຍະ 10 ມື້​ທີ່​ຜ່ານ​ມານີ້.

ອົງການ​ຂ່າວ​ຂອງ ຝຣັ່ງ ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ໂຄຣ​ເອ​ເຊຍທີ່ກ່າວວ່າ​ ລັດຖະບານ​
ອາດ​ຈະ​ໃຫ້ບ່ອນພັກພາອາໄສ ແກ່ພວກທີ່ມາຮອດ​ໃໝ່​ ເປັນການຊົ່ວຄາວ ​ທີ່ຖານ​ທັບ​ Yu-
goslavia ​ເກົ່າ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

ໃນອີກດ້ານນຶ່ງ​ນັ້ນ ​ໃນ​ວັນ​ເສົາ​ວານ​ນີ້, ການ​ຢັ່ງ​ຫາງ​ສຽງ​ໃນ​ເຢຍຣະ​ມັນ ​ໄດ້​ສະ​ແດງ​ໃຫ້​ເຫັນ​
ວ່າ ຄວາມນິຍົມຂອງນາຍົກລັດຖະມົນ​ຕີ Angela Merkel ແມ່ນໄດ້ຫຼຸດລົງ ໃນໄລຍະສອງ ສາມອາທິດທີ່ຜ່ານມາ, ເນື່ອງ ຈາກທ່ານນາງ ໄດ້ພະຍາຍາມທີ່ຈະໃຫ້ການຕ້ອນຮັບແກ່ອົບ
ພະຍົບຕື່ມອີກຫຼາຍແສນຄົນ.

Your browser doesn’t support HTML5

Europe Migrants