ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ເຮົາຈະນຳເອົາການສຳພາດບັນດາ ນັກຮຽນຊັ້ນມັດທະຍົມພາກປາຍ ຫ້າຄົນ ແລະຜູ້ຄິດຕາມ ຈາກ ສປປ ລາວ ທີ່ໄດ້ມາອົບໂຮມພາຍໃຕ້ໂຄງການຜູ້ນຳຊາວໜຸ່ມເຂດເອເຊຍ ຕາເວັນອອກສຽງໃຕ້ ທີ່ມະຫາວິທະຍາໄລ Northern Illinois ທີ່ເມືອງ DeKalb. ຫລັງຈາກເສັດສິ້ນການອົບຮົມເປັນເວລາສີ່ອາທິດແລ້ວ ບັນດານັກຮຽນຈາກ 10 ປະເທດ ຈຳນວນ 60 ຄົນ ຮວມທັງລາວໄດ້ມາຢ້ຽມ ຢາມນະຄອນຫລວງວໍຊິງຕັນ ແລະ ຈຳນວນນຶ່ງ ໄດ້ມາຢ້ຽມຢາມ ຫ້ອງຂ່າວ ວີໂອເອ ຊຶ່ງ ກິ່ງສະຫວັນ ຈະນຳເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງການສຳພາດ ບັນດານັກຮຽນຈາກ ສປປ ລາວ ມາຮັບການອົບຮົມ ທີ່ ສະຫະລັດ
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ເປັນເວລາສາມປີຕໍ່ເນື່ອງທີ່ຜ່ານາມາ ໃນຕົ້ນລະດູຮ້ອນ ກ່ອນໂຮງຮຽນຈະພັກ ພາຍໃຕ້ໂຄງການຜູ້ນຳຊາວໜຸ່ມເຂດເອເຊຍ ຕາເວັນອອກສຽງໃຕ້ ຫຼື Young Southeast Asia Leadership Initiative ທີ່ເອີ້ນຫຍໍ້ວ່າ YSEALI ຊຶ່ງ ເປັນ ໂຄງການທີ່ປະທານາທິບໍດີ Barack Obama ໄດ້ຕັ້ງຂຶ້ນມາ ສຳລັບບັນດານັກຮຽນ ຊັ້ນມັດທະຍົມພາກປາຍ ແກ່ບັນດານັກຮຽນຈາກ 10 ປະເທດ ASEAN ເພື່ອໃຫ້ເຂົາ ເຈົ້າມີໂອກາດເດີນມາເປີດຫູເປີດເປິດຕາ ອົບຮົມການເປັນຜູ້ນຳຢູ່ທີ່ ມະຫາວິທະຍາໄລ Northern Illinois, Dekalb ຕັ້ງຢູ່ພາກກາງທາງເໜືອຂອງສະຫະລັດ ເປັນເວລາສີ່ອາ ທິດ.
ສຳລັບປີ 2016 ນີ້ໄດ້ມີນັກຮຽນຊັ້ນມັດທະຍົມພາກປາຍຫ້າຄົນ ແລະຜູ້ຕິດຕາມນຶ່ງຄົນໄດ້ເດີນທາງມາຈາກ ສປປ ລາວ ຮ່ວມກັບບັນເພື່ອນນັກຮຽນ ຈາກບັນດາປະເທດອາຊຽນ ອຶ່ນໆອີກ 54 ຄົນ. ຫລັງຈາກໄດ້ເສັດສິ້ນການອົບຮົມແລ້ວ ພວກນ້ອງໆນັກຮຽນເຫລົ່ານີ້ໄດ້ພາກັນມາຢ້ຽມຢາມ ນະຄອນຫຼວງ ວໍຊິງຕັນ ເປັນເວລາສອງມື້ ກ່ອນກັບຄືນປະເທດ ຂອງໃຜລາວ. ເຂົາເຈົ້າໄດ້ມາທ່ຽວຊົມຫໍພິພິດທະພັນ ລັດຖະສະພາ ສະຖານທີ່ສຳຄັນຕ່າງໆ ແລະສຳນັກງານຂ່າວ ວີໂອເອ ນຳ.
ບັດນີ້ເຮົາມາຟັງຄວາມຄິດເຫັນ ຂອງພວກນ້ອງໆນັກຮຽນຈາກ ສປປ ລາວ ຈັກບາດເໜາະ ທ່ານວ່າເຂົາເຈົ້າໄດ້ຮັບປະສົບການແນວໃດແດ່. ທ່ານຄໍາໝັ້ນ ແສງທຸມມີ ຫົວໜ້ານຳພານັກຮຽນລາວ ຊຶ່ງໃນປັດຈຸບັນເປັນຄູສອນ ຢູ່ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ ໄດ້ເດີນທາງມາ ສະຫະລັດ ອາເມຣິກາ ເປັນເທື່ອທຳອິດ ທ່ານໄດ້ກ່າວເຖິງຄວາມເປັນມາ ແລະຄວາມຕື່ນເຕັ້ນຂອງການມາຢ້ຽມຢາມສູ່ ວີໂອເອ ຟັງດັ່ງນີ້ :
ທ່ານ ຄຳໝັ້ນ ແສງທຸມມີ ຫົວໜ້ານຳພານັກຮຽນ
Your browser doesn’t support HTML5
ຟັງການສຳພາດ ທ່ານຄຳໝັ້ນ ແສງທຸມມີ 1
ເພື່ອຢາກຊາບເຖິງຜົນງານກ່ຽວກັບລາຍການວິທະຍຸ ວີໂອເອ ພາກພາສາລາວ ທີ່ບັນດາ ປະຊາກອນລາວ ຢູ່ເຂດຫ່າງໄກພາກັນຟັງນັ້ນ ຄຳໜັ້ນ ໄດ້ກ່າວຕອບດັ່ງນີ້.
Your browser doesn’t support HTML5
ຟັງການສຳພາດ ທ່ານຄຳໝັ້ນ ແສງທຸມມີ 2
ບັດນີ້ເຮົາມາຟັງຄວາມຮູ້ສຶກຂອງບັນດານ້ອງໆນັກຮຽນລາວທັງຫ້າຄົນເໜາະວ່າ ເຂົາເຈົ້າມີຄວາມຮູ້ສຶກຢ່າງໃດ ທີ່ໄດ້ມາເຫັນສະຫະລັດ ແລະຈະນຳເອົາຄວາມຮູ້ທີ່ໄດ້ຮັບການອົບ ຮົມນັ້ນກັບເມືອໃຊ້ຢູ່ບ້ານຢ່າງໃດ. ນັກຮຽນຍິງ ນາງປານິຕາ ຮ່ວງພະຈັນ ອາຍຸ 15 ປີ ຈາກບ້ານໂພນສະອາດ ນະຄອນຫລວງວຽງຈັນ ໄດ້ກ່າວເຖິງຄວາມຕື່ນເຕັ້ນຂອງການໄດ້ ມາອົບຮົມ ເຫັນສິ່ງແປກຫູແປກຕາໃນສະຫະລັດວ່າ :
ນາງປານິຕາ ຮ່ວງພະຈັນ
Your browser doesn’t support HTML5
ຟັງການສຳພາດ ນາງປານິຕາ ຮ່ວງພະຈັນ
ນັກຮຽນຊາຍຄົນຕໍ່ມາໄດ້ແກ່ ທ້າວແສງຕາວັນ ວີຣະຖາວອນ ອາຍຸ 16 ປີ ຈາກໂຮງຮຽນພອນສະຫວັນ ແລະຊົນເຜົ່າຕຽມມະຫາວິທະຍາໄລ ໄດ້ກ່າວວ່າ :
ທ້າວແສງຕາວັນ ວີຣະຖາວອນ
Your browser doesn’t support HTML5
ຟັງການສຳພາດ ທ້າວແສງຕາວັນ ວີຣະຖາວອນ 4
ນັກຮຽນຍິງ ນາງປະກາຍຢົກ ວ່ອງ ອາຍຸ 16 ປີ ຈາກນະຄອນຫລວງວຽງຈັນ ໄດ້ກ່າວເຖິງປະສົບການດັ່ງນີ້ :
ນາງປະກາຍຢົກ ວ່ອງ
Your browser doesn’t support HTML5
ຟັງການສຳພາດ ນາງປະກາຍຢົກ ວ່ອງ 5
ນັກຮຽນຊາຍ ທ້າວຣາຊະນາກ ຄຳມະນີວົງ ອາຍຸ 16 ປີ ຈາກບ້ານຫາດຊາຍຂາວ ແຂວງວຽງຈັນ ໄດ້ກ່າວເຖິງການມາເຫັນສະຫະລັດຄັ້ງນີ້ວ່າ :
ທ້າວຣາຊະນາກ ຄໍາມະນີວົງ
Your browser doesn’t support HTML5
ຟັງການສຳພາດ ທ້າວຣາຊະນາກ ຄຳມະນີວົງ 6
ນັກຮຽນຍິງ ນາງມ່ອນນີ ກອງສົມບັດ ອາຍຸ 16 ປີ ຈາກບ້ານປາກກະດິງ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ກ່າວເຖິງຄວາມຮູ້ສຶກດັ່ງນີ້ :
ນາງມ່ອນນີ ກອງສົມບັດ
Your browser doesn’t support HTML5
ຟັງການສຳພາດ ນາງມ່ອນນີ ກອງສົມບັດ
ບັນດານັກຮຽນມັດທະຍົມພາກປາຍເຫລົ່ານີ້ ພາກັນສົນໃຈຮຽນພາສາອັງກິດມາແຕ່ນ້ອຍ ເຂົາເຈົ້າມີຄວາມສະຫລາດຫລັກແຫລມ ແລະຈະເປັນຜູ້ນຳທີ່ດີຂອງຊາດໃນອະນາຄົດ.
ໂຄງການດັ່ງກ່າວນີ້ ເປັນທີ່ດືງດູດໃຈ ສຳລັບບັນດາຊາວໜຸ່ມ ຊຶ່ງໃນແຕ່ລະປີຈະມີຄົນລຸ້ນ ດັ່ງກ່າວພາກັນສອບເສັງຫລາຍພັນຄົນ ແຕ່ມີພຽງຫົກຄົນຈາກແຕ່ລະປະເທດເທົ່ານັ້ນໄດ້ຮັບທຶນທີ່ວ່ານີ້. ຈຸດປະສົງກໍຄືໃຫ້ມີຄວາມສົນໃຈ ດ້ານການເປັນຜູ້ນຳ ຮຽນຮູ້ພາສາອັງກິດ ມີໂອກາດເດີນ ທາງມາເປີດຫູເປີດຕາ ທັດສະນະສຶກສາເບິ່ງລະບົບການບໍລິຫານວຽກ ງານແລະ ຊີວິດການເປັນຢູ່ຂອງຊາວອາເມຣິກັນ.
ພວກນ້ອງໆນັກຮຽນ ມອບຂອງຂວັນເພື່ອເປັນທີ່ລະລຶກໃຫ້ແກ່ ກິ່ງສະຫວັນ ນັກຂ່າວ ວີໂອເອ.
ບັນດານັກຮຽນຈາກກຸ່ມປະເທດ ASEAN 60 ຄົນ ຫລັງຈາກໄດ້ເສັດສິ້ນການອົບຮົມເປັນເວລາສີ່ອາທິດ ທີ່ມະຫາວິທະຍາໄລ Northern Illinois ທີ່ເມືອງ Dekalb ຊຶ່ງຕັ້ງຢູ່ໃນເຂດພາກກາງຂອງ ສະຫະລັດແລ້ວ ບັດນີ້ເຂົາເຈົ້າໄດ້ພາກັນມາຢ້ຽມຢາມນະຄອນ ຫລວງວໍຊິງຕັນ ເປັນເວລາສອງວັນ ຊຶ່ງເປັນບ່ອນສຸດທ້າຍ ແລະທັງໝົດໄດ້ກັບຄືນບ້ານຂອງໃຜລາວດ້ວຍຄວາມປອດໄພ.