ເຊີເບຍ ຈັດພິທີ ສົ່ງສະການ ແກ່ເຈົ້າຊີວິດ Peter II (ວີດິໂອ)
ພະໂກດຂອງ King Petar II Karadjordjevic ແລະມະເຫສີຂອງພະອົງ, ພະລາຊີນີ Aleksandra, ພະມານດາຂອງພະອົງ, ພະລາຊີນີ Maria ແລະ ພະອານຸຊາຂອງພະອົງ, ອົງຊາຍ Andrej ດອຍໄວ້ ຢູ່ໃນ ວິຫານ St. George ໃນເມືອງ Oplenac, ຊຶ່ງຕັ້ງຢູ່ຫ່າງຈາກ ນະຄອນຫລວງ Belgrade ໄປທາງທິດໃຕ້ 71 ກິໂລແມັດ
ເຊີເບຍໄດ້ຈັດພິທີສົ່ງສະການແກ່ເຈົ້າຊີວິດ Peter II ຊຶ່ງ
ເປັນລາຊາອົງສຸດທ້າຍຂອງ Yugoslavia ທີ່ໄດ້ຊົງຫລົບໜີ
ອອກຈາກປະເທດໄປໃນປາງສົງຄາມໂລກຄັ້ງທີ 2 ແລະກໍ
ໄດ້ສິ້ນພະຊົນ ຢູ່ໃນສະຫະລັດ ໃນປີ 1970.
ຊາກສົບຂອງອະດີດເຈົ້າຊີວິດອົງດັ່ງກ່າວ ພ້ອມກັບຂອງພະ
ມະເຫສີ, ພະມານດາ, ແລະພະອານຸຊາຂອງພະອົງໄດ້ຖືກ
ນໍາໄປຝັງຢູ່ໃນສຸສານຂອງຄອບຄົວພະອົງ ຢູ່ໃນວິຫານ St.
George ໃນເມືອງ Oplenac ໃນພາກກາງຂອງເຊີເບຍ.
ພິທີດັ່ງກ່າວ ໄດ້ຖ່າຍທອດສົດອອກທາງໂທລະພາບ ໃນວັນອາທິດວານນີ້.