ອິສຣາແອລ ໄດ້ເລີ້ມສົ່ງທະຫານຄືນໄປປະຈຳຢູ່ເລາະຕາມຊາຍ
ແດນຕິດກັບເຂດກາຊາ. ມີການເຫັນການເຄື່ອນໄຫວຂອງພວກ
ທະຫານແລະຍວດຍານພາຫະນະ ໃນວັນອາທິດມື້ນີ້.
ນາຍົກລັດຖະມົນຕີ Benjamin Netanyahu ກ່າວໃນວັນເສົາ
ວານນີ້ ວ່າ ເວລາໃດພວກທະຫານອິສຣາແອລ ເສັດສິ້ນພາລະກິດ
ໃນການທຳລາຍພວກອຸໂມງທັງຫລາຍຂອງກຸ່ມຮາມັສແລ້ວ ພວກ
ເຂົາເຈົ້າກໍຈະຖືກສົ່ງກັບ “ອີງຕາມຄວາມຮຽກຮ້ອງຕ້ອງການທາງ
ດ້ານຄວາມປອດໄພ ຂອງອິສຣາແອລ.” ທ່ານ Netanyahu
ກ່າວຕື່ມວ່າ ອິສຣາແອລໄດ້ທຳລາຍອຸໂມງຫຼາຍສິບແຫ່ງແລ້ວ ທີ່ກຸ່ມຮາມັສໃຊ້ເພື່ອລັກລອບ
ສົ່ງອາວຸດ ແລະພວກນັກຕໍ່ສູ້ຂອງຕົນ ເຂົ້າໄປໃນດິນແດນຂອງອິສຣາແອລນັ້ນ.
ການໂຈມຕີຕໍ່ເຂດກາຊາ ວັນທີ 3 ສິງຫາ 2014
ເຖິງຢ່າງໃດກໍດີ ອິສຣາແອລກໍຍັງສືບຕໍ່ທຳການໂຈມຕີ ໃນພາກໃຕ້ຂອງເຂດກາຊາໃນວັນອາທິດມື້ນີ້. ພວກແພດໝໍໃນເຂດກາຊາ ກ່າວວ່າ ການໂຈມຕີໂຮງຮຽນແຫ່ງນຶ່ງຂອງສະຫະ
ປະຊາຊາດ ໃນເມືອງ Rafah ທີ່ເປັນບ່ອນອາໄສຫລົບໄພຊົ່ວຄາວຂອງຊາວປາແລສໄຕນ໌
ທີ່ພາກັນຫລົບໜີຈາກການບຸກໂຈມຕີຂອງອິສຣາແອລນັ້ນ ໄດ້ສັງຫານປະຊາຊົນຢ່າງໜ້ອຍ
7 ຄົນ ແລະເຮັດໃຫ້ບາດເຈັບຕື່ມອີກ 30 ຄົນ.
ໃນຂະນະດຽວກັນນີ້ ພວກຄະນະຜູ້ຕາງໜ້າຈາກພວກກຸ່ມຫົວຮຸນແຮງຮາມັສ ແລະJihad
ອິສລາມ ກໍໄດ້ເດີນທາງໄປຮອດນະຄອນຫຼງໄຄໂຣຂອງອີຈິບ ເພື່ອທຳການໂອ້ລົມສົນທະ
ນາກັນເລື້ອງຂໍ້ສະເໜີຢຸດຍິງ. ການໂອ້ລົມສົນທະນາກັນດັ່ງກ່າວ ແມ່ນບັນດາເຈົ້າໜ້າທີ່
ອີຈິບ ແລະສະຫະລັດ ເປັນຜູ້ຈັດແຈງໃຫ້ມີຂຶ້ນ. ແຕ່ອິສຣາແອລ ຍັງບໍ່ທັນໄດ້ສົ່ງຜູ້ໃດໄປ
ຮ່ວມໃນການໂອ້ລົມເຈລະຈາກັນຄັ້ງນີ້ເທື່ອ.
Your browser doesn’t support HTML5
israelpalestinians3august14