ສະ​ມາ​ຊິກ​​ ສະ​ພາ​ອັງ​ກິດ 7 ທ່ານ ​ລາ​ອອກ​ ຈາກ​ພັກ​ແຮງ​ງານ ຍ້ອນການ​ຖອນ​ຕົວ ຂອງ ​ອັງ​ກິດ ຈາກ EU ແລະ​ການຕໍ່​ຕ້ານຊາວ​ຢິວ

ພວກບວດ​ຍານ​ພາ​ຫະ​ນະ ແລ່ນ​ຜ່ານ ປ້າຍ ທີ່​ຕໍ່​ຕ້ານ​ການ​ຖອນ​ຕົວ​ອັງ​ກິດ ອອກ​ຈາກຢູ​ໂຣບ ​ໃກ້ໆ​ກັບ ລອນດອນ, 29 ມັງ​ກອນ 2019.

ບັນ​ດາສະ​ມາ​ຊິກສະ​ພາ​ອັງ​ກິດ 7 ທ່ານ ໄດ້​ລາ​ອອກ​ຈາກ​ພັກ​ແຮງ​ງານ ຊຶ່ງ​ເປັນພັກ
ຝ່າຍ​ຄ້ານ​ຫຼັກ ກ່ຽວ​ກັບ ​ການ​ເອົາ​ບາດ​ກ້າວ ການ​ນຳ​ພາ​ ໃນການ​ຖອນ​ຕົວ ອອກ​
ຈາກສະ​ຫະ​ພາບ​ຢູ​ໂຣບ ຫຼື ທີ່​ຮູ້​ກັນໃນ​ຊື່​ນຶ່ງວ່າ Brexit ແລະ​ການກ່າວ​ຫາວ່າ​ມີການ
ຕໍ່​ຕ້ານຊາວ​ຢິວ ​ຢູ່ໃນ​ຖັນ​ແຖວ​ຂອງ​ພັກ.

ບັນ​ດາສະ​ມາ​ຊິກສະ​ພາ​ ທັງ 7 ທ່ານ ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຈະ​ຈັດ​ຕັ້ງກຸ່ມອິດ​ສະ​ຫຼະ
​ຂຶ້ນ. ການ​ໂຕນ​ພັກ​ຄັ້ງ​ນີ້ ແມ່ນ​ການ​ແບ່ງ​ແຍກ​ທີ່​ໃຫຍ່​ສຸດ ໃນ​ພັກ​ແຮງ​ງານ ນັບ​ຕັ້ງ​ແຕ່
ສະ​ມາ​ຊິກ​ອາ​ວຸ​ໂສ 4 ທ່ານ ໄດ້​ລາ​ອອກ ໃນ​ປີ 1981 ເພື່ອ​ສ້າງ​ຕັ້ງ​ພັກ​ສັງ​ຄົມ​ປະ​ຊາ
​ທິ​ປະ​ໄຕ ຫຼື Social Democratic Party.

ກຸ່ມ​ດັ່ງ​ກ່າວ ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ທີ່​ຕຶກ​ສະ​ພາຢູ່ນະ​ຄອນລອນດອນ ໃນວັນ​ຈັນ
​ວານ​ນີ້ ວ່າ ພັກ​ແຮງ​ງານ ໄດ້​ປ່ຽນ​ໄປ ນັບ​ຕັ້ງ​ແຕ່​ຜູ້​ນຳ​ຂອງ​ພັກ ທ່ານ ເຈ​ຣາ​ມີ ຄໍ​ຣ໌​ບິນ
ໄດ້​ເຂົ້າ​ກຳ​ອຳ​ນາດໃນ​ປີ 2015 ແລະ​ໄດ້​ກ່າວ​ວ່າ ພັກ​ດັ່ງ​ກ່າວ ຈະ​ບໍ່​ຮັບ​ເອົາ​ທັດ​ສະ​ນະ​ມຸມມອງຂອງ​ພວກ​ເປັນ​ກາງອຽງ​ຊ້າຍ​ອີກ​ຕໍ່​ໄປ​ແລ້ວ​.

“ສຸດ​ທ້າຍ​ແລ້ວ ກໍ​ແມ່ນ​ວ່າ ການ​ເມືອງ​ແມ່ນ​ແຕກ​ຫັກ. ມັນ​ບໍ່ໜ້າ​ຈະ​ເປັນ​ແບບ​ນີ້.
ມາ...ມາ ປ່ຽນ​ກັນ​ເທາະ,”
ຊຶ່ງ​ທ່ານ ຊູ​ກາ ອູ​ມັນ​ນາ (Chuka Umunna) ​ນຶ່ງ ​ໃນພວກ
​ສະ​ມາ​ຊິກສະ​ພາ ໄດ້​ກ່າວ​ໄວ້. ທ່ານຄ​ຣິ​ສ ແລັ​ສ​ລີ ກໍ​ແມ່ນ​ອີກ​ຜູ້​ນຶ່ງ​ທີ່​ອອກ​ຈາກ​ພັກ
ໄດ້​ກ່າວ​ວ່າ“ລັດ​ທິມາກຊິ​ສ ປັດ​ຈຸ​ບັນ​ນີ້ ແມ່ນ​ໃສ່​ໜ້າ​ກາກ ​ເປັນ​ພັກ​ແຮງ​ງານ​. ມັນ​ມີ​
ຊື່ວ່າ​ແຮງ​ງານກໍ​ຈິງ, ແຕ່​ວ່າ ມັນແມ່ນ​ເຄື່ອງ​ຈັກ ​ທີ່​ພັກ​ດັ່ງ​ກ່າວ​ເຂົ້າ​ມາ​ຍຶດເອົາ.”

ທ່ານ ເຈຣາມີ ຄໍຣ໌ບິນ ຜູ້ນຳພັກແຮງງານ ກ່າວ ໃນການໂຕ້ວາທີ ແບບບໍ່ໝັ້ນໃຈ ຫຼັງຈາກທີ່ ລັດຖະສະພາປະຕິເສດຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ທີ່ນິຍົມແນວທາງເດີມ ທ່ານນາງເທຣີຊາ ເມ ທີ່ຈະຖອນອັງກິດ ອອກຈາກ EU, ລອນດອນ, 16 ມັງກອນ 2019.

ໃນ​ການ​ທ້າ​ທາຍ​ໂດຍກົງ ທ່ານ​ຄໍ​ຣ໌​ບິນ, ບັນ​ດາ​ສະ​ມາ​ຊິກສະ​ພາ​ທີ່ຍຶດ​ແນວ​ທາງເປັນກາງ
ກ່າວ​ວ່າ ພວກ​ເພິ່ນ​ແມ່ນ​ຊັກ​ຊວນ​ໃຫ້​ສະ​ມາ​ຊິກ​ທ່ານ​ອື່ນໆ ເຂົ້າ​ຮ່ວມໃນ​ກຸ່ມ.

ນຶ່ງ​ໃນ​ບັນ​ດາ​ຫົວ​ໜ້າ​ຂອງ​ກຸ່ມ ຈົ່ມ​ວ່າ ​ພັກ​ແຮງ​ງານ ແມ່ນ​ໄດ້​ປະ​ຕິ​ບັດ​ຕາມໃນ​ ການ​ຖອນ
​ຕົວຂອງ​ອັງ​ກິດ​. ທ່ານ​ຄໍ​ຣ໌​ບິນ ຖືກ​ຕຳ​ໜິ​ຈາກ​ສະ​ມາ​ຊິກບາງ​ຄົນ​ຂອງ ພັກວ່າ ບໍ່​ໄດ້​ດຳ​ເນີນ
​ການ​ຢ່າງພຽງ​ພໍ ​ທີ່​ຈະຄັດ​ຄ້ານຕໍ່​ແຜນ​ການ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ ທີ່​ນິ​ຍົມ​ແນວ​ທາງ​ເດີມ​
ທ່ານ​ນາງ​ເທ​ຣີ​ຊາ ເມ ທີ່​ຈະ​ຖອ​ນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ​ນັ້ນ ແລະ​ບໍ່​ໄດ້​ຜັກ​ດັນ
ຢ່າງ​ພຽງ​ພໍ ​ເພື່ອ​ໃຫ້​ມີ​ການ​ລົງ​ປະ​ຊາ​ມະ​ຕິ ເປັນ​ຄັ້ງ​ທີ 2 ນັ້ນ.

ພັກ​ແຮງ​ງານ ໄດ້​ແຕກ​ແຍກ​ກັນ​ໂດຍ​ການ​ລົງ​ຄະ​ແນນຂອງ​ການ​ຖອນ​ຕົວ​ອອກ​ນີ້,
ໂດຍ​ພວກ​ທີ່ເຄີຍ​ລົງ​ຄະ​ແນນ​ສຽງ​ແບບ​ດັ້ງ​ເດີມ​, ໂດຍ​ສະ​ເພາະ ​ແມ່ນ​ທາງ​ພາກ​ເໜືອ​
ຂອງ​ອັງ​ກິດ ໄດ້ເລືອກ​ເອົາ​ການຖອນ​ຕົວອອກຈາກ EU ໃນການ​ລົງ​ປະ​ຊາ​ມະ​ຕິ ​ປີ 2016,
ໃນ​ຂະ​ນະ​ທີ່ ສ່ວນ​ໃຫຍ່​ຂອງ​ພັກ​ແຮງ​ງານ ​ສະ​ໜັບ​ສະ​ໜຸນ​ໃຫ້​ຢູ່​ກັບ EU ຕໍ່​ໄປ.

ການ​ຖອນ​ຕົວ​ຂອງ​ອັງ​ກິດ​ອອກ​ຈາກ EU ນີ້ ​ຍັງໄດ້​ແບ່ງ​ແຍກ ​ພັກ​ນິ​ຍົມ​ແນວ​ທາງ​ເດີມ
​ຂອງ​ປະ​ເທດເຊັ່ນ​ດຽວ​ກັນ ​ອອກ​ເປັນ​ພວກ​ສະ​ໜັບ​ສະ​ໜຸນ Brexit ແລະ​ພວກ​ທີ່​ນິຍົມ
​ໃຫ້​ຢູ່​ກັບ EU ຕໍ່​ໄປ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ