ເກົາຫຼີໃຕ້ແລະອອສເຕຣເລຍ ໄດ້ລົງນາມໃນຂໍ້ຕົກລົງການ
ຄ້າເສລີກັນສະບັບນຶ່ງ ທີ່ມີວັດຖຸປະສົງເພື່ອສວຍໃຊ້ຄວາມ
ສາມາດບົ່ມຊ້ອນຂອງ “ແຫຼ່ງຊັບພະຍາກອນທີ່ຍັງບໍ່ທັນ
ໄດ້ນຳອອກມາໃຊ້” ລະຫວ່າງສອງປະເທດ ທີ່ມີການເສດ
ຖະກິດໃຫຍ່ ທີ່ສຸດໃນເອເຊຍ.
ຂໍ້ຕົກລົງການຄ້າດັ່ງກ່າວ ຈະຍົກເວັ້ນພາສີສຳລັບພວກສິນ
ຄ້າຕ່າງໆດ້ານກະເສດແລະເຕັກໂນໂລຈີທີ່ສຳຄັນໃນທັນທີ
ແລະຈະແນເປົ້າໃສ່ການຍົກເວັ້ນພາສີເກືອບ ທຸກຢ່າງ ພາຍ
ໃນ 10 ປີ.
ໃນການກ່າວຖ້ອຍຖະແຫຼງໃນວັນອັງຄານມື້ນີ້ ທີ່ນະຄອນຫຼວງໂຊລທ່ານTony
Abbott ນາຍົກລັດຖະມົນຕີອອສເຕຣເລຍ ເອີ້ນສົນທິສັນຍາກັນນີ້ວ່າ ມີຄວາມ
ສຳຄັນ “ຄັ້ງປະຫວັດສາດ” ແລະຕ່າງຝ່າຍຕ່າງໄດ້ຜົນປະໂຫຍດ.
ເຖິງແມ່ນອອສເຕຣເລຍ ແລະເກົາຫຼີໃຕ້ ຮວມຢູ່ໃນພວກປະເທດທີ່ມີການເສດ
ຖະກິດທີ່ສຳຄັນທີ່ສຸດໃນເຂດເອເຊຍຕາເວັນອອກກໍຕາມ ແຕ່ການຄ້າລະຫວ່າງ
ສອງປະເທດໄດ້ຢູ່ໃນຂັ້ນຈຳກັດໃນເວລາຜ່ານມາ ຊຶ່ງໃນປີແລ້ວນີ້ ມີມູນຄ່າພຽງ
30 ຕື້ປາຍໂດລາເທົ່ານັ້ນ.
ປະທານາທິບໍດີ Park Geun-hye ແຫ່ງເກົາຫຼີໃຕ້ ກ່າວວ່າ ຂໍ້ຕົກລົງດັ່ງກ່າວ
ຈະຊ່ອຍສົ່ງເສີມໃຫ້ໂຕເລກນີ້ເພີ່ມຂຶ້ນຕະຫຼອດທັງຈະຊ່ອຍການລົງທຶນແລະ
ສ້າງ ໜ້າວຽກຫລາຍຂຶ້ນໃນທັງສອງປະເທດ.
ທ່ານນາງ Park ຍັງກ່າວເຊັ່ນກັນວ່າ ທ່ານນາງແລະທ່ານ Abbott ໄດ້ຕົກລົງ
ທີ່ຈະສົ່ງເສີມການຮ່ວມໄມ້ຮ່ວມມືກັນທາງດ້ານຄວາມປອດໄພໃຫ້ແຂງແຮງຍິ່ງ
ຂຶ້ນ ເມື່ອຄຳນຶງເຖິງການຂົ່ມຂູ່ຂອງໂຄງການຜະລິດອາວຸດນີວເຄລຍຂອງເກົາ
ຫຼີເໜືອແລ້ວ.