ແຜ່ນດິນໄຫວ ທີ່ມີຄວາມແຮງ 5.1 ສັ່ນສະເທືອນ ນະຄອນ Los Angeles

ຜູ້ຊາຍຄົນນຶ່ງກຳລັງເກັບມ້ຽນ ສິນຄ້ານຕົກເຮັ່ຍ ທີ່ຮ້າຍຂາຍຢາ CVS ທີ່ເມືອງ La Mirada ລັດ California.

ບັນດາ​ພວກທີ່ໄປທ່ຽວ ສວນ​ສະນຸກ Disneyland ໃນ
ພາກ​ຕາ​ເວັນ​ຕົກຂອງ ສະຫະລັດ ທີ່​ລັດ California ​ໃນ
​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ​ໄດ້​ຮັບ​ຄວາມ​ຕື່ນ​ເຕັ້ນ ​ຫລາຍ
​ກວ່າ​ທີ່ຄາດຄິດໄວ້ ເວລາແຜ່ນດິນ​ໄຫ​ວທີ່​ມີ​ຄວາມ​ແຮງ
5.1 ໄດ້​ສັ່ນ​ສ​ະ​ເທືອນ ໃນເຂດ​ນະຄອນ Los Angeles.

ບັນດາ​ເຈົ້າ​ໜ້າ​ທີ່ ສວນສະນຸກ Disneyland ​ໄດ້​ຢຸດ​
ການ​ຂີ່​ເຄື່ອງຫລີ້ນ​ຕ່າງໆ​ທັງ​ໝົດ​ຢູ່ໃນ​ສວນສະນຸກປະ
ມານນຶ່ງ​ຊົ່ວ​ໂມງ ​ເພື່ອ​ທຳການກວດ​ສອບ​ເບິ່ງ​ຄວາມ​
ປອດ​ໄພກ່ອນ ​ເປີດ​ຄືນ​ໃໝ່​ອີກ.

ບັນດາ​ເຈົ້າ​ໜ້າ​ທີ່ຮັບມືກັບເຫດ​ສຸກ​ເສີນ ​ຂອງນະຄອນ Los Angeles ກ່່າວ​ວ່າ ​ເຂົາ​ເຈົ້າ
ໄດ້​ຮັບ​ໂທລະສັບ​ ລາຍ​ງານກ່ຽວກັບການ​ຮົ່ວ​ໄຫລ​ຂອງ​ແກັສ ​ແລະ​ທໍ່​ນໍ້າ​ແຕກ ​ແຕ່​ບໍ່​ມີ
ລາຍ​ງານ​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ສຳຄັນໃດໆ.

ເຈົ້າໜ້າທີ່ຮັກສາຄວາມປອດໄພກ່າວວ່າ ໄດ້ມີການສົ່ງເຈົ້າໜ້າທີ່ໄປກວດກາເບິ່ງ ຂົວ
ແຫ່ງຕ່າງໆ ເຂື່ອນ ທາງລົດໄຟ ແລະລະບົບໂຄງລ່າງພື້ນຖານອື່ນໆ ເພື່ອ ຊອກຫາຮ່ອງ
ຮອຍຂອງຄວາມເສຍຫາຍ.

ປະຊາຊົນໃນນະຄອນ Los Angeles ກ່າວ​ວ່າ ຄວາມ​ສັ່ນ​ສະ​ເທືອນທີ່ເກີດ ຈາກແຜ່ນ
ດິນ​ໄຫວ ​ທີ່ຢູ່ບໍ່​ເລິກປານໃດ​ນັ້ນ ແມ່ນໃຊ້ເວລາ​ປະມານ 30 ວິນາ​ທີ.

​ແຜ່ນດິນ​ໄຫວ​ຂະໜາດນ້ອຍທີ່​ໄດ້​ເກີດ​ຂື້ນກ່ອນ ​ແລະຕິດຕາມ​ມາຈຳນວນນຶ່ງນັ້ນ​ມີຂຶ້ນ
ຫລັງ​ຈາກໄດ້ເກີດແຜ່ນດິນ​ໄຫ​ວ ທີ່ມີຄວາມແຮງແທກໄດ້ 4.4 ໃນເຂດນະ ຄອນ Los Angeles ໃນອາທິດ​ແລ້​ວນີ້.