ການກ່າວຫາກ່ຽວກັບການລວນລາມທາງເພດ ໂດຍກອງກຳລັງ
ສັນຕິພາບສະ ຫະປະຊາຊາດ ແລະບັນດາພະນັກງານ ໄດ້ເພີ້ມ
ຂື້ນໃນປີ 2015 ເຖິງແມ່ນວ່າ ທາງອົງການດັ່ງກ່າວ ໄດ້ມີນະໂຍ
ບາຍ “ການລົງໂທດຢ່າງໜັກ ແບບບໍ່ມີການຍົກເວັ້ນ” ຕໍ່ພວກທີ່
ໄດ້ກະທຳຜິດກໍຕາມ.
ອີງຕາມລາຍງານສະບັບໃໝ່ ຂອງເລຂາທິການໃຫຍ່ ສະຫະປະ
ຊາຊາດ ທ່ານ Ban Ki-moon ທີ່ໄດ້ນຳອອກເຜີຍແຜ່ ເມື່ອວັນ
ສຸກວານນີ້ແລ້ວແມ່ນວ່າມີ 99 ກໍລະນີຂອງການກ່າວຫາດັ່ງກ່າວ
ໃນປີກາຍນີ້ ປຽບທຽບໃສ່ 80 ກໍລະນີ ໃນປີ 2014.
ກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ຮ່ວມພິທີ ທີ່ນະຄອນຫຼວງ Bangui ສາທາລະນະລັດອາຟຣິກາກາງ.
ສ່ວນໃຫຍ່ ຄື 69 ກໍລະນີ ແມ່ນມີຕໍ່ທະຫານ ແລະຕຳຫລວດ ຢູ່ໃນເກົ້າປະເທດ ທີ່ສະຫະປະຊາຊາດ ຍັງມີກຳລັງຮັກສາສັນຕິພາບປະຕິບັດງານໃນປັດຈຸບັນແລະ ໜຶ່ງປະເທດ ທີ່ການປະຕິບັດງານໄດ້ປິດລົງແລ້ວ. ມີຢູ່ 30 ກໍລະນີໃນການກ່າວ ຫາກ່ຽວກັບການສວຍໃຊ້ຫຼືລວນລາມທາງເພດ ຕໍ່ບັນດາພະນັກງານ ອົງການສະ ຫະປະຊາຊາດ.
ກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ທີ່ສູນອົບພະຍົບ ປະເທດຊູດານໃຕ້
ທ່ານ Atul Khare ຮອງເລຂາທິການໃຫຍ່ ໃນການສະໜັບສະໜຸນພາກສະໜາມຂອງສະ
ຫະປະຊາຊາດ ກ່າວຢູ່ກອງປະຊຸມ ໃນວັນສຸກວານນີ້ວ່າ “ຜູ້ໃດກໍຕາມທີ່ຮັບໃຊ້ພາຍໃຕ້ທຸງ
ຂອງສະຫະປະຊາຊາດ ທີ່ສວຍໃຊ້ພວກທີ່ຕົກຢູ່ໃນອັນຕະລາຍນັ້ນ ເປັນສິ່ງທີ່ໜ້າລັງກຽດ
ແທ້ໆ ພວກເຮົາຈະບໍ່ແລະບໍ່ເຫັນພ້ອມນຳເດັດຂາດ ຕໍ່ການທີ່ຜູ້ປົກປ້ອງຄຸ້ມຄອງກາຍເປັນ ຜູ້ປຸ້ນສະດົມ.” ທ່ານກ່າວວ່າ ສະຫະປະຊາຊາດ ຈະປະຕິບັດງານ ເພື່ອໃຫ້ເປັນທີ່ແນ່ນອນ ວ່າມາດຕະການປ້ອງກັນທີ່ແຂງແຮງແລະບ່ອນທີ່ເກີດອຸບັດເຫດທີ່ເກີດຂື້ນບັນດາຜູ້ເຄາະ
ຮ້າຍ ໄດ້ຮັບການສະໜັບສະໜູນ ແລະການກ່າວຫາ ຈະໄດ້ຮັບການສືບສວນ ຢ່າງເຕັມທີ່
ເພື່ອນຳເອົາຜູ້ກະທຳຜິດມາລົງໂທດ.
ກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ທີ່ນະຄອນຫຼວງ Abidjan ປະເທດ Ivory Coast.
ສະຫະປະຊາຊາດ ໄດ້ສັ່ງໃຫ້ຫາທາງປົວແປງ ຕໍ່ບັນດາຜູ້ເຄາະຮ້າຍ ຮວມທັງການ ຈ່າຍເງິນຊົດເຊີຍ ແລະຈັດຕັ້ງກົນໄກ ເພື່ອໃຫ້ການຊ່ວຍເຫລືອ ແລະຊຸກຍູ້ ໃຫ້ບັນດາຜູ້ເຄາະຮ້າຍ ລາຍງານການກະທຳຜິດຕ່າງໆ.
Your browser doesn’t support HTML5
UN Sex Abuse