ນາຍົກ ສະໂລເວເນຍ ຮຽກຮ້ອງ ໃຫ້ເອົາບາດກ້າວ ຮີບດ່ວນ ຮັບມື ວິກິດການ ອົບພະຍົບ

ນາຍົກລັດຖະມົນຕີສໂລເວເນຍ ທ່ານ Miro Cerar ກ່າວຄຳປາໄສ ຕໍ່ກອງປະຊຸມສຸດຍອດ ການພັດທະນາ ແບບຍືນຍົງ ປີ 2015 ທີ່ສຳນັກງານໃຫຍ່ ສປຊ (25 ກັນຍາ 2015)

ນາຍົກລັດຖະມົນ​ຕີ Slovenia ກ່າວ​ຕໍ່​ກອງ​ປະຊຸມ​ສຸດ​ຍອດການ
ພັດທະນາຂອງອົງການສະຫະປະຊາຊາດວ່າ ວິ​ກິດ​ການອົບ​ພະ
​ຍົບ​ແມ່ນຈຳເປັນ ຕ້ອງໄດ້ມີການ “​ເອົາ​ບາດ​ກ້າວ ຢ່າງຮີບ​ດ່ວນ”
ເພື່ອແກ້ໄຂ​ “ສາເຫດຮາກ​ເຫງົ້າ” ຂອງ​ສະພາບ​ການ​ທີ່​ກືນບໍ່​ເຂົ້າ
ຄາຍ​ອອກ​ບໍ່​ອອກດັ່ງກ່າວນີ້.

ທ່ານ Miro Cerar ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ທີ່​ນະຄອນ New York
ວ່າ Slovenia ​ແລະ​ບັນດາ​ປະ​ເທດ ໃນ​ຢູ​ໂຣບອື່ນໆກຳລັງ​ພາກັນ
ພະຍາຍາມຫາທາງ​ແກ້​ໄຂວິ​ກິດ​ການ​ໃນ​ຢູ​ໂຣບດ້ວຍ “ຄວາ​ມມີ​ມະ
ນຸດສະທຳແລະ​ເປັນ​ນ້ຳນຶ່ງໃຈ​ດຽວແຕ່​ກໍຄຳນຶງເຖິງ​ຄວາມ​ໝັ້ນຄົງ.”

ທ່ານ Miro Cerar ກ່າວ​ວ່າ “ວິ​ກິດ​ການ​ອົບ​ພະ​ຍົບທົ່ວ​ໂລກ ທີ່​ພວກ​ເຮົາ​ກຳລັງ​ປະ​ເຊີນ​ໜ້າ
ບໍ່​ມີ​ພຽງ​ແຕ່ຢູ່​ໃນ​ຢູ​ໂຣບ ​ແຕ່​ຍັງ​ມີ​ຢູ່​ໃນ​ຫລາຍໆ​ພາ​ກສ່ວນ​ຂອງ​ໂລກ ທີ່​ຕ້ອງການ ​ເພື່ອໃຫ້ມີ ການເອົາບາດກ້າວ​ ອັນ​ຮີບດ່ວນ. ກ່ອນ​ອື່ນໝົດ ພວກ​ເຮົາ​ຕ້ອງ​ແກ້ໄຂ ສາເຫດຮາກ​ເຫງົ້າ​ ​ແລະປ້ອງ​ກັນບໍ່ໃຫ້ມີການ​ເສຍ​ຊີວິດ​ຕື່ມ​ອີກ. ປະ​ເທດ​ຂອງ​ຂ້າພະ​ເຈົ້າພ້ອມ​ດ້ວຍ​ບັນດາ​ປະ​
ເທດ​ຢູ​ໂຣບອື່ນໆໄດ້ເພີ້ມກິດຈະການ​ຕ່າງໆ​ໃນ​ການ​ແກ້​ໄຂ​ບັນຫາວິ​ກິດ​ການ​ອົບ​ພະຍົບໃນ ປັດຈຸບັນ​ຂອງ​ຢູ​ໂຣບ. ຫລັກ ການ​ສຳຄັນ​ໃນ​ການ​ເອົາ​ບາດກ້າວ​ຂອງ​ພວກ​ເຮົາ ແມ່ນ​ອິງ​ໃສ່​
ຄວາມ​ເປັນ​ມະນຸດ​ສະ​ທຳ ແລະ ຄວາມ​ເປັນ​ນ້ຳນຶ່ງ​ໃຈ​ດຽວ ​ແຕ່​ກໍຄຳນຶງ ເຖິງຄວາມໝັ້ນຄົງ. ພວກ​ເຮົາ​ຕ້ອງ​ພ້ອມ​ໃຈ​ກັນ ​ພະຍາຍາມ​ຕໍ່ສູ້​ກັບການ​ເຂົ້າປະ​ເທດທີ່​ຜິດ​ກົດໝາຍແລະປາບ ປາມພວກລັກລອບຂົນສົ່ງ​ອົບ​ພະ​ຍົບແລະ​ພວກຄ້າ​ມະນຸດ.”

ປະ​ເທດ Crotia ​ໄດ້ຍົກ​ເລີກ​ຂໍ້ຈຳກັດທີ່ດ່ານ​ຂ້າມຊາຍ​ແດນ​ໃຫຍ່ ກັບ Serbia ​ໃນ​ວັນ​ສຸກ​
ວານ​ນີ້ເຮັດໃຫ້ຄວາມຂັດແຍ້ງທີ່ມີມາເປັນເວລານຶ່ງ​ອາທິດກ່ຽວກັບການຫລັ່ງໄຫຼຂອງພວກ ​ອົບ​ພະ​ຍົບຫລາຍ​ພັນ​ຄົນຂ້າມເຂດຊາຍແດນນັ້ນ ສິ້ນສຸດລົງ.

ປະມານ 60,000 ຄົນ ​ທີ່ພາກັນ​ຫລົບໜີ​ຈາກ​ສົງ​ຄາມແລະ​ຄວາມທຸກ​ຍາກ​ໃນ​ພາກຕາ​ເວັນ​
ອອກ​ກາງແລະ​ອາ​ຟຣິກາໄດ້​ເຂົ້າ​ໄປໃນ Crotia​ ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຈາກ​ຊາຍແດນທາງ
ກ້ຳຕາ​ເວັນ​ອອກ ທີ່​ຕິດ​ກັບ Serbia ​ອີງ​ຕາມ​ໂຕ​ເລກ​ຂອງທາງ​ການ ​ທີ່​ເປີດເຜີຍ​ໃນ​ວັນ​ສຸກ​
ວານ​ນີ້.

ໃນການຖະແຫຼງ​ທີ່​ນະຄອນ Belgrade ​ກຳມາທິການສະຫະພາບຢູ​ໂຣບທ່ານ Johannes
Hanh ກ່່າວ​ວ່າ ວິ​ກິດ​ການ​ອົບ​ພະ​ຍົບ ແມ່ນ​ບັນ​ຫາຢູ່​ໃນທົ່ວ​ໂລກ ທີ່​ສາ​ມາດ​ແກ້​ໄຂ​ໄດ້ ພຽງ​ແຕ່ຜ່ານ​ການ​ຮ່ວມມືປະສານ​ງານ​ກັນ ຂອງທຸກໆປະ​ເທດໃນຢູ​ໂຣບ.

Your browser doesn’t support HTML5

Europe Migrants