ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ ຂ້າພະເຈົ້າຈະພາທ່ານໄປ
ພົບກັບບັນດານັກຮ້ອງນັກດົນຕີ ລາວ-ອາເມຣິກັນ ພ້ອມດ້ວຍ
ສຽງເພງຂອງເຂົາເຈົ້າໃນງານຄອນເສີດ. ຂ້າພະເຈົ້າເຊື່ອວ່າ
ທ່ານຈະໄດ້ຮັບຄວາມມ່ວນຊຶ່ນກັບຜົນງານ ຂອງພວກສິນລະ
ປິນເຊື້ອສາຍລາວເຫລົ່ານີ້ ຢ່າງແນ່ນອນ.
ໃນຕອນແລງວັນເສົາ ທີ 9 ພະຈິກຕົ້ນເດືອນນີ້ ຢູ່ສະຖານທີ່
ຊຸມນຸມກິນລ້ຽງ Santa Fe Club ທີ່ ນະຄອນ Atlanta
ເມືອງຫລວງຂອງ ລັດ Georgia ຕັ້ງຢູ່ພາກໃຕ້ຂອງ ສະຫະ
ລັດ ໄດ້ມີການເຕົ້າໂຮມຊຸມນຸມ ບັນດານັກດົນຕີ ນັກຮ້ອງ
ລາວ-ອາເມຣິກັນ ແລະລາວ-ການາດາ ທັງໝົດຫົກຄະນະ.
ເຂົາເຈົ້າໄດ້ພາກັນເດີນທາງມາ ເພື່ອສະແດງຝີມື ການຫລີ້ນ
ດົນຕີ ການແຕ່ງເພງລາວສາກົນ ແລະຮ້ອງເພງ. ການເຕົ້າໂຮມສັງສັນດັ່ງກ່າວເປັນຄັ້ງ
ທຳອິດທີ່ ເຂົາເຈົ້າເຫລົ່ານີ້ໄດ້ພາກັນໄຝ່ຝັນຢາກພົບພໍ້ກັນມາເປັນເວລາດົນແລ້ວ ຊຶ່ງ
ໃນທີ່ສຸດ ເຂົາເຈົ້າກໍໄດ້ປະສົບຜົນສຳເລັດໂດຍໄດ້ເດີນທາງ ມາຈາກທົ່ວສະຫະລັດ
ແລະປະເທດການາດາ. ງານຊຸມນຸມສິນລະປິນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ບັນດາສະມາຊິກ ສັງຄົມລາວ-ອາເມຣິກັນ ໃນຂົງເຂດນະຄອນຫລວງ Atlanta ໂດຍ
ໄດ້ມີຜູ້ມາຮ່ວມ 300 ກວ່າຄົນ.
ງານຄອນເສີດດັ່ງກ່າວ ປະກອບດ້ວຍວົງດົນຕີ 6 ຄະນະຄື: “The Exile” ນຳໂດຍ
ເພັດ ນໍຣະວົງ ຈາກປະເທດ ການາດາ, “ຈິດບັນຍາ” ຈາກລັດ Tennessee, “ໜຸ່ມເສ
ຣີ” ຈາກເມືອງ Columbus ລັດ Ohio, “Black Flame” ຈາກເມືອງ San Diego ລັດ
California, ໄຊ ສຽງສະຫວັນ ຮ່ວມກັບ Torky ຈາກນະຄອນ Dallas ລັດ Texas
ແລະຄະນະ Papillon ຈາກ ແອັດແລນຕາເອງ ຊຶ່ງເປັນເຈົ້າພາບຈັດການສະແດງ.
ບັນດານັກດົນຕີ ແລະນັກຮ້ອງເຫລົ່ານີ້ ລ້ວນແລ້ວແຕ່ເປັນນັກສິນລະປິນ ເຊື້ອສາຍລາວ
ທີ່ໄດ້ມາເຕີບໃຫຍ່ຢູ່ນອກປະເທດເປັນເວລາ 30 ກວ່າປີແລ້ວ. ເຂົາເຈົ້າເປັນນັກສິນລະປິນສະມັກຫລີ້ນ ແຕ່ລະຄົນມີໜ້າທີ່ວຽກການ ຫາຢູ່ຫາກິນ ຂອງໃຜລາວ ແລະເຖິງແມ່ນ
ວ່າ ເຂົາເຈົ້າຈະໄດ້ໃຊ້ຊີວິດຢູ່ຕ່າງປະເທດມາເປັນເວລານານກໍຕາມ ແຕ່ສິ່ງສໍາຄັນທີ່ສຸດ
ກໍຄື ເຂົາເຈົ້າຍັງພາກັນດໍາເນີນຮັກສາພາສາລາວໄວ້ກັບບົດເພງຂອງເຂົາເຈົ້າ ທີ່ໄດ້ຮັບ
ຄວາມນິຍົມຢູ່ໃນວົງສັງຄົມ ລາວ-ອາເມຣິກັນ ລາວ-ການາດາ ແລະຢູ່ທົ່ວໂລກ ຕະຫລອດ
ມາ. ສຽງເພງສຽງດົນຕີຂອງພວກສິນລະປິນເຫລົ່ານີ້ ຍັງຮັບຟັງໄດ້ອີກ ຢູ່ໃນ youtube ນຳ.
ທ່ານ ແວນ ຊະນະນິກອນ ຜູ້ນຳພາການປະສານງານຕ້ອນຮັບການເຕົ້າໂຮມຊຸມນຸມ
ຄັ້ງນີ້ ໄດ້ເລົ່າຈຸດປະສົງສູ່ ວີໂອເອຟັງ ວ່າ :
ນັ້ນແມ່ນພາກສ່ວນນຶ່ງຂອງສຽງເພງ “ບ້ານເກີດເຮົາ” ຈາກຄະນະ
ວົງດົນຕີ “The Exile”. ທ່ານເພັດ ນໍຣະວົງ ຫົວໜ້າວົງດົນຕີ “The
Exile” ຫລື ຄະນະພັດຖິ່ນ ຈາກ ປະເທດການາດາ ຊຶ່ງເປັນວົງດົນ
ຕີທີ່ມີຊື່ສຽງ ແລະຮູ້ກັນດີໃນບັນດາແຟນໆເພງ ໄດ້ໃຫ້ທັດສະນະຕໍ່ ວີໂອເອ ວ່າ:
ນັ້ນແມ່ນພາກສ່ວນນຶ່ງຂອງສຽງເພງທີ່ມີຊື່ວ່າ “ຮ້ອງເພງ” ຈາກ
ຄະນະວົງດົນຕີ “ຈິດປັນຍາ” ທີ່ໄດ້ເດີນທາງມາຮ່ວມຈາກລັດ
Tennessee. ທ່ານບັນດິດ ໄດ້ກ່າວເຖິງຄວາມເປັນມາຂອງ
ວົງດົນຕີຂອງຜູ້ກ່ຽວ ວ່າ:
ນັ້ນແມ່ນສຽງເພງທີມີຊື່ວ່າ Picky ຫລື ເລືອກຫລາຍ ຈາກ
ການຂັບຮ້ອງໂດຍ Xay Savanh ແລະ Torky ເປັນຕົວ
ເກງ ທີ່ເດີນທາງມາຈາກ ນະຄອນ San Diego ລັດ
California.
ແລະ ສຸດທ້າຍກໍແມ່ນວົງ Noom Seri ຈາກເມືອງ Columbus
ລັດ Ohio ທີ່ໄດ້ມາຮ່ວມສະແດງລວດລາຍນຳ. ເພື່ອໃຫ້ທ່ານໄດ້
ສືບຕໍ່ຟັງຜົນງານຂອງວົງດົນຕີ 6 ຄະນະ ທີ່ກ່າວມານັ້ນຢ່າງຈຸໃຈ
ທາງວີໂອເອຂອງເຮົາ ຈຶ່ງໄດ້ຈັດເພງໄວ້ ເພື່ອໃຫ້ຄວາມສໍາຣານ
ແກ່ທ່ານໃນວັນອາທິດສອງສາມມື້ຂ້າງໜ້ານີ້ ແລະພ້ອມດຽວກັນ
ກໍຢ່າລືມຊົມຮູບພາບການເຕົ້າໂຮມ concert ຂອງບັນດານັກສິນ
ລະປິນທີ່ວ່ານີ້ ໃນໜ້າ “ລາວຕ່າງແດນ” ຢູ່ເວັບໄຊ້ທ໌ຂອງ ວີໂອເອ
ຂອງເຮົາ.

ຄະນະວົງດົນຕີ Papillion
Your browser doesn’t support HTML5
ຟັງການສໍາພາດ ທ່ານ ແວນ ຊະນະນິກອນ
ນັ້ນແມ່ນພາກສ່ວນນຶ່ງຂອງສຽງເພງ “ບ້ານເກີດເຮົາ” ຈາກຄະນະ
ວົງດົນຕີ “The Exile”. ທ່ານເພັດ ນໍຣະວົງ ຫົວໜ້າວົງດົນຕີ “The
Exile” ຫລື ຄະນະພັດຖິ່ນ ຈາກ ປະເທດການາດາ ຊຶ່ງເປັນວົງດົນ
ຕີທີ່ມີຊື່ສຽງ ແລະຮູ້ກັນດີໃນບັນດາແຟນໆເພງ ໄດ້ໃຫ້ທັດສະນະຕໍ່ ວີໂອເອ ວ່າ:
ທ່ານເພັດ ນໍຣະວົງ
Your browser doesn’t support HTML5
ຟັງການສໍາພາດ ແລະຟັງເພງ ຂອງ ທ່ານສົມເພັດ ນໍຣະວົງ
ນັ້ນແມ່ນພາກສ່ວນນຶ່ງຂອງສຽງເພງທີ່ມີຊື່ວ່າ “ຮ້ອງເພງ” ຈາກ
ຄະນະວົງດົນຕີ “ຈິດປັນຍາ” ທີ່ໄດ້ເດີນທາງມາຮ່ວມຈາກລັດ
Tennessee. ທ່ານບັນດິດ ໄດ້ກ່າວເຖິງຄວາມເປັນມາຂອງ
ວົງດົນຕີຂອງຜູ້ກ່ຽວ ວ່າ:
ຄະນະວົງດົນຕີ ຈິດປັນຍາ
Your browser doesn’t support HTML5
ຟັງການສໍາພາດ ແລະຟັງເພງ ຄະນະວົງດົນຕີ ຈິດປັນຍາ
ນັ້ນແມ່ນສຽງເພງທີມີຊື່ວ່າ Picky ຫລື ເລືອກຫລາຍ ຈາກ
ການຂັບຮ້ອງໂດຍ Xay Savanh ແລະ Torky ເປັນຕົວ
ເກງ ທີ່ເດີນທາງມາຈາກ ນະຄອນ San Diego ລັດ
California.
ທ່ານໄຊ ສຽງສະຫວັນ
Your browser doesn’t support HTML5
ຟັງເພງ ຄະນະວົງດົນຕີ Torky
ຄະນະວົງດົນຕີ Black Flame
Your browser doesn’t support HTML5
ຟັງເພງຄະນະວົງດົນຕີ Black Flame
ຄະນະວົງດົນຕີ ໜຸ່ມເສຣິ