ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ແພັດ ຊານາແຮນ (Pat Shanahan) ກ່າວໃນວັນພະຫັດມື້ນີ້ວ່າ ທ່ານບໍ່ໄດ້ໃຫ້ອະນຸມັດ ແລະກໍບໍ່ຮູ້ອີກດ້ວຍ ວ່າມີດຳລັດຂອງທຳນຽບຂາວ ທີ່ສັ່ງໃຫ້ຍ້າຍເອົາກຳປັ່ນລົບ USS John S. McCain ຂອງກອງທັບເຮືອສະຫະລັດ "ອອກໄປ" ເມື່ອປະທານາທິບໍດີ ດໍໂນລ ທຣຳໄປຢ້ຽມຢາມຍີ່ປຸ່ນນັ້ນ.
"ຂ້າພະເຈົ້າຈະບໍ່ລົບລູ່ ຕໍ່ສິ່ງທີ່ເຮັດໃຫ້ລະນຶກເຖິງຜູ້ຮັກຊາດທີ່ຍິ່ງໃຫຍ່ ເຊັ່ນ ສະມາຊິກສະພາສູງ (ຈອນ) ແມັກເຄນນັ້ນດອກ," ນັ້ນຄືຄຳເວົ້າຂອງທ່ານ ຊານາແຮນ (Shanahan) ທີ່ກ່າວຕໍ່ພວກນັກຂ່າວທີ່ເດີນທາງໄປກັບທ່ານຢູ່ເທິງເຮືອບິນທະຫານສະຫະລັດ ທີ່ບິນໄປຍັງສິງກະໂປ. ທ່ານກ່າວຕໍ່ໄປອີກວ່າ "ຂ້າພະເຈົ້າຈະບໍ່ລົບລູ່ ກຽດສັກສີຂອງຊາຍໜຸ່ມແລະຍິງສາວທີ່ເປັນລູກເຮືອລຳນັ້ນ.”
ໃນລະຫວ່າງການຢ້ຽມຢາມອິນໂດເນເຊຍກ່ອນໜ້ານັ້ນ, ທ່ານ ຊານາແຮນ (Shanahan) ໄດ້ກ່າວຕໍ່ພວກນັກຂ່າວວ່າ “ສິ່ງທີ່ຂ້າພະເຈົ້າໄດ້ອ່ານໃນມື້ເຊົ້າ ນີ້ ກໍຄືສິ່ງທີ່ຂ້າພະເຈົ້າໄດ້ຍິນເປັນເທື່ອທຳອິດ." ທ່ານເວົ້າວ່າ ທ່ານໄດ້ບອກຫົວໜ້າຫ້ອງການເສນາທິການຂອງທ່ານກວດເບິ່ງບັນຫານີ້ແລ້ວ.
ຢູ່ໃນອີເມລ ທີ່ວີໂອເອໄດ້ເຫັນແມ່ນການສົນທະນາກັນ ກ່ຽວກັບກຳປັ່ນ USS John S. McCain ລະຫວ່າງຫ້ອງການທະຫານຂອງທຳນຽບຂາວ ກັບເຈົ້າ ໜ້າທີ່ທ່ານນຶ່ງຢູ່ໃນກຳປັ່ນ ຂອງກອງທັບເຮືອທີ 7 ສະຫະລັດ ກ່ອນການເດີນທາງຂອງທ່ານທຣຳ.
ຄຳຮ້ອງໃນຂໍ້ທີ 3 ທີ່ຂຽນໃນອີເມລສະບັບນັ້ນເວົ້າວ່າ “ກຳປັ່ນ USS John McCain ຕ້ອງບໍ່ໃຫ້ຢູ່ໃນຫັ້ນ."
I was not informed about anything having to do with the Navy Ship USS John S. McCain during my recent visit to Japan. Nevertheless, @FLOTUS and I loved being with our great Military Men and Women - what a spectacular job they do!
— Donald J. Trump (@realDonaldTrump) May 30, 2019
"ຈົ່ງຢືນຢັນວ່າ ຂໍ້ #3 ຈະຖືກປະຕິບັດໃຫ້ເປັນທີ່ພໍໃຈ," ນັ້ນຄືຄຳເວົ້າທີ່ກ່າວເນັ້ນຢ້ຳຢູ່ໃນ ອີເມລນັ້ນ.
ທ່ານທຣຳໄດ້ຂຽນລົງທວີດເຕີໃນວັນພະຫັດມື້ນີ້ວ່າ ທ່ານບໍ່ໄດ້ຖືກລາຍງານໃຫ້ຮູ້ກ່ຽວກັບການຖົກຖຽງກັນເລື້ອງກຳປັ່ນ USS John S. McCain ໃນລະຫວ່າງການຢ້ຽມຢາມຍີ່ປຸ່ນຢູ່ນັ້ນ.
ໂຄສົກຂອງທ່ານຊານາແຮນ, ພົນໂທໂຈ ບູຈີໂນ (Joe Buccino) ເວົ້າວ່າ ຜູ້ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ກໍຍັງ “ບໍ່ຮູ້ວ່າໄດ້ມີຄຳສັ່ງໃຫ້ຍ້າຍກຳປັ່ນ USS John S. McCain ອອກໄປ ແລະກໍບໍ່ຮູ້ກ່ຽວກັບຄວາມເປັນຫ່ວງ ທີ່ເຮັດໃຫ້ມີດຳລັດດັ່ງກ່າວນັ້ນອອກມາ ອີກດ້ວຍ."
The name of USS John S. McCain was not obscured during the POTUS visit to Yokosuka on Memorial Day. The Navy is proud of that ship, its crew, its namesake and its heritage.
— Navy Chief of Information (@chinfo) May 30, 2019