ສປຊ ກັງວົນ ລາຄາເຂົ້າໂພດ ແລະເຂົ້າເບລ່ ທີ່ຂຶ້ນ ຢ່າງກະທັນ

ການຂື້ນລາຄາ 20 ເປີເຊັນຂອງ ເຂົ້າໂພດ ຫລືໝາກສາລີ ແລະເຂົ້າເບລ່ ໄດ້ສ້າງຄວາມວິຕົກໃຫ້ແກ່ ອົງການອາຫານ ແລະກະເສດຂອງ ສະຫະປະຊາຊາດ ຫລື FAO

ການ​ຂື້ນ​ລາຄາ 20 ​ເປີ​ເຊັນ​ຂອງເຂົ້າ​ໂພດຫຼືໝາກສາລີ​ແລະເຂົ້າ​ເບລ່ ພຽງ​ແຕ່​ໃນ​ລະຍະສາມ
​ອາທິດ​ທີ່​ຜ່ານ​ມາ​ນີ້ ໄດ້​ສ້າງ​ຄວາມ​ວິຕົກໃຫ້ແກ່ອົງການ​ອາຫານ​ແລະ​ກະເສດຂອງ
ສະຫະ​ປະຊາ​ຊາດ ຫຼື FAO.

ທ່ານ Shukri Ahmed ນັກ​ເສດຖະສາດຂອງ​ອົງການ FAO ກ່າວ​ຕໍ່ວີ​ໂອ​ເອ ວ່າ ການ​ຂຶ້ນ
ລາຄາ​ທີ່​ວ່າ​ນີ້ ​ແມ່ນ​ເປັນ​ການ​ຂຶ້ນລາຄາຢ່າງ​ຫຼວງຫຼາຍ ​ແລະຂຶ້ນໃນທັນທີ. ທ່ານກ່າວ​ວ່າ
ມາຈົນ​ເຖິງ​ເດືອນພຶດສະພາ ບັນດາ​ຜູ້​ຊ່ຽວຊານ​ຍັງມີ​ຄວາມ​ຫວັງ​ວ່າ ການ​ຜະລິດເຂົ້າ​ໂພດ
ຈະ​ເພີ້​ມຂຶ້ນຢ່າງ​ຫຼວງຫຼາຍ ຢູ່ໃນທົ່ວ​ໂລກ.

ລະບົບ​ຂໍ້​ມູນ​ຂອງ​ໂລກ​ແລະ​ການ​ເຕືອນ​ໄພ​ລ່ວງ​ໜ້າ​ຂອງອົງການ​ອາຫານ​ໂລກ ​ໄດ້​ອອກ​
ຖະ​ແຫລ​ງການ​ສະບັບ​ນຶ່ງໃນ​ວັນ​ສຸກວານ​ນີ້​ໂດຍ​ກ່າວ​ວ່າ ​ໄພແຫ້ງ​ແລ້ງຢູ່​ໃນສະຫະລັດ ​ໄດ້
ຊ່ວຍ​ຊຸກ​ຍູ້​ໃຫ້​ລາຄາ​ເຂົ້າ​ໂພດ​ແພງ​ຂື້ນ ​ໃນ​ຂະນະ​ທີ່ສະພາບ ອາກາດ​ຮ້ອນຈັດ ​ແລະແຫ້ງ​ແລ້ງ​ ​
ໃນເຂດທະ​ເລ​ດໍາ ​ເປັນ​ຜົນ​ສະທ້ອນ​ຕໍ່​ລາຄາເຂົ້າເບ​ລ່.

ທ່ານ Ahmed ກ່າວ​ວ່າ ການ​ຂື້ນ​ລາຄາທີ່​ວ່າ​ນີ້ ຈະ​ເປັນ​ການກົດ​ດັນ​ຕໍ່​ງົບປະມານ​ແຫ່ງ​ຊາດ
ຂອງ​ບັນດາ​ປະ​ເທດ​ຕ່າງໆ ທີ່​ກາງ​ຕໍ່​ການ​ນໍາ​ເຂົ້າ​ດ້ານອາຫານເພື່ອ​ສະໜອງ​ຕອບ​ຕໍ່​ຄວາມ​
ຕ້ອງການ​ພາຍ​ໃນ​ປະ​ເທດ​ນັ້ນ.