ພວກພະນັກງານກູ້ໄພໃນ ນະຄອນຟິລາແດລເຟຍ ລັດເພັນຊິລເວເນຍ ທາງພາກຕາເວັນອອກສຽງເໜືອຂອງສະຫະລັດ ຍັງສືບຕໍ່ຊອກຄົ້ນຫາພວກທີ່ອາດຍັງອາດລອດຊີວິດມາໄດ້ໃນວັນພະຫັດມື້ນີ້ ນຶ່ງມື້ຫຼັງຈາກທີ່ ຕຶກ 4 ຊັ້ນ ທີ່ກໍາລັງຢູ່ໃນການທັບມ້າງຖິ້ມນັ້ນ ໄດ້ພັງລົງມາໃສ່ ຮ້ານຂາຍເຄື່ອງເກົ່າບໍລິຈາກ ທີ່ຕັ້ງຢູ່ໃກ້ກັນນັ້ນ ເຮັດໃຫ້ 6 ຄົນເສຍຊີວິດ.
ໃນຕອນເດິກວັນພຸດວານນີ້ ພວກກູ້ໄພຄົ້ນພົບແມ່ຍິງຜູ້ນຶ່ງ ທີ່ຕົກຄ້າງຢູ່ໃນກ້ອງຊາກຫັກພັງຂອງຕຶກ ເປັນເວລາຫຼາຍກວ່າ 10 ຊົ່ວໂມງ ຫຼັງຈາກເຫດອຸບປະຕິເຫດດັ່ງກ່າວ ທີ່ເຮັດໃຫ້ຈໍານວນຂອງພວກທີ່ລອດຊີວິດມາໄດ້ນັ້ນ ເພີ່ມຂຶ້ນເປັນຢ່າງນ້ອຍ 14 ຄົນແລ້ວ.
ເຈົ້າໜ້າທີ່ເມືອງ ກ່າວວ່າ ບໍ່ໄດ້ມີການກະທໍາໃດໆທີ່ເປັນການລະເບີກົດລະບຽບກ່ຽວກັບ ຕຶກຫລັງນັ້ນ; ພວກເຂົາເຈົ້າກ່າວວ່າ ບໍລິສັດທີ່ທໍາການຮື້ມ້າງ ນັ້ນກໍມີໃບອະນຸຍາດທີ່ຖືກຕ້ອງ ສໍາລັບທຸລະກິດຮື້ມ້າງຕຶກຂອງເຂົາເຈົ້າຢູ່ໃນເຂດໃຈກາງ ນະຄອນຟິລາແດລເຟຍ.
ເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າຍັງບໍ່ຮູ້ວ່າ ມີຜູ້ຄົນນ້ອຍຫຼາຍປານໃດ ທີ່ຢູ່ໃນຮ້ານຂາຍ
ເຄື່ອງບໍລິຈາກ ຫຼືຢູ່ທາງຍ່າງແຄມຖະໜົນ ໃນຕອນທີ່ຕຶກພັງລົງ ໃນວັນພຸດວານນີ້.

Philadelphia Building Collapse

Your browser doesn’t support HTML5
US - Building Collapse