​ທະຫານ​ບ້ານ​ Shi’ite ໂຮມກຳລັງ ເພື່ອຈະບຸກໂຈມຕີ ເອົາເມືອງ Ramadi ຄືນ

ພວກນັກຕໍ່ສູ້ ທະຫານບ້ານຊາວ Shiite ຂອງອີຣັກ ທີ່ເອີ້ນວ່າ Asaib Ahl al-Haq (The League of the Righteous) ທີ່ແປວ່າ ສັນນິບາດແຫ່ງຄວາມຖືກຕ້ອງ ຢືນຍາມຢູ່ດ້ານນອກສຳນັກງານໃຫຍ່ຂອງພວກເຂົາເຈົ້າ ເມື່ອວັນທີ 18 ພຶດສະພາ 2015 ຢູ່ໃນເມືອງ Basra ທີ່ເປັນເຂດຂອງຊາວ Shiite ສ່ວນໃຫຍ່ ຢູ່ທາງພາກໃຕ້ຂອງອີຣັກ ໃນຂະນະທີ່ ພວກທະຫານບ້ານຊາວ Shiite ໄດ້ພາກັນໄປໂຮມກຳລັງກັນຢູ່ທີ່ Ramadi.

ພວກ​ທະຫານ​ບ້ານ​ນິກາຍ Shi’ite ​ໄດ້ເຕົ້າ​ໂຮມກຳລັງ​ກັນ ໃນ
​ວັນ​ອັງຄານ​ມື້​ນີ້ ຢູ່​ນອກ​ເມືອງ Ramadi ຂອງ​ອີຣັກ ກ່ອນ​ໜ້າ​
ການ​ບຸກ​ໂຈມ​ຕີ ​ທີ່​ອາດ​ເປັນ​ໄປ​ໄດ້ ເພື່ອພະຍາຍາມເຂົ້າ​ຍຶດ
ເອົາເມືອງຫຼວງຂອງ​ແ​ຂວງ Anbar ຄືນມາຈາກ​ພວກ​ຫົວ​ຮຸນ​ແຮງ
​ລັດ​ອິສລາມ.

ປະຕິບັດ​ການ​ດັ່ງກ່າວ ແມ່ນ​ມີ​ຂຶ້ນຄຽງ​ຄູ່​ກັນ​ກັບ ກອງ​ກຳລັງ​
ລັດຖະບານ​ອີຣັກ ທີ່ຈະ​ຄ້າຍຄື​ກັນ​ກັບການປະຕິບັດການທາງ​
ທະຫານແບບ​ດຽວ​ກັນ​ກັບ ທີ່ໄດ້ມີຂຶ້ນ​ໃນ​ການ​ບຸກເຂົ້າຍຶດເອົາ
​ເມືອງ Tikrit ​ເມື່ອ​ເດືອນ​ແລ້ວ​ນີ້. ​ຄວາມ​ພະຍາຍາມ​ອັນ​ນັ້ນ ​
ໄດ້​ຢຸດ​ຢັ້ງການບຸກໂຈມຕີ ຂອງພວກລັດ​ອິສລາມ ທີ່​ມຸ່ງ​ໜ້າ​ໄປ​ສູ່​ນະຄອນ​ຫຼວງ Baghdad ຈາກທາງ​ທິດ​ເໜືອ ​ແລະ ບັດ​ນີ້ແມ່ນ​ເພັ່ງ​ເລັງ ​ໃສ່ການ​ສະກັດ​ກັ້ນ ການ​ບຸກຄືບ​ໜ້າ​ ຈາກ ທາງ​ທິດຕາ​ເວັນ​ຕົກຂອງ​ນະຄອນຫຼວງອີຣັກ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ອີຣັກ ​ໄດ້ນຳອອກ​ເຜີຍ​ແຜ່​ວີ​ດີ​ໂອອັນ​ໜຶ່ງ ​ໃນວັນ​ອັງຄານມື້ນີ້ ທີ່​
ສະ​ແດງ​ໃຫ້​ເຫັນເຖິງ ​ການ​ຊ່ອຍ​ເຫຼືອທະຫານ​ຈຳນວນ 28 ຄົນ ຫຼັງຈາກກຸ່ມ​ລັດ​ອິສລາມ
​ໄດ້ເຂົ້າ​ຍຶດ​ເອົາ Ramadi ​ໃນ​ການ​ສູ້​ລົບ​ກັນ​ເປັນ​ເວ​ລາຫຼາຍມື້ ທີ່​ເຮັດ​ໃຫ້​ພວກທະຫານ​
ອີຣັກ ພາກັນຫລົບໜີ ​ແລະ ສົ່ງ​ຜົນ​ໃຫ້ ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi
ຂໍຮ້ອງ​ໃຫ້​ທະຫານ​ບ້ານໄປຊ່ອຍ.

ທຳນຽບຂາວ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ປະທານາທິບໍດີ ບາຣັກ​ ​ໂອ​ບາ​ມາ ​ແມ່ນ​ໄດ້​ຮັບຟັງ
ການ​ລາຍ​ງານ​ກ່ຽວກັບສະຖານະການຢ່າງເປັນ​ປົກ ກະຕິ. ​ໂຄສົກທຳນຽບຂາວ ທ່ານ Eric
Schultz ຍັງ​ໄດ້​ເນັ້ນຢ້ຳວ່າ ​ສະຫະລັດ ສະໜັບສະໜຸນຊາວ​ອີຣັກ ທີ່​ຕໍ່​ສູ້​ເພື່ອ​ຍຶດເອົາ​ເມືອ​ງ
ດັ່ງກ່າວ​ນັ້ນຄືນມາ. ທ່ານ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ແນວ​ໂຮມ 8 ບັ້ນ ​ໄດ້​ແນ​ໃສ່ ​ເມືອງ​ດັ່ງ​ກ່າວ ນັບ​ຕັ້ງ​ແຕ່​ວັນ​ອາທິດ​ຜ່ານ​ມາ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງການ​ໂຈມ​ຕີ​ທາງ​ອາກາດ ຈຳນວນ 32 ບັ້ນ ​ໃນ​ໄລຍະ ​3 ອາທິດ​ຜ່ານ​ມາ.

Your browser doesn’t support HTML5

Islamic State