ວັນທີ 8 ພຶດສະພາເປັນວັນຄົບຮອບ 70 ປີໃນອັນທີ່ເອີ້ນກັນວ່າ
ວັນໄຊຊະນະໃນຢູໂຣບ ຫຼື VE Day ເປັນວັນຂີດໝາຍໃນປີ
1945 ເວລາພວກທະຫານ Nazi ວາງອາວຸດຂອງພວກເຂົາບັ້ນ
ສຸດທ້າຍເຮັດໃຫ້ສົງຄາມໂລກຄັ້ງທີສອງຍຸດຕິລົງໃນທະວີບຢູໂຣບ.
ທີ່ອັງກິດ ມີການຈັດພິທີລະລຶກຕ່າງໆຂຶ້ນໃນວັນສຸກມື້ນີ້ ໃນຂະນະ
ດຽວກັນກໍມີການສະແດງດົນຕີ concert ແລະງານກິນລ້ຽງຢູ່ຕາມ
ຖະໜົນຫົນທາງສາຍຕ່າງໆ ໃນທົ່ວປະເທດ ໃນຄວາມພະຍາຍາມ
ເພື່ອສ້າງຕັ້ງຈິດໃຈແຫ່ງວັນລະລຶກດັ່ງກ່າວຄືນໃໝ່.
ການສະແດງດົນຕີ concert ຄັ້ງໃຫຍ່ກຳນົດຈະມີຂຶ້ນທີ່ສວນສາທາລະນະ Saint James Park ທີ່ກຸງລອນດອນ ບ່ອນທີ່ຈະມີງານກິນລ້ຽງຕ້ອນຮັບພວກນັກລົບເກົ່າ 2
ພັນຄົນຢູ່ແຫ່ງດັ່ງກ່າວເຊັ່ນກັນ.
ໃນວັນອາທິດມື້ຮືນີ້ ລາຊີນີ Elizabeth ຈະຊົງໄປຮ່ວມວັນຂອບຄຸນ VE ທີ່ໂບດ Westminster Abbey.
ທີ່ຝຣັ່ງ ປະທານາທິບໍດີ Francois Hollande ຈະໄປວາງພວງມາລາໃສ່ຫລຸມຝັງສົບນິລະນາມ. ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກໍຈະໄປຮ່ວມ
ໃນພິທີດັ່ງກ່າວເຊັ່ນກັນ.
Your browser doesn’t support HTML5
VE Day
ຣັດເຊຍຈະຈັດພິທີຂີດໝາຍ ແຫ່ງການອາວະສານຂອງສົງຄາມໂລກຄັ້ງທີສອງ ດ້ວຍການ
ເດີນສວນສະໜາມທີ່ຈະຕຸລັດ Red Square ໃນນະຄອນຫຼວງມອສກູ.
ທີ່ສະຫະລັດ ຝູງເຮືອບິນລົບທີ່ໃຊ້ໃນປາງສົງຄາມໂລກຄັ້ງທີສອງຈຳນວນຫຼວງຫຼາຍ
ຈະບິນຜ່ານນະຄອນຫຼວງວໍຊິງຕັນ ເພື່ອໃຫ້ກຽດແກ່ພວກນັກລົບເກົ່າໃນປາງສົງຄາມ
ໂລກຄັ້ງທີສອງຢູ່ໃນເມືອງ ສຳລັບພິທີສະຫຼອງທີ່ອະນຸສາວະລີສົງຄາມໂລກຄັ້ງທີສອງ.
ຜູ້ນຳຕາເວັນຕົກ ຈະບໍ່ໄປຮ່ວມ ສະຫລອງໄຊຊະນະຂອງສົງຄາມໂລກຄັ້ງທີ 2 ທີ່ມົສກູ:
Your browser doesn’t support HTML5
Russia's Turn to the East More Economic than Ideological