ທ່ານ Sessions ກ່າວວ່າ ທ່ານຈະບໍ່ລາອອກ ຈາກ ລມຕ ກະຊວງຍຸຕິທຳ

ລມຕ ກະຊວງຍຸຕິທຳ ທ່ານ Jeff Sessions ໃນກອງປະຊຸມ ຖະແຫຼງຂ່າວ ເພື່ອປະກາດ ການຈັດກອງປະຊຸມ ອາຊະຍາກຳ ທາງໄຊເບີ້ ທີ່ກະຊວງຍຸຕິທຳ ສະຫະລັດ. (20 ກໍລະກົດ 2017)

ທຳນຽບຂາວ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ສະ​ແດງ​ການ​ສະໜັບສະໜຸນ​ທີ່​ບໍ່​ຄອຍ​ກະຕືລື
ລົ້ນປານ​ໃດ ​ແກ່​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແລະ​ບໍ່​ໄດ້​ປະຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​
ໄດ້​ທີ່​ໄອ​ຍະ​ການ​ພິ​ເສດ ຊຶ່ງ​ກຳລັງ​ສືບສວນການ​ແຊກ​ແຊງ​ຂອງຣັດເຊຍ​ເຂົ້າໃນ​ການ
​ເລືອກ​ຕັ້ງ ອາດ​ຈະ​ຖືກ​ປົດ​ໃນ​ທີ່​ສຸດ.

ທ່ານ​ນາງ Sarah Huckabee Sanders ຮອງ​ໂຄສົກ​ ຂອງ​ທຳນຽບຂາວ ​ກ່າວວ່າ
“ປະທານາທິບໍດີ​ຮູ້ສຶກເສຍ​ໃຈ​ໃນ​ການ​ຕັດສິນ​ໃຈ” ​ໂດຍ​ລັດຖະມົນຕີ​ກະຊວງຍຸຕິ​ທຳ
ທ່ານ Jeff Sessions ທີ່​ຂໍ​ຖອນ​ໂຕ​ ຈາກ​ການ​ສືບສວນ ​ກ່ຽວ​ກັບ​ເລື່ອງຣັດເຊຍ.

​ເມື່ອ​ມີ​ການ​ຖາມ​ຕື່ມ​ ກ່ຽວ​ກັບ​ວ່າ ປະທານາທິບໍດີ ​ຍັງ​ມີ​ຄວາມ​ເຊື່ອ​ໝັ້ນ ​ໃນ​ໂຕ​ທ່ານ
Sessions ຫຼືບໍ່ ໂຄສົກ​ກ່າວ​ຕອບ​ວ່າ “ຈະ​ແຈ້ງທ່ານ​ຍັງມີ​ຄວາມ​ເຊື່ອ​ໝັ້ນຢູ່​ຖ້າບໍ່​ດັ່ງ
ນັ້ນຜູ້ກ່ຽວ​ຄົງ​ຈະ​ບໍ່​ໄດ້​ເປັນ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ.”

ເບິ່ງ ທ່ານ Sessions ເວົ້າວ່າ ທ່ານຈະຢູ່ໃນຕຳແໜ່ງຕໍ່ໄປ.

Your browser doesn’t support HTML5

Sessions Says He'll Stay as Attorney General Despite Withering Trump Criticism

ແຕ່​ພວກ​ທີ່ຢູ່​ນອກ​ວົງ​ການ​ລັດຖະບານ​ຈຳນວນ​ນຶ່ງຊ້ຳພັດ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ໄປ.

ທ່ານ William Galston ​ເຈົ້າໜ້າທີ່​ອະ​ວຸ​ໂສທີ່​ສຶກສາ​ກ່ຽວ​ກັບ​ເລື່ອງ​ລັດຖະບານຂອງ
​ສະ​ຖາ​ບັນ Brooking ​ກ່າວຕໍ່​ວີ​ໂອ​ເອ​ວ່າ “ການ​ໃຫ້​ຄວາມເຫັນ ຂອງ ປະທານາທິບໍດີ
​ທຣຳຕໍ່​ໜັງສືພິມ New York Times ໃນ​ມື້ວັນ​ພຸດ​ຜ່ານ​ມາ​ໄດ້​ແນະ​ໃຫ້​ເຫັນວ່າ ທ່ານ
​ໄດ້​ສູນ​ເສຍ​ຄວາມ​ເຊື່ອ​ໝັ້ນ ​ໃນ​ໂຕລັດຖະມົນຕີ ​ກະຊວງ​ຍຸຕິ​ທຳແລ້ວ.” ທ່ານ​ກ່າວ​ຕື່ມ
​ວ່າ “ຖ້ານັ້ນ ​ແມ່ນ​ສິ່ງ​ທີ່​ທ່ານ​ຮູ້ສຶກຫລັງຈາກ​ນັ້ນ ທ່ານ​ອາດ​ຈະພິຈາລະນາ​ ຕັ້ງຄົນ​ໃໝ່
​ແທນ​ທ່ານ Sessions. ​ເຖິງ​ແມ່ນ ນັ້ນອາດ​ຈະ​ເປັນ ການ​ປົດບຸກຄົນນຶ່ງ ​ທີ່​ເປັນ​ຜູ້ສະ
ໜັບສະໜຸນກ່ອນໝູ່​ໝົດ ​ເຂັ້ມ​ແຂງ​ທີ່ສຸດ ​ແລະຈົງ​ຮັກພັກດີ​ຕໍ່​ທ່ານທີ່​ສຸດແລະ​ເປັນ​ບຸກ
ຄົນ​ທີ່​ຊ່ອຍ​ທ່ານ​ຢ່າງໃຫຍ່​ຫຼວງ​ໃນບັນຫາ​ຄົນ​ເຂົ້າ​ເມືອງ ຊຶ່ງ​ບາງທີ​ອາດ​ເປັນ​ສິ່ງ​ທີ່​ທ່ານ​
ໃຫ້​ຄວາມ​ສົນ​ໃຈ​ທີ່​ສຸດ.”

ອະດີດຫົວໜ້າອົງການສັນຕິບານກາງ Robert Mueller ຊຶ່ງເປັນໄອຍະການພິເສດ ສືບສວນກ່ຽວກັບ ການໃຊ້ອິດທິພົນ ຂອງຣັດເຊຍ ແຊກແຊງການເລືອກຕັ້ງ ສະຫະລັດ

ໃນ​ການ​ໃຫ້​ສຳພາດ​ທີ່​ຫ້ອງການ​ຂອງ​ທ່ານ​ຢູ່​ທຳນຽບຂາວ​ໃນ​ມື້ກ່ອນ​ນັ້ນທ່ານ​ທຣຳກ່າວ
​ຕໍ່​ໜັງສືພິມ New York Times ວ່າ ທ່ານ​ຈະ​ບໍ່​ແຕ່ງ​ຕັ້ງທ່ານ Sessionsເດັດຂາດ ຖ້າ​
ທ່ານ​ຮູ້ວ່າ ອະດີດ​ສະ​ມາ​ຊິກ​ສະພາ​ສູງ​ຈາກລັດ​ອາ​ລາ​ບາ​ມາ​ທ່ານ​ນີ້ຈະ​ຖອນ​ຕົວກ່ຽວ​ກັບ
​ການ​ສືບ​ສວ​ນ​ເລື່ອງຣັດ​ເຊຍ. ນອກ​ນັ້ນ ທ່ານ​ຍັງ​ໄດ້​ເຕືອນ ​ກ່ຽວ​ກັບ​ການ​ຂ້າມເສັ້ນ​ແດງ
ຖ້າ​ໄອ​ຍະ​ການ​ພິ​ເສດ ທີ່​ສືບສວນ ​ກ່ຽວ​ກັບ​ເລື່ອງຣັດ​ເຊຍ ທ່ານ Robert Mueller ສືບ
​ສວນ​ເບິ່ງ​ການ​ເງິນ​ຂອງ​ທ່ານ​ທຣຳ.

ອົງການ​ຂ່າວ Bloomberg ລາຍ​ງານ​ວ່າ ທ່ານ Mueller ​ໄດ້​ຂະຫຍາຍ ການ​ສືບສວນ
​ຂອງ​ທ່ານ​ເຂົ້າ​ໄປ​ໃນ​ເລື່ອງ​ນີ້​ແທ້ ຄື​ພວມ​ກວດກາ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ເບິ່ງ​ການ
​ໂອນເງິນ​ຕ່າງໆ​ທີ່​ພົວພັນ​ກັບ​ທຸລະ​ກິດ​ທ່ານ​ທຣຳຕະຫຼອດ​ທັງຂອງພວກ​ເພື່ອນ​ຮ່ວມ​ງານ​
ຂອງ​ທ່ານ​ນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ