ຜົນດີ ແລະ ບໍ່ດີ ໃນການຂົນສົ່ງແກັສທຳມະຊາດແຫຼວ ຫຼື LNG ໄປໃຫ້ຢູໂຣບ ສຳລັບ ບໍລິສັດສະຫະລັດ ຢູ່ແຄມຝັ່ງ ອ່າວເມັກຊິໂກ

ປ້າຍເຕືອນອັນຕະລາຍ ໄດ້ໝາຍເຂດທໍ່ແກັສທຳມະຊາດ ຢູ່ນອກສະຖານີ ປ້ຳສົ່ງແກັສ, ວັນທີ 25 ຕຸລາ 2021, ໃນເມືອງດາລໂວຣຕິງຕັນ ກາຣເດັນສ໌ (Dalworthington Gardens) ລັດເທັກຊັສ.

ຄວາມພະຍາຍາມຂອງນາໆຊາດ ເພື່ອລົງໂທດຣັດເຊຍ ​ໃນການ​ເຮັດສົງຄາມ ຕໍ່ຢູເຄຣນນັ້ນ ແມ່ນກຳລັງຮູ້ສຶກໄກໄປຈາກຢູໂຣບ ຢູ່ໃນລັດ​ຫລຸຍຊີອານາຂອງສະຫະລັດທີ່ຕິດກັບທະເລເມັກ​ຊິ​ໂກ ຊຶ່ງເປັນສູນກາງພາກ​ສ່ວນພະລັງງານຂອງອາເມຣິກາ.

ເມື່ອທ້າຍເດືອນແລ້ວນີ້ ສະຫະພາບຢູໂຣບ ໄດ້ປະກາດວ່າ ຕົນຄົ້ນຄວ້າຫາວິທີທາງເພື່ອຈະບໍ່ກາງຕໍ່ພະລັງງານຂອງຣັດເຊຍ “ໃຫ້ໄດ້ກ່ອນປີ 2030.” ບັນດາບໍລິສັດຂອງອາເມຣິກາ ກໍໄດ້ຮັບຮູ້.

“ເຈົ້າສາມາດເຫັນວ່າ ບັນດາປະເທດໃນຢູໂຣບສ່ວນໃຫຍ່ ບໍ່ຢາກຖືກມອງ​ເບິ່ງເປັນຜູ້ສົມຮູ້​ຮ່ວມຄິດກັບຄວາມປ່າເຖື່ອນຂອງຣັດເຊຍ” ທ່ານບຣາຍແອນ ລອຍດ໌ ຮອງປະທານຮັບຜິດຊອບ ດ້ານການສື່ສານ ຢູ່ບໍລິສັດ Sempra Energy ຊຶ່ງເປັນບໍລິສັດດ້ານພື້ນຖານໂຄງລ່າງ ສຳລັບພະລັງງານທີ່ມີຫ້ອງການຢູ່ໃນສະຫະ ລັດ ຊຶ່ງໄດ້ລົງທຶນໃນການຜະລິດອາຍແກັສທຳມະຊາດ ທີ່ໄດ້ກ່າວໄປ. ທ່ານກ່າວອີກວ່າ “ຫຼາຍຄົນເຫັນເງິນທຸກໂດລາ ທີ່ໄດ້ຖືກສົ່ງໄປຍັງພວກບໍລິສັດລັດວິສາຫະກິດຂອງຣັດເຊຍ ຂະນະທີ່ຊ່ອຍສະໜັບສະໜຸນການຮຸກຮານໃນຢູເຄຣນຂອງຕົນ ສະນັ້ນ ຢູໂຣບ ກຳລັງຊອກຫາທາງເລືອກອື່ນ ສຳລັບພະລັງງານ.”

ເມື່ອທ້າຍເດືອນມີນາ ສະຫະລັດໄດ້ປະກາດຂໍ້ຕົກລົງກັບສະຫະພາບຢູໂຣບເພື່ອ ເລີ້ມຕົ້ນຊອກ​ຫາ​ແກັສທຳມະຊາດບາງສ່ວນທີ່ຣັດເຊຍໄດ້ສະໜອງໃຫ້ນັ້ນ. ພາຍ ໃນທ້າຍປີນີ້ ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວວ່າ ສະຫະລັດ ຈະສາມາດສົ່ງແກັສໄປໃຫ້ຢູໂຣບໄດ້ຢ່າງພຽງພໍເພື່ອຊົດເຊີຍຢ່າງໜ້ອຍ 10 ເປີເຊັນ ຂອງສິ່ງທີ່ຣັດເຊຍສະໜອງໃຫ້ໃນປັດຈຸບັນນີ້ ຫຼື ເທົ່າກັບ 15 ຕື້ແມັດກ້ອນຂອງແກັສທຳມະຊາດແຫຼວ.

LNG ເປັນແກັສທຳມະຊາດ ທີ່ໄດ້ຖືກເຮັດໃຫ້ອຸນຫະພູມເຢັນລົງ ເພື່ອໃຫ້ເປັນຂອງແຫຼວ. ປະລິມານຂອງມັນແມ່ນນ້ອຍກວ່າເປັນແກັສ ປະມານ 600 ເທົ່າ.

ທ່ານແອຣິກ ສະມິດ (Eric Smith) ຮອງຜູ້ອຳນວຍການສະຖາບັນພະລັງງານຂອງມະຫາວິທະຍາໄລທູເລນ ໃນນະຄອນນິວ ອໍລີນ ໄດ້ອະທິບາຍວ່າ “ອັນນີ້ເຮັດໃຫ້ການຂົນສົ່ງທາງເຮືອ ໄປຍັງຢູໂຣບຈະປະຢັດກວ່າ ການສ້າງທໍ່ສົ່ງຂ້າມມະຫາສະໝຸດ ຊຶ່ງມັນຈະບໍ່ປະຢັດເລີຍ.”

ສະຫະລັດວາງແຜນທີ່ຈະປະຕິບັດຕາມຄວາມໝັ້ນໝາຍໃໝ່ຂອງຕົນແກ່ຢູໂຣບ ໂດຍເພີ້ມການຜະລິດແກັສທຳມະຊາດພາຍໃນປະເທດ. ໂດຍຈະເຮັດເຊັ່ນນັ້ນໄດ້ ບັນດາຜູ້ນຳດ້ານອຸດສາຫະກຳ ສະເໜີໃຫ້ສ້າງສະຖານທີ່ຜະລິດ LNG ແຫ່ງໃໝ່ຕ່າງໆ ແລະຂະຫຍາຍ ແລະເພີ້ມປະສິດທິພາບຂອງສະຖານທີ່ທີ່ມີຢູ່ແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ