ສິບຄົນຖືກຂ້າຕາຍ ຫຼັງຈາກ ການໂຈມຕີ ຕໍ່ຖານທັບອາກາດ ແຫ່ງໜຶ່ງ ໃນອິນເດຍ

Your browser doesn’t support HTML5

ເຊີນຊົມ ວີດີໂອ ລາຍງານນີ້

ກອງກຳລັງຮັກສາຄວາມປອດໄພ ອິນເດຍ ກຳລັງເຮັດວຽກ ຢ່າງ
ໜັກເພື່ອຍຶດຄອງຖານທັບອາກາດແຫ່ງໜຶ່ງ ຢູ່ໃກ້ກັບເຂດຊາຍ
ແດນຂອງປະເທດ ຕິດກັບ ປາກິສຖານ ທີ່ໄດ້ຕົກເປັນເປົ້າໝາຍ
ຂອງການໂຈມຕີຮ້າຍແຮງ ໃນວັນເສົາວານນີ້.

ບັນດາເຈົ້າໜ້າທີ່ກ່າວວ່າ 10 ຄົນໄດ້ຖືກຂ້າຕາຍໃນການຕໍ່ສູ້ກັນ
ດົນເຖິງ 15 ຊົ່ວໂມງ, ລວມມີທະຫານຍາມຂອງ ອິນເດຍ 6 ຄົນ
ແລະ ພວກຫົວ ຮຸນແຮງຕ້ອງສົງໄສ 4 ຄົນ. ອົງການຂ່າວ Reuters
ກ່າວວ່າ ທະຫານຮັກສາຄວາມປອດໄພທີ່ຖືກຂ້າຕາຍຄົນໜຶ່ງ
ແມ່ນຜູ້ຊະນະເລີດ ຫຼຽນເງິນ ແລະ ຫຼຽນຄຳ ກິລາຍິງປືນ ໃນງານ
ແຂ່ງຂັນກິລາ Commonwealth ປີ 1995.

ເຮລິຄອບເຕີ້ໂຈມຕີ ຂອງກອງທັບອາກາດອິນເດຍ ບິນປະຕິບັດການລາດຕະເວນ ຢູ່ເທິງນ່ານຟ້າຂອງຖານທັບ Pathankot, ຕັ້ງຢູ່ ຫ່າງຈາກ 430 ກິໂລແມັດ ທາງພາກເໜືອ ຂອງນະຄອນຫຼວງ New Delhi ຂອງອິນເດຍ, ວັນທີ 2 ມັງກອນ 2016.

ພວກນັກໂຈມຕີຫຼາຍຄົນ ເຊື່ອວ່າແມ່ນສະມາຊິກຂອງກຸ່ມ Jaish e Mohammed ຫຼື
The Army of Mohammed, ເປັນກຸ່ມຫົວຮຸນແຮງກຸ່ມໜຶ່ງ ທີ່ມີຖິ່ນຖານຕັ້ງຢູ່ປະເທດ
ປາກິສຖານ ເຊິ່ງຢາກປະກາດ ເອກະລາດ ສຳລັບພາກພື້ນ Kashmir ທີ່ປົກຄອງໂດຍ
ອິນເດຍ.

ແຜນທີ່ ເຂດເມືອງ Pathankot ຂອງອິນເດຍ