ທ່ານ Sessions ສັ່ງໃຫ້ ຕັດສິນ ຜູ້ກະທຳຜິດ ຕິດຄຸກ ດົນກວ່າເກົ່າ

ທ່ານ Jeff Sessions ລັດຖະມົນຕີ​ກະຊວງຍຸ​ຕິ​ທຳ ກ່າວຢູ່ສູນກາງ Islip ທີ່ນະຄອນ New York.

ທ່ານ Jeff Sessions ລັດຖະມົນຕີ​ກະຊວງຍຸ​ຕິ​ທຳສະຫະລັດ ​ໄດ້​ສັ່ງໃຫ້​ບັນ​ດາ​ໄອ​ຍະ​
ການ​ລັດຖະບານ​ກາງທັງຫລາຍ ຊອກ​ຫາທາງ​ຕັ້ງຂໍ້​ກ່າວ​ຫາ​ທີ່​ຮ້າຍ​ແຮງທີ່​ສຸດ​ເທົ່າ​ທີ່​ຈະ​
ເຮັດ​ໄດ້​ຕໍ່​ຜູ້​ຕ້ອງ​ສົງ​ໄສທຳ​ຄວາມຜິດ ຊຶ່ງ​ເປັນ​ການ​ຕ່າວ​ປີ້ນ​ນະ​ໂຍບາຍ​ຂອງປະທານາ
ທິບໍດີ Barack Obama ທີ່​ອາດ​ເປັນ​ຜົນເຮັດ​ໃຫ້​ມີ​ການຕັດສິນ​ລົງ​ໂທດຫລາ​ຍຂຶ້ນ
​ແລະ​ຕິດ​ຄຸກ​ຍາວຂຶ້ນກວ່າ​ເກົ່າ.

ຢູ່​ໃນ​ໜັງສື ຫລື memo ທີ່​ສົ່ງ​ຫາບັນດາ​ໄອ​ຍະ​ການຕ່າງໆ ​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ພະ
ຫັດ​ຜ່ານ​ມາ​ນີ້ ທ່ານ Sessions ຂຽນ​ວ່າ “ນະ​ໂຍບາຍ​ນີ້ ແມ່ນຍຶດໝັ້ນ​ຄວາມ​ຮັບຜິດ
ຊອບ​ຂອງ​ພວກ​ເຮົາ​ໃນ​ການ​ປະຕິບັດ​ຕາມ​ກົດໝາຍ, ມັນ​ເປັນ​ສິ່ງ​ທີ່​ມີສິນລະ​ທຳ ​ແລະ
​ຍຸຕິ​ທຳ ​ແລະ​ເຮັດ​ໃຫ້ເກີດ​ຄວາມສອດຄ່ອງ​ກັນ.”

ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ​ທີ່ນະຄອນຫລວງ ວໍ​ຊິງ​ຕັນ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Sessions
ກ່າວ​ວ່າ ຄຳ​ສັ່ງ​ດັ່ງກ່າວແມ່ນ​ຈໍາ​ເປັນມີ ​ເພື່ອຕ້ານ​ກັບຄວາມ​ຮຸນ​ແຮງທີ່​ເພີ້​ມຂຶ້ນ ຢູ່​ໃນ
​ໂຕ​ເມືອງໃຫຍ່​ຈຳນວນ​ນຶ່ງ ​ແລະ​ການລະບາດ​ຂອງ​ການຕິດຢາ​ເສບ​ຕິດຂອງ​ປະ​ເທດ.
ທ່ານ Sessions ກ່າວ​ວ່າ “ຖ້າ​ຫາກ​ທ່ານ​ຕ້ອງການ​ເກັບໜີ້​ສິນ​ຄ່າຢາ​ເສບ​ຕິດ ທ່ານ​ບໍ່
ສາມາດ​ຍື່ນ​ຄຳຟ້ອງ​ຮ້ອງ​ມາ​ຫາ​ໃນ​ສານ​ໄດ້. ທ່ານ​ສາມາດໄປເກັບ​ເງິນ​ນັ້ນ​ໄດ້​ໂດຍ​ໃຊ້
ກະບອກ​ປືນ.”

ຄຳ​ສັ່ງດັ່ງກ່າວ​ຄາດວ່າ​ຈະເຮັດ​ອອກ​ມາໂດຍ​ທ່ານ Sessions ອະດີດ​ໄອ​ຍະ​ການ​ໃນ
​ໄລຍະ​ທີ່​ມີ​ການ​ທັບ​ມ້າງຢ່າງ​ໃຫຍ່ ຕໍ່ການລະບາດຂອງ​ເຮ​ໂຣອິນ​ທີ່​ຮ້າຍ​ແຮງຂອງ​
ສະຫະລັດ ​ທີ່​ໄດ້​ໃຫ້ຄຳ​ໝັ້ນ​ສັນຍາ​ວ່າ ການ​ຕໍ່ສູ້​ກັບ​ການ​ໃຊ້ຄວາມ​ຮຸນ​ແຮງ ​ແລະ​ຢາ​
ທີ່ຜິດ​ກົດໝາຍ ຈະເປັນບູລິ​ມະ​ສິດ​ຂອງ​ກະຊວງ​ຍຸຕິ​ທຳ.

​ຢູ່​ໃນ​ໜັງສື ຫລື memo ດ້ານ​ນະ​ໂຍບາຍ​ຂອງ​ທ່ານ Sessions ​ໄດ້​ສັ່ງ​ໃຫ້ບັນດາ​ໄອ
​ຍະ​ການ​ທັງຫລາຍ “ຕັງຂໍ້ກ່າວ​ຫາ ​ແລະ​ຕິ​ດຕາມການ​ກະທໍາ​ຜິດ​ທີ່​ຮ້າຍ​ແຮງ​ສຸດ ​ແລະ
​ສາມາດ ມີ​ຫລັກ​ຖານ​ຢັ້ງຢືນ​ໄດ້ຢູ່​ແລ້ວ”. ​ໜັງສື ຫລື memo ດັ່ງ​ກ່າງ​ກໍ​ຮັບ​ຮູ້​ວ່າ ​ໃນ​
ບາງກໍລະນີ “ການ​ໃຊ້​ຄວາ​ມພິນິດພິຈາລະນາ​ຂອງ​ຕົນ” ຈະອະນຸຍາດໃຫ້​ໄອ​ຍະ​ກາ​ນ
ຄົນ​ນຶ່ງ​ບໍ່​ປະຕິບັດ​ຕາມ​ກົດ​ລະບຽບນັ້ນ​ໄດ້. ​ແຕ່ເຖິງຢ່າງໃດ​ກໍຕາມ ​ໃນ​ກໍລະນີ​ມີ​ການ
ຍົກ​ເວັ້ນ​ເຊັ່ນ​ນັ້ນ ຈະ​ຕ້ອງ​ໄດ້​ຂໍ​ຄໍາ​ອະນຸມັດ​ຈາກ​ບັນດາ​ຫົ​ວໜ້າ​ສູງ​ສຸດກ່ອນ.

ພາບບັນທຶກ ປະທານາທິບໍດີ Barack Obama ຕິດຕາມດ້ວຍ ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ Eric Holde ທີ່ທຳນຽບຂາວ ວັນທີ 25 ເດືອນກັນຍາ 2014.

ຄໍາ​ສັ່ງ​ນີ້ ​ໄດ້ລົບ​ລ້າງຄໍາ​ແນະນຳ​ ທີ່​ວາງ​ອອກໂດ​ຍທ່ານEric Holder, ຜູ້​ດໍາລງຕໍາ​
ແໜ່ງ ກ່ອນ ທ່ານ Sessions ທີ່ມາ​ຈາກ​ພັກ​ເດ​ໂມ​ແຄຣັດ ທີ່​ໄດ້​ເວົ້າ​ວ່າ ໃນກໍລະນີ
ບັນດາ​ໄອ​ຍະ​ການກໍ​ສາມາດ ​ສາມາດຍົກ​ເວັ້ນບໍ່​ເອົາຈຳນວນ​ຢາ​ເສບ​ຕິດ​ຂຽນ​ໃສ່​ໃນ
ເອກ​ກະສາ​ນ​ກ່າວ​ຫາ ​ເພື່ອ​ເຮັດ​ໃຫ້ການ​ຕັດສິນ​ລົງ​ໂທດແກ່ຍາວ​ອອກ​ໄປ. ຂໍ້​ລິ​ເລີ້ມ
ທາງນະ​ໂຍບາຍ “ສະຫລາດໃນ​ການ​ແກ້​ໄຂ​ອາດຊະຍາ​ກໍາ” ຂອງ​ທ່ານ Holder ​ທີ່​
ວາງອອກໃນ​ປີ 2013 ​ແມ່ນ​ແນ​ໃສ່ເພື່ອ​ພາ​ໃຫ້​ມີ​ການລົງ​ໂທດ​ສັ້ນ​ລົງ​ຕໍ່ຜູ້​ກະທຳ​
ຄວາມ​ຜິດຢາ​ເສບ​ຕິດ​ທີ່​ບໍ່​ຮ້າຍ​ແຮງ ​ເພື່ອ​ຈະ​ເຮັດ​ໃຫ້​ມີທຶນໄວ້​ຕິດຕາມ​ຫາ​ຜູ້​ກະທຳ
​ຄວາມ​ຜິດ​ທີ່​ຮ້າຍ​ແຮງ ​ແລະ​ຮຸນ​ແຮງ​ຫລາຍ​ກວ່າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ