ນັກ​ການ​ທູດ ອະ​ວຸ​ໂສ ຂອງ​ກະຊວງ ​ຕ່າງປະ​ເທດ​ ສະຫະລັດ ລາອອກ ຈາກຕຳແໜ່ງ

ກະຊວງຕ່າງປະເທດ ສະຫະລັດ ທີ່ນະຄອນຫລວງວໍຊິງຕັນ

ນັກ​ການ​ທູດ 5 ຄົນ ທີ່ຢູ່​ໃນ​ຕຳ​ແໜ່​ງຄະນະ​ຜູ້​ຈັດການ​ຂັ້ນອະ​ວຸ​ໂສ ຂອງ​ກະຊວງການ​ຕ່າງ ປະ​ເທດ​ສະຫະລັດ ​ໄດ້​ລາ​ອອກ ບໍ່​ເທົ່າ​ໃດ​ມື້ ກ່ອນ​ໜ້າ​ຜູ້​ທີ່​ ປະທານາ​ທິບໍດີ ດໍ​ໂນ​ລ ທຣຳ ​ເລືອກໃຫ້​ເຂົ້າກຳ​ຕຳ​ແໜ່​ງເປັນ​ລັດຖະມົນຕີຂອງ​ກະຊວງ​ດັ່ງກ່າວ ຄາດ​ວ່າຈະ​ຖືກ​ຮັບ​ຮອງ​ເອົາ​ໂດຍ​ສະພາ​ສູງ ​ແລະ​ເຂົ້າຮັບ​ໜ້າ​ທີ່.

ນຶ່ງ​ໃນ​ບັນດາ​ນັກ​ການ​ທູດ​ທັງ 5 ​ແມ່ນຢູ່​ເທິງ​ເຮືອບິນ ພວມ​ເດີນທາງ​ ໄປ​ຢູ​ໂຣບ​ ເພື່ອ​ເຂົ້າ ຮ່ວມ​ກອງ​ປະຊຸມ​ລະດັບ​ສູງເວລາ​ທ່ານ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ເດີນທາງ​ກັບ​ຄືນປະ​ເທດ ອີງ​ຕາມ​ແຫຼ່ງຂ່າວ​ທາງ​ການ​ທູດ​ທີ່​ວີ​ໂອ​ເອ​ໄດ້​ຮັບ​.

ທ່ານ Bruce Jentleson ອະດີດ​ທີ່​ປຶກສາ​ອະ​ວຸ​ໂສ ​ໃຫ້​ແກ່​ຜູ້ອຳນວຍການ​ໃນ ການວາງ​ແຜນ​ດ້ານ​ນະ​ໂຍບາຍ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວຕໍ່​ວີ​ໂອ​ເອວ່າ “ນີ້ບໍ່
​ແມ່ນ​ຂັ້ນຕອນ​ທຳ​ມະ​ດາ. ມັນ​ບໍ່​ແມ່ນ​ເຫດການ​ບັງ​ເອີນ.” ອາຈານ​ສອນນະ​ໂຍບາຍ​ສາທາ
ລະນະ ​ແລະ​ລັດຖະສາດ ​ຈາກ​ມະຫາວິທະຍາ​ໄລ Duke ກ່າວ​ຕື່ມ​ວ່າ “ຖ້າ​ຫາກ​ວ່າ​ມັນ​ບໍ່​ແມ່ນ​ມີ​ການ​ປະສານ​ງານ​ກັນ​ແລ້ວ ມັນ​ຍິ່ງ ຈະ​ມີ​ຄວາມ​ສຳຄັນ​ຫຼາຍ.”

ຕຶກກະຊວງຕ່າງປະເທດ ທີ່ນະຄອນຫລວງ Washington.

ພວກ​ນັກ​ການ​ທູດ​ອາຊີບ​ທີ່​ກະຊວງ​ຕ່າງປະ​ເທດ ແນວ​ໃດ​ກໍ​ຕາມ ​ແມ່ນ​ຮູ້ສຶກ​ຕົກ​ໃຈ​ກ່ຽວ​ກັບ​ລາຍ​ງານ​ຂ່າວໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍ​ຖິ້ມ​ໂທດ​ໃສ່​ລັດຖະບານ​ຊຸດ ​ໃໝ່ ກ່ຽວ​ກັບ​ການ​ລາ​ອອກ “ຢ່າງ​ເປັນ​ຂະ​ບວນ” ຫຼື “ປົດ​ຈາກ​ຕຳ​ແໜ່​ງ.”

ຮອງລັດຖະມົນຕີຕ່າງປະເທດ ທ່ານນາງ Victoria Nuland ກ່າວລະຫວ່າງກອງປະຊຸມນັກຂ່າວທີ່ Kyiv ປະເທດ Ukraine.

​ເອກ​ອັກຄະ​ລັດ​ຖະທູດ Barbara Stephenson ປະທານ​ສະມາຄົມ​ລັດຖະ ກອນກະຊວງ​ຕ່າງປະ​ເທດ​ອາ​ເມຣິກັນ ທີ່​ເອີ້ນຫຍໍ້ວ່າ AFSA ຊຶ່ງ​ເປັນ​ກຸ່ມ​ຈັດ ຕັ້ງອາຊີບ​ແລະ​ກຳມະບານ​ຂອງ​ກະຊວງ​ການຕ່າງປະ​ເທດ ກ່າວ​ວ່າ “ສິ່ງ​ແວດ ລ້ອມ​ກ່ຽວ​ກັບ​ເລື່ອງ​ນີ້​ແມ່ນ​ບໍ່​ຄົບ​ຖ້ວນ​ແທ້ໆ.”

ທ່ານ​ນາງ​ກ່າວ​ຕໍ່​ວີ​ໂອ​ເອວ່າ “ການ​ສັບ​ປ່ຽນ​ຕຳ​ແໜ່​ງ​ໃໝ່​ແລະ​ການ​ອອກ​ກິນ​ເບ້ຍ​ບຳນານ ຫຼັງ​ຈາກ​ໄດ້​ຮັບ​ໃຊ້​ຄົບ​ຕາມ​ຈຳນວນ​ປີ​ແລ້ວ ​ແມ່ນ​ສ່ວນ​ນຶ່ງ​ຂອງ DNA ຂອງກະຊວງ​ຕ່າງ

ປະ​ເທດ. ມັນ​ເປັນ​ເລື່ອງ​ທຳ​ມະ​ດາ​ທີ່​ວ່າປ່ຽນ​ແປງຂອງ​ລັດຖະ ບານ ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ບຸກຄະລາ​ກອນ.”

ທ່ານ Rex Tillerson, ກາງ, ອະດີດປະທານ ແລະຫົວໜ້າບໍລິຫານ ບໍລິສັດນໍ້າມັນ ExxonMobil ສຳພັດມືກັບ ສະມາຊິກສະພາສູງ ສະຫະລັດ ທ່ານ Marco Rubio.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ