6 ຄົນ ເສຍຊີວິດ ຍ້ອນພູເຂົາໄຟ ລະເບີດ ຢູ່ອິນໂດເນເຊຍ

ພວກຊາວບ້ານ ກວດສອບ ແລວທາງການໄຫລຂອງຖ່ານໄຟ ຈາກການລະເບີດຂອງພູເຂົາໄຟ Sinabung ໃນຄຸ້ມບ້ານ Gamber, ຢູ່ທາງພາກເໜືອຂອງ Sumatra, ປະເທດອິນໂດເນເຊຍ, ວັນທີ 22 ພຶດສະພາ 2016.

ເຈົ້າໜ້າທີ່ອິນໂດເນເຊຍກ່າວວ່າ ຢ່າງໜ້ອຍໄດ້ມີຜູ້ເສຍຊິວິດ 6 ຄົນ ຍ້ອນພູເຂົາໄຟ ລະເບີດ.

ການລະເບີດ ໃນວັນເສົາວານນີ້ ຂອງພູເຂົາໄຟ ຊີນາບຸງ ທາງພາກເໜືອຂອງແຂວງ ຊູມາຕຣາ ໄດພົ່ນຂີ້ເຖົ່າອອກໄປທົ່ວບ້ານ ແກມເບີ້ ທີ່ຢູ່ໄກ້ຄຽງ ໃນວັນເສົາວານນີ້ ບ່ອນທີ່ເປັນເຂດທີ່ຮູ້ກັນວ່າ ເປັນອັນຕະລາຍນັ້ນ ຫ່າງອອກໄປ 4 ກິໂລແມັດ ຈາກ ຈອມພູເຂົາໄຟດັ່ງກ່າວ.

ພວກເຈົ້າໜ້າທີ່ກ່າວວ່າ ພູເຂົາໄຟໜ່ວຍນີ້ ທີ່ຢູ່ທາງພາກຕາເວັນຕົກຂອງອິນໂດເນເຊຍ ແມ່ນຍັງສືບຕໍ່ສົ່ງຂີ້ເຖົ່າອອກມາ ໃນວັນອາທິດມື້ນີ້ ເຮັດໃຫ້ເປັນອັນຕະລາຍ ສຳລັບ ການຊອກຄົ້ນແລະພະນັກງານກູ້ໄພ ທີ່ຊອກຫາພວກອາດລອດຊິວິດ ແລະພວກໄດ້ຮັບ ເຄາະ.

ພູເຂົາໄຟໜ່ວຍດັ່ງກ່າວ ໄດ້ມິດງຽບມາເປັນເວລາ 4 ​ສັດຕະວັດແລ້ວ ກ່ອນມັນຈະລະ ເບີດອີກ ໃນສັດຕະວັດທີ 21 ນີ້.

ພູເຂົາໄຟຊີນາບຸງ ແມ່ນນຶ່ງໃນຈຳນວນ 120 ໜ່ວຍທີ່ຍັງບໍ່ທັນມອດສະນິດເທື່ອ ໃນ ອິນໂດເນເຊຍ ທີ່ສ້າງຄວາມໜັກໃຈໃຫ້ແກ່ລະບົບພູເຂົາໄຟ ເພາະມັນຢູ່ໃນ “ສາຍວົງ ແຫວນໄຟ” ຫຼື ເສັ້ນທາງພູເຂົາໄຟໃນເຂດມະຫາສະໝຸດປາຊີຟິກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ