ນາຍົກສິງກະໂປ ໄດ້ຮັບກຽດຖືກຕ້ອນຮັບ ໂດຍການຮັບປະທານອາຫານຄໍ່າທີ່ ທຳນຽບຂາວ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama, ຂວາ, ແລະນາຍົກສິງກະໂປ ທ່ານ Lee Hsien Loong, ກຳລັງສົນ ທະນາກັນ.

ປະທານາທິບໍດີ Barack Obama ​ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Michelle Obama ​ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​ກິນ​ລ້ຽງ​ຕ້ອນຮັບ ນາ​ຍົກ​ລັດຖະມົນຕີ​ສິງກະໂປ ທ່ານ Lee Hsein Loong ​ແລະ​ພັນ​ລະ​ຍາ​ຂອງ​ທ່ານ ທີ່​ທຳນຽບຂາ​ວ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ແບບ​ມັດ​ໂບດຳ​ທີ່​ເປັນ​ຂີດ​ໝາຍ​ຄົບ​ຮອບສຳພັນ​ທະພາບ 50 ປີ​ລະຫວ່າງ ວໍ​ຊິງ​ຕັນ ​ກັບປະ​ເ​ທດ​ເກາະດອນດັ່ງກ່າວ.

ປະ​ເທດທັງ​ສອງ​ໄດ້ມີ​ເສດຖະກິດ​ ​ແລະຄວາມ​ໝັ້ນຄົງ​ຢ່າງ​ໄກ້​ຊິດຮ່ວມກັນ ທີ່​ມີ​ຈຳນວນ ຫລາຍ​ກວ່າ 3,500 ບໍລິສັດ​ອາ​ເມຣິກັນທີ່ຕັ້ງຢູ່​ໃນ​ເມືອງ​ທີ່ເປັນທັງປະ​ເທດ​ເອ​ເຊຍແຫ່ງນັ້ນ.

ທັງ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ເຫັນ​ດີ ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ທີ່​ນະຄອນຫລວງ​ປາຣີຂອງ​ປີ 2015 ​ແລະ​ສິງ​ກະ​ໂປ​ໄດ້​ເປັນ​ປະ​ເ​ທດທີ​ນຶ່ງ​ຂອງ​ອາ​ຊີ​ອາຄະ​ເນ ​ທີ່​ໄດ້​ເຂົ້າ​ຮ່ວມ​ຕໍ່ສູ້​ຕ້ານ​ຫົວ​ຮຸນ​ແຮງ​ຈັດ​ລັດ​ອິສລາມ.

ພິທີ່​ຕ້ອນ​ຮັບ​ດ້ວຍອາຫານຄໍ່າ​ຄັ້ງ​ທີ່ 12 ຂອງ​ປະ​ທາ​ນາ​ທິບໍດີ Obama ​ໄດ້​ເປີດ​ຂຶ້ນ​ດ້ວຍ​ການ​ຮັບປະທານ ສະ​ລັດ​ປູ​ທະ​ເລ​ຂອງ​ລັດ Maryland ​ໃ​ສ່ກັບ​ນໍ້າ​ສະ​ລັດ​ໝາກກ້ຽງເອ​ເຊຍ ພ້ອມ​ດ້ວຍ​ນໍ້າໝາກ​ນາວ​ໂຫລະ​ພາ ທີ່​ມາ​ຈາກ​ສວນ​ຜັກທຳນຽບຂາວ​ຂອງ​ທ່ານ​ນາງ Michelle Obama ​ແລະ​ໝາກເລັ່ນເປັນ​ພວງ​ຈາກ​ລັດ Ohio ຕິດ​ຕາມ​ມາ​ດ້ວຍ​ອາຫານ​ເອກ​ທີ່​ຮ່ວມ​ທັງ ຊີ້ນ Wagyu ປີ້ງຫົວມັນດ້າງເຫຼືອງ ​ແລະ​ wilted kale.

ທ່ານ Lee ​ແລະ​ພັນ​ລະ​ຍາ ທ່ານ​ນາງ Ho Ching ​ແລະ​ແຂກ 200 ຄົນ ປະກອບ​ດ້ວຍຜູ້​ມີ​ຊື່​ສຽງ​ຈາກ​ທຸລະ​ກິດ ​ແລະ​ສື່​ມວນ​ຊົນ ​ພ້ອມ​ດ້ວຍ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ໄດ້​ຖືກ​ກ່ອມ​ອາລົມ​ດ້ວຍ​ນັກ​ຮ້ອງ ນັກ​ປະພັນ Chrisette Nichele.

ງານ​ລ້ຽງ​ຕ້ອນ​ຮັບ​ສິງກະ​ໂປ​ເທື່ອ​ຫລ້າ​ສຸດ​ເກີດ​ຂຶ້ນ​ໃນ​ປີ 1985 ​ເວລາ​ນັ້ນ​ແມ່ນ ປະທາ​ນາ​ທິບໍດີ Ronald Reagan ​ໄດ້​ເປັນ​ເຈົ້າພາບ​ສຳລັບ​ມື້ລາງ​ພໍ່​ຂອງ​ທ່ານ Lee ອະດີດນາຍົກ ລັດຖະມົນຕີ ທ່ານ Lee Kuan Yew.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

WH Singapore Dinner