Slovenia, Croatia ແລະ Serbia ກ່າວວ່າ ເຂົາເຈົ້າຈະບໍ່ອະ
ນຸຍາດ ໃຫ້ອົບພະຍົບຜ່ານຊາຍແດນຂອງເຂົາເຈົ້າອີກ ແລະບໍ່
ມີແຜນໃຫ້ການຂໍລີ້ໄພພ້ອມທັງອັດຢ່າງເປັນທາງການໃນອັນທີ່
ຮ້ອງວ່າ “ເສັ້ນທາງ Balkan” ທີ່ຊາວອົບພະຍົບຫຼາຍໆຄົນໄດ້
ນຳໃຊ້ ເພື່ອມຸ້ງໜ້າໄປສູ່ປະເທດທີ່ຮັ່ງມີ ໃນພາກຕາເວັນຕົກຢູ
ໂຣບ.
Slovenia ໄດ້ປະກາດວ່າ ຕົນເລີ້ມບັງຄັບໃຊ້ ນະໂຍບາຍໃໝ່
ໃນຕອນທ່ຽງຄືນວັນອັງຄານວານນີ້ຊຶ່ງ Croatia ແລະ Serbia
ກໍກ່າວວ່າ ເຂົາເຈົ້າຈະປະຕິບັດເຊັ່ນກັນ.
ນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu, ຊ້າຍ, ກ່າວຕໍ່ ປະທານ ຄະນະກຳມະການສະຫະພາບຢູໂຣບ ທ່ານ Jean-Claude Juncker, ຂວາ, ແລະ ປະທານສະພາຢູໂຣບ ທ່ານ Donald Tusk, ກາງ.
ການເອົາມາດຕະການຂອງ Slovenia ແມ່ນສອດຄ່ອງກັບຄຳປະກາດທີ່ໄດ້ມີ ຂຶ້ນໃນວັນ
ຈັນທີ່ຜ່ານມາຢູ່ກອງປະຊຸມສະຫະພາບຢູໂຣບທີ່ນະຄອນ Brussels ຊຶ່ງບັນດາສະມາຊິກ
ຂອງສະຫະພາບຢູໂຣບ ຕ້ອງກັບຄືນໄປບັງຄັບໃຊ້ ຂໍ້ຕົກລົງການເປີດຊາຍແດນ Schen-
gen ທີ່ກ່າວວ່າ ບັນດາປະເທດຕ່າງໆສາມາດຫ້າມການເຂົ້າປະເທດຂອງອົບພະຍົບໃດໆ
ກໍຕາມ ທີ່ບໍ່ມີແຜນຂໍລີ້ໄພຢູ່ໃນປະເທດດັ່ງກ່າວ.
ອົງການຂ່າວຣອຍເຕີກ່າວວ່າ ເຊື່ອວ່າມີອົບພະຍົບປະມານ 478,000 ຄົນໄດ້ ເຂົ້າໄປໃນ
Slovenia ໃນການເດີນທາງໄປສູ່ພາກຕາເວັນຕົກຢູໂຣບແຕ່ວ່າພຽງແຕ່ 460 ຄົນໄດ້ຂໍລີ້
ໄພຢູ່ໃນປະເທດ.
ຫວ່າງບໍ່ເຫົ່າໃດມື້ທີ່ຜ່ານມານີ້ ຜາມບ່ອນຢູ່ອາໄສໄດ້ຕັ້ງຂື້ນຢູ່ໃກ້ກັບທາງລົດໄຟ ທີ່ Idomeni, Greece, ໃກ້ຊາຍແດນ Macedonia.
Croatia ເປັນສະມາຊິກຂອງສະຫະພາບຢູໂຣບແຕ່ບໍ່ໄດ້ຢູ່ໃນເຂດຂອງຂໍ້ຕົກລົງ Schen-
gen ທີ່ບໍ່ຕ້ອງໃຊ້ໜັງສືຜ່ານແດນນັ້ນໄດ້ກ່າວວ່າ ເລີ້ມແຕ່ວັນພຸດມື້ນີ້ເປັນຕົ້ນໄປຕົນຈະອະ
ນຸຍາດໃຫ້ແຕ່ຜູ້ທີ່ມີເອກກະສານ ແລະໜັງສືຜ່ານແດນ ທີ່ຖືກຕ້ອງເຂົ້າປະເທດ. ແລະເຊີ
ເບຍ ຊຶ່ງບໍ່ແມ່ນສະມາຊິກຂອງສະຫະພາບຢູໂຣບກໍໄດ້ກ່າວວ່າ ຕົນຈະປະຕິບັດແບບດຽວກັບ Slovenia. ການປະຕິບັດທັງໝົດນັ້ນ ຈະຊ່ວຍຍຸດຕິການລັ່ງໄຫຼຂອງພວກອົບພະຍົບ
ຜ່ານແຫລມ Balkan.
Your browser doesn’t support HTML5
Europe-Turkey Deal to Stem Refugee Flow Criticized As ‘Inhumane’