ທະນາຍທ່ານ Mladic ຈະຂໍອຸທອນ ຕໍ່ສານເຊີເບຍ

  • ໄພສານ ວໍຣະຈັກ

ໜັງສືພິມລົງຂ່າວ ກ່ຽວກັບການຈັບກຸມທ່ານ Ratko Mladic

ທະນາຍຄວາມຂອງທ່ານ Ratko Mladic ຜູ້ຕ້ອງສົງໄສ
ເປັນຜູ້ກໍ່ອາດຊະຍາກຳສົງຄາມຊາວເຊີເບຍກ່າວວ່າ ລາວ
ຈະຂໍອຸທອນ ຕໍ່ການຕັດສິນຂອງສານ ທີ່ຈະສົ່ງລູກຄວາມ
ຂອງລາວໄປດຳເນີນຄະດີໂດຍສານຂອງອົງການກສະຫະ
ປະຊາຊາດທີ່ນະຄອນ Hague ປະເທດເນເທີແລນ.

ທະນາຍຄວາມຂອງທ່ານ Mladic ກ່າວໃນມື້ວັນສຸກວານ
ນີ້ວ່າ ລາວຈະຂໍອຸທອນຕໍ່ການຕັດສິນຂອງສານ ໃນະຄອນ
ຫຼວງ Belgrade ໃນມື້ວັນຈັນຈະມາ. ລູກຊາຍຂອງທ່ານ
Mladic ກ່າວວ່ານາຍພົນໃນປາງສົງຄາມທ່ານນີ້ປ່ວຍແຮງ
ຫຼາຍເກີນກວ່າທີ່ຈະຖືກດຳເນີນຄະດີໄດ້.

ທ່ານ Mladic ໄດ້ຖືກຈັບໃນມື້ວັນພະຫັດຜ່ານມາຢູ່ໃນພາກເໜືອເຊີເບຍຫຼັງຈາກໄດ້ທຳການ
ຫຼົບລີ້ມາ ເປັນເວລາ 16 ປີ. ໃນປີ 1995 ສານສະຫະປະຊາຊາດ ທີ່ຮັບຜິດຊອບກ່ຽວກັບ
ການກໍ່ອາດຊະຍາກຳສົງຄາມໃນອະດີດປະເທດຢູໂກສະລາເວຍ ໄດ້ຟ້ອງທ່ານກ່ຽວກັບໂທດ
ກຳຕ່າງໆຕາມທີ່ມີການກ່າວຫາທີ່ວ່າທ່ານໄດ້ກໍ່ຂຶ້ນຫຼືເປັນຜູ້ອອກຄຳສັ່ງໃຫ້ກໍ່ຂຶ້ນ ໃນລະຫວ່າງ
ການປິດລ້ອມເປັນເວລາ 3 ປີຕໍ່ນະຄອນ Sarajevo ຂອງບອສເນຍແລະການສັງຫານພວກ
ຜູ້ຊາຍແລະເດັກນ້ອຍຜູ້ຊາຍມຸສລິມບອສເນຍ 8,000 ຄົນໃກ້ໆເມືອງ Srebrenica.

ເຈົ້າໜ້າທີ່ເຊີເບຍກ່າວວ່າ ຕົນຈະຊອກຄົ້ນຫາແລະລົງໂທດຜູ້ໃດກໍຕາມ ທີ່ໃຫ້ການຊ່ອຍເຫຼືອ
ແກ່ທ່ານ Mladic ເພື່ອບໍ່ໃຫ້ທ່ານຖືກຈັບໃນໄລຍະຫຼາຍໆປີຜ່ານມາ.

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ສະແດງຄວາມຊົມເຊີຍຕໍ່ການຈັບທ່ານ
Mladic. ໃນຖະແຫຼງຂ່າວສະບັບນຶ່ງທີ່ອອກໃນມື້ວັນສຸກວານນີ້ ສະພາຄວາມໝັ້ນຄົງຍັງເວົ້າ
ວ່າ ມັນເປັນກ່າວຢໍ້າເຖິງຄວາມໝາຍໝັ້ນເພື່ອຄໍ້າປະກັນວ່າຈະບໍ່ມີການຍົກເວັ້ນໂທດ ໃຫ້ແກ່
ພວກທີ່ຮັບຜິດຊອບ ໃນການຂ້າລ້າງເຊື້ອຊາດເຜົ່າພັນ ອາດຊະຍາກຳສົງຄາມ ຫຼືອາດຊະຍາ
ກຳຕ້ານມະນຸດຊາດ.