ເຈັດຄົນ ເສຍຊີວິດ ຍ້ອນການໂຈມຕີ ​ຢູ່ ອິນເດຍ (ວີ​ດີ​ໂອ/ສະ​ໄລ​ດ໌)

Your browser doesn’t support HTML5

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ ອິນ​ເດຍ ກ່າວ​ວ່າ ພວກ​ຫົວ​ຮຸ່ນ​ແຮງ​ໄດ້
ໂຈມ​ຕີ​ຊາວ​ບ້ານ ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ ອິນ​ເດຍ
ສັງ​ຫານ​ເຈັດ​ຄົນ ​ແລະ​ຄົນ​ອຶ່ນໆໄດ້​ຮັບ​ບາດ​ເຈັບ​ຢ່າງ​ໜ້ອຍ
9 ​ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ພວກ​ໂຈມ​ຕີ ​ໄດ້​ເປີດ​ສາກ​ຍິ່ງ​ໃສ່​
ຊາວບ້ານ ຜູ້​ທີ່​ພາກັນ​ສະຫລອງ​ບຸນ​ສາສະໜາຮິນ​ດູ ດີ​ວາລີ
ຢູ່​ເມືອງ Golapara ໃນ​ແຄວ້ນອາ​ສໍາ ​ໃນ​ຕອນ​ຄໍ່າ​ຄືນ​ວັນ​ອາທິດ​ວານ​ນີ້.

ຕໍາຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ສົງ​ໄສວ່າ​ແມ່ນ ສະມາຊິກ​ກຸ່ມປົດ​ປ່ອຍ​ແຫ່ງ​ຊາດ Garo ​ ​ເປັນ​ຜູ້ຮັບຜິດຊອບ​ຕໍ່ການ​ໂຈມ​ຕີດັ່ງ​ກ່າວ​.

ບຸນ​ແສງ​ໄຟ ດີ​ວາ​ລີ ຂອງ​ສາ​ສະ​ໜາ​ຮິນ​ດູ