ນາງ Serina Williams ຊາວອາເມຣິກັນ ໄດ້ຮັບໄຊຊະນະ
ເປັນຄັ້ງທີ 3 ລຽນຕິດ ໃນການແຂ່ງຂັນກິລາເທັນນິສ
US Open ເພດຍິງຮອບຊິງຊະນະເລີດ.
ໃນການແຂ່ງຂັນທີ່ເໜືອກວ່າຄູ່ແຂ່ງ ເມື່ອຕອນຄ່ຳຂອງ
ວັນອາທິດວານນີ້ ຢູ່ນະຄອນ Flushing Meadows ລັດ
New York ນັ້ນ ນາງ Williams ໄວ 32 ປີ ໄດ້ເອົາຊະນະ
ຄູ່ແຂ່ງ ທີ່ເປັນເພື່ອນດີຂອງນາງເອງ ຄື ນາງ Caroline
Wozniacki ໄວ 24 ປີ ຈາກ ເດັນມາກ 2 ເສັດລຽນຕິດ
ຄື 6 ຕໍ່ 3 ແລະ 6 ຕໍ່ 3.
ນາງ Serena Williams ຖືຂັນຊະນະເລີດ ຄຽງຂ້າງນັກເທັນນິສຍອດຍຢຽມ ນາງ Martina Navratilova (ຊ້າຍ) ແລະ ນາງ Chris Evert ຫຼັງຈາກການແຂ່ງຂັນ U.S. Open ປະຈຳປີ 2014 ຮອບຊິງຊະນະເລີດ ຍິງດ່ຽວ ໃນວັນທີ 7 ກັນຍາ 2014 ຢູ່ລັດ New York.
ໄຊຊະນະຂອງນາງໃນຄັ້ງນີ້ ນາງ Williams ຕິດອັນດັບຄືກັນ
ກັບ ນັກເທັນນິສຊາວອາເມຣິກັນ ນາງ Chris Evert ແລະ
ນາງ Martina Navratilova ທີ່ໄດ້ຮັບໄຊຊະນະ 18 ຄັ້ງ ໃນ
ອາຊີບຂອງການແຂ່ງຂັນລາຍການໃຫຍ່ໆ ຫຼື Grand Slam
ນັ້ນ ຊຶ່ງໄດ້ເປັນອັນດັບ ທີ 4 ຂອງບັນຊີລາຍຊື່ຜູ້ດີເດັ່ນ.
6 ຄັ້ງຂອງໄຊຊະນະເລີດນັ້ນ ແມ່ນຢູ່ໃນ US Open ຊຶ່ງ ນາງ
Williams ໄດ້ໄຊຊະນະຄັ້ງທຳອິດຂອງ Grand Slam ເມື່ອປີ
1999 ມີອາຍຸໄດ້ 17 ປີ.