ມືປືນ ໂຈມຕີ ສຳນັກງານ ໜັງສືພິມ ລາຍສັບປະດາ ຂອງຝຣັ່ງ ທີ່ປາຣີ

ຕຳຫລວດຝຣັ່ງກ່າວວ່າ ຢ່າງໜ້ອຍ 12 ຄົນເສຍຊີວິດ ໃນການ
ໂຈມຕີສຳນັກງານໃຫຍ່ຂອງໜັງສືພິມສຽດສີສັງຄົມລາຍສັບປະ
ດາ Charlie Hebdo.

ລາຍງານຂ່າວແຈ້ງວ່າ ມີມືປືນຢ່າງໜ້ອຍ 2 ຄົນໄດ້ຍິງປືນຍາວ
Kalashnikov ແລະປືນຍິງຈະຫຼວດ RPG ເຂົ້າໃສ່ຕຶກອາຄານ ທີ່ຫ້ອງການຂອງໜັງສືພິມດັ່ງກ່າວ. ເປັນທີ່ເຊື່ອກັນວ່າຜູ້ຕ້ອງສົງ ໄສຈຸນີ້ໄດ້ພາກັນຫລົບໜີໄປດ້ວຍລົດ.

ສື່ມວນຊົນທ້ອງຖິ່ນລາຍງານວ່າ ພວກພະນັກງານຂອງໜັງສືພິມ
ພວມປະຊຸມກັນກ່ຽວກັບບົດຂຽນຕ່າງໆຢູ່ເວລາການໂຈມຕີເກີດ
ຂຶ້ນ.

Your browser doesn’t support HTML5

12 Dead in Paris Terror Attack

ຫ້ອງການ ໜັງສືພິມ Charlie Hebdo ທີ່ Paris

ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກ່າວຕໍ່ພວກ
ນັກຂ່າວວ່າ ເຫດຮ້າຍໃນຄັ້ງນີ້ "ບໍ່ຕ້ອງສົງໄສເລີຍ" ແມ່ນເປັນ
ການໂຈມຕີຂອງພວກກໍ່ການຮ້າຍ.

ຝຣັ່ງໄດ້ເພີ້ມການເຕືອນໄພກ່ຽວກັບພວກກໍ່ການຮ້າຍຂຶ້ນສູ່ລະ
ດັບສູງສຸດ ຫລັງຈາກໄດ້ມີການໂຈມຕີແລ້ວ.

ສຳນັກງານ ຂອງໜັງສືພິມສຽດສີສັງຄົມ ສະບັບນີ້ ເຄີຍຖືກລະ
ເບີດໄຟມາແລ້ວ ໃນປີ 2011 ຫລັງຈາກໄດ້ພິມເຜີຍແຜ່ຮູບກາ
ຕູນ ຂອງພະສາສະດາໂມຮຳເມັດ ໃສ່ໜ້າປົກ ຂອງໜັງສືພິມ.

Your browser doesn’t support HTML5

FRANCE SHOOTING SOTVO