ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ Jeff Sessions ໄດ້ຖອນຕົວອອກຈາກ
ການສືບສວນໃດໆກໍຕາມ ຂອງລັດຖະບານກາງ ກ່ຽວກັບການກ່າວຫາທີ່ວ່າ ຣັດເຊຍ
ໄດ້ເຂົ້າມາຫຍຸ້ງກ່ຽວແຊກແຊງການເລືອກຕັ້ງປະທານາທິບໍດີສະຫະລັດໃນປີ 2016.
ທ່ານ Sessions ໄດ້ພົບປະກັບພວກນັກຂ່າວໃນວັນພະຫັດວານນີ້ຫຼັງຈາກໜັງສືພິມ Washington Post ລາຍງານວ່າ ໃນຂະນະທີ່ທ່ານ Sessions ຍັງເປັນ ສະມາຊິກ
ສະພາສູງ ແລະ ຄະນະໂຄສະນາຫາສຽງ ຂອງທ່ານທຣຳຢູ່ນັ້ນ ທ່ານໄດ້ພົບປະ ກ່ອນ
ໜ້າການເລືອກຕັ້ງ 2 ເທື່ອກັບເອກອັກຄະລັດຖະທູດຣັດເຊຍທ່ານ Sergei Kislyak
ແຕ່ບໍ່ໄດ້ເປີດເຜີຍຂໍ້ມູນນີ້ ໃນລະຫວ່າງໃຫ້ການເພື່ອຮັບຮອງເອົາການແຕ່ງຕັ້ງທ່ານ.
ເບິ່ງ: ທ່ານ Jeff Sessions ຖອນໂຕ ບໍ່ເຂົ້າຮ່ວມ ການສືບສວນ
Your browser doesn’t support HTML5
Attorney General Jeff Sessions Recuses Himself From Russia Investigations
ມີຄຳຖາມຢູ່ວ່າ ການໂອ້ລົມຂອງທ່ານ Sessions ແມ່ນກ່ຽວກັບການໂຄສະນາຫາສຽງ
ແທ້ຫຼືບໍ່. ສະມາຊິກສະພາບາງທ່ານຈາກທັງສອງພັກໄດ້ທວງໃຫ້ທ່ານ Sessions ຖອນ
ໂຕຂອງທ່ານໃນຂະນະທີ່ສະມາຊິກພັກເດໂມແຄຣັດບາງຄົນກ່າວວ່າ ທ່ານຄວນຈະລາ
ອອກ ໂດຍກ່າວຫາທ່ານວ່າ ຕົວະໃນຂະນະ
ທີ່ໃຫ້ການ.
ປະທານາທິບໍດີດໍໂນລ ທຣຳ ຜູ້ຊຶ່ງກ່ອນໜ້ານີ້ກ່າວວ່າ ທ່ານບໍ່ເຊື່ອວ່າ ທ່ານ Sessions
ຄວນຈະຖອນໂຕ ໂດຍເອີ້ນລັດຖະມົນຕີກະຊວງຍຸຕິທຳຂອງທ່ານວ່າ “ເປັນບຸກຄົນທີ່ຊື່
ສັດ” ທີ່ຄວນຈະຕອບຄຳຖາມ ໃນລະຫວ່າງໃຫ້ການນັ້ນດີກວ່ານີ້.
ເບິ່ງ: ທ່ານ Sessions ກ່າວປ້ອງກັນ ກ່ຽວກັບຄຳໃຫ້ການຂອງທ່ານ
Your browser doesn’t support HTML5
Sessions: ‘I Never Had Meetings with Russian Operatives’ About Trump Campaign
ປະທານາທິບໍດີກ່າວວ່າ “ສະມາຊິກພັກເດໂມແຄຣັດກຳລັງໃຫ້ຄວາມສຳຄັນຫຼາຍເກີນ
ໄປ. ເຂົາເຈົ້າໄດ້ເສຍໄຊໃນການເລືອກຕັ້ງ ແລະເວລານີ້ ເຂົາເຈົ້າບໍ່ເຂົ້າໃຈໃນສະພາບ
ການໂຕຈິງ ມັນເປັນການຊອກຫາເລື່ອງເພື່ອຈະມາລົງໂທດຢ່າງສິ້ນເຊີງ.”
ເບິ່ງ: ທ່ານ Sessions ເວົ້າເຖິງ ການຕັດສິນໃຈຂອງທ່ານ
Your browser doesn’t support HTML5
Sessions Recused Himself After 'Evaluating the Rules'
ໃນລະຫວ່າງໃຫ້ການ ເພື່ອຮັບຮອງເອົາການແຕ່ງຕັ້ງທ່ານໃນວັນທີ 10 ມັງກອນ ຜ່ານ
ມານັ້ນ ສະມາຊິກສະພາສູງພັກເດໂມແຄຣັດ ທ່ານ Al Franken ໄດ້ຖາມ ທ່ານ Ses-
sions ວ່າ ທ່ານຈະເຮັດແນວໃດ ຖ້າຫາກມີຫລັກຖານວ່າບຸກຄົນໃດບຸກຄົນນຶ່ງ ໃນຄະ
ນະໂຄສະນາຫາສຽງຂອງທ່ານທຣຳ ຕິດຕໍ່ກັບລັດຖະບານຣັດເຊຍ.
ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະລັດ ທ່ານ Sergey Kislyak
ທ່ານ Sessions ຕອບວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ມີຜູ້ໃດພົວພັນກັບກິດຈະການເຫຼົ່ານັ້ນ.
ຂ້າພະເຈົ້າໄດ້ຖືກຮ້ອງຂໍໃຫ້ເປັນຕົວແທນ ຄັ້ງນຶ່ງຫຼືບໍ່ກໍສອງຄັ້ງ ໃນການໂຄສະນາຫາ
ສຽງນັ້ນ ແລະຂ້າພະເຈົ້າບໍ່ໄດ້ ບໍ່ໄດ້ຕິດຕໍ່ກັບຊາວຣັດເຊຍແລະຂ້າ ພະເຈົ້າບໍ່ສາມາດ
ໃຫ້ຄວາມເຫັນໃດໆ ໃນເລື່ອງນີ້.”