ປະທານາທິບໍດີດໍໂນລ ທຣຳ ເນັ້ນຢໍ້າວ່າ ຂໍ້ຕົກລົງການຄ້າໃໝ່ຂອງທ່ານ ກັບເມັກຊິໂກ
ແລະການາດາ ຈະເວົ້າເຖິງການສົ່ງອອກ ໜ້າວຽກດ້ານການຜະລິດອອກໄປນອກ
ປະເທດ. ເຖິງຢ່າງໃດກໍດີ ນັ້ນເປັນຄຳປະຕິຍານວ່າ ຈະແກ້ໄຂບັນຫາການປະກາດ
ຂອງບໍລິລັດຜະລິດລົດຍັກໃຫຍ່ ເຈເນຣາລ ໂມໂຕຣ ທີ່ວ່າຈະເອົາພະນັກງານອອກ
ຈຳນວນ 14,000 ຄົນ ໃນຫ້າບໍລິສັດຢູ່ໃນສະຫະລັດ ແລະການາດາ.
ເຖິງແມ່ນວ່າປະທານາທິບໍດີຈະໄດ້ປະກາດໄປໃນແງ່ດີກໍຕາມ ແຕ່ບໍລິສັດເຈເນຣານ
ໂມໂຕ ກໍໄດ້ເນັ້ນເຖິງການຫັນປ່ຽນໃນດ້ານຕະຫຼາດຢ່າງກວ້າງໆ ໃນອຸດສາຫະກຳລົດຍົນຂອງຕົນ.
ປ້າຍທີ່ຫ້ອຍຢູ່ໜ້າຫ້ອງການ UAW ທ້ອງຖິ່ນ 1112 ໃນເມືອງ Lordstown ລັດໂອຮາຍໂອ ວັນທີ 27 ພະຈິກ 2018.
ບໍລິສັດເຈເນຣານ ໂມໂຕ ໄດ້ໃຫ້ເຫດຜົນນການຕັດສິນໃຈວ່າ ເປັນຜົນຂອງການປ່ຽນແປງແນວໂນ້ມດ້ານເສດຖະກິດ ທີ່ເຫັນຄວາມນິຍົມຂອງບັນດາຜູ້ບໍລິໂພກທີ່ຫັນປ່ຽນ
ໄປຈາກລົດຂະໜາດກາງ ໄປສູ່ລົດຍົນ sport utility (SUVs) ແລະລົດໄຟຟ້າ. ທາງ
ບໍລິສັດກ່າວວ່າການເຄື່ອນໄຫວນີ້ “ເປັນການດັດແປງກຳລັງແຮງງານຢູ່ທົ່ວໂລກ ເພື່ອ
ຄ້ຳປະກັນຄວາມຊຳນິຊຳນານທີ່ຖືກຕ້ອງສຳລັບມື້ນີ້ ແລະໃນອະນາຄົດ.”
ລົດບັນທຸກ ຂົນສົ່ງລົດໃໝ່ ທີ່ແກ່ອອກຈາກບໍລິສັດເຈເນຣານ ໂມໂຕ ທີເມືອງ Lordstown ວັນທີ 27 ພະຈິກ 2018.
ບັນດາການເຄື່ອນໄຫວໄປສູ່ການເພີ້ມໃຫ້ໄດ້ຜົນຢ່າງພຽງພໍ ຍັງຮວມຢູ່ໃນການຕັດລົງ
25 ເປີເຊັນຂອງກຳລັງແຮງງານດ້ານບໍລິຫານນຳ.
ແຕ່ວ່າຢູ່ Lordstown ລັດໂອຮາຍໂອ ບັນດາຜູ້ເຮັດວຽກທີ່ຊີວິດເຂົາເຈົ້າເພິ່ງພາອາ
ໄສໜ້າວຽກຢູ່ໃນ ບໍລິສັດ GM ໄດ້ພະຍາຍາມດິ້ນລົນເພື່ອໃຫ້ເຂົ້າໃຈເຖິງການເຄື່ອນ
ໄຫວດັ່ງກ່າວ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
GM Workers Face Grim Holiday Season With Plant Shutdowns Ahead