ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ໃນຕ່າງແດນປະຈຳແລງວັນພະຫັດມື້ນີ້ ເຮົາຂໍນໍາເອົາການສໍາພາດກັບຍານາງສຸລະພິນ ຫຼື ແຊຣາ ກຸຫຼາບດາຣາ ຫົວໜ້າບໍລິຫານອົງການ “Legacies of War” ຫລື ມໍລະດົກຫຼັງສົງຄາມ ຊຶ່ງທ່ານນາງຈະມາໂອ້ລົມ ໃຫ້ບັນດາທ່ານຟັງ ກ່ຽວກັບປະ ຫວັດແລະວຽກງານຂອງທ່ານນາງຢູ່ໃນ ອົງການ “Legacies of War” ແລະ ການຊອກຫາທຶນ ເພື່ອນໍາໄປເກັບກູ້ລະເບີດ ທີ່ຍັງຕົກຄ້າງແຕ່ປາງສົງຄາມ ທີ່ບໍ່ທັນແຕກຫລື UXO ຢູ່ປະເທດລາວ. ບົວສະຫວັນ ຈະນໍາເອົາລະອຽດ ກ່ຽວກັບ ເລື້ອງນີ້ມາສະເໜີ ທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຂີນຟັງການສໍາພາດກັບທ່ານນາງ ເຊຣາ ກຸຫລາຍດາຣາ
ກະສອບລູກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ທີ່ໄດ້ຖືກເກັບມາທ້ອນໄວ້
ໃນການຕາມລ່າກຳລັງທະຫານຫວຽດນາມເໜືອ ຢູ່ຕາມເສັ້ນທາງໂຮ່ຈິມິນ ແລະກຳລັງທະຫານຄອມມູນິສ ປະເທດລາວ ຊຶ່ງໃນທີ່ສຸດ ກໍເປັນຝ່າຍຊະນະໃນສົງ ຄາມກາງເມືອງຢູ່ປະເທດດັ່ງກ່າວ ໃນປີ 1975 ນັ້ນ ສະຫະລັດໄດ້ເຮັດໃຫ້ລາວກາຍເປັນປະເທດທີ່ຖືກຖິ້ມລະເບີດໃສ່ໂດຍສະເລ່ຍແລ້ວຫຼາຍທີ່ສຸດໃນໂລກ. ອາ ວຸດທີ່ໃຊ້ກັນຫຼາຍ ທີ່ສຸດແມ່ນລະເບີດລູກຫວ່ານ ຊຶ່ງລະເບີດດັ່ງກ່າວຈະເປີດອ້າອອກຢູ່ກາງອາກາດ ເພື່ອຫວ່ານລູກລະເບີດນ້ອຍໆ ຫຼາຍຮ້ອຍໜ່ວຍຊຶ່ງເອີ້ນວ່າ ບອມບີ້ນັ້ນ ໃຫ້ກະຈາຍອອກໄປ. ປະມານ 1 ສ່ວນ 3 ຂອງລູກບອມບີ້ ຊຶ່ງທັງໝົດ ມີຫຼາຍສິບລ້ານໜ່ວຍນັ້ນ ບໍ່ໄດ້ແຕກໃນທັນທີ ທີ່ຕົກລົງມານັ້ນເລີຍ. ການປະເມີນກ່ຽວກັບວ່າ ມີດິນດອນຫຼາຍປານໃດທີ່ປົກຄຸມໄປດ້ວຍລະເບີດດັ່ງກ່າວນີ້ ແມ່ນແຕກຕ່າງກັນຢ່າງຫຼວງຫຼາຍ ຊຶ່ງໃນນັ້ນລັດຖະບານລາວເວົ້າວ່າ ມີ 8,000 ຕາລາງກິໂລແມັດ ແຕ່ກຸ່ມ Mines Advisory ຊຶ່ງເປັນອົງການບໍ່ຂຶ້ນກັບລັດຖະ ບານ ທີ່ ຕັ້ງຢູ່ໃນນະຄອນຫລວງວໍຊິງຕັນເວົ້າວ່າ ມີບໍ່ຕ່ຳກວ່າ 2,000 ຕາລາງກິໂລແມັດ.
ທ.ນ. ຈັນນະພາ ຄໍາວົງສາ (ເສື້ອສີໄຂ່), ຜູ້ກໍ່ຕັ້ງອົງການ Legacies of War ແລະ ທ.ນ. ກຸຫລາບດາຣາ (ເສື້ອສີດໍາ) ແລະຄະນະກໍາມະການ ໃນງານລ້ຽງສະຫລອງວັນຄົບຮອບ 15 ປີ ຂອງການສ້າງຕັ້ງອົງການ 2019 (ພາບຖ່າຍໂດຍ Peter Hershey)
ໃນບັນດາອົງການທີ່ມີຄວາມມຸ້ງໝັ້ນຢາກຊ່ວຍເຫລືອລາວກຳຈັດລະເບີດຍັງບໍ່ທັນແຕກ ຊຶ່ງມັກເອີ້ນກັນວ່າ UXO ທີ່ເປັນລະເບີດ ຕົກຄ້າງຈາກລະເບີດ 2 ລ້ານໂຕນ ທີ່ສະຫະລັດໄດ້ຖິ້ມລົງໃສ່ປະເທດລາວ ແຕ່ປີ 1964 ຫາ 1973 ໃນປາງ ສົງຄາມ ນັ້ນກໍມີອົງການ “Legacies of War” ຫລືມໍລະດົກຫຼັງສົງຄາມທີ່ສ້າງ ຕັ້ງຂຶ້ນໃນປີ 2004 ໂດຍແມ່ຍິງລາວອາເມຣິກັນຜູ້ນຶ່ງຊື່ຈັນນະພາ ຄໍາວົງສາ ທີ່ ມີຄວາມປາດ ຖະໜາຢາກຊ່ວຍລາວ ຊຶ່ງເປັນປະເທດບ້ານເກີດເມືອງນອນຂອງທ່ານນາງ ໃນ ດ້ານນີ້. ທ່ານນາງເຊຣາ ທີ່ມີຊື່ລາວວ່າ ສຸລະພິນ ກຸຫຼາບດາຣາ, ຫົວໜ້າບໍລິຫານ ອົງການດັ່ງກ່າວ ທີ່ມາຮັບໜ້າທີ່ແທນທ່ານນາງຈັນນະພາ ເລົ່າກ່ຽວກັບ ອົງການ “Legacies of War” ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 1 ທ.ນ. ເຊຣາ ກ່າວກ່ຽວກັບອົງການ Legacies of War
ທ.ນ. ເຊຣາ ກ່າວໃນກອງປະຊຸມລາຍງານລັດຖະສະພາ ສຫລ ກ່ຽວກັບສະພາບການ UXO ໃນລາວ, ຕຸລາ 2019
ທ່ານນາງເຊຣາເລົ່າເຖິງບົດບາດອັນສໍາຄັນຂອງອົງການ “Legacies of War” ແລະດ້ວຍເຫດໃດທ່ານນາງຈຶ່ງໄດ້ມາເປັນຫົວໜ້າອົງການນີ້ ສູ່ຟັງອີກວ່າ:
Your browser doesn’t support HTML5
ສຽງ 2 ທ.ນ. ເຊຣາ ເວົ້າເຖິງປະຫວັດຂອງທ່ານນາງ ກ່ອນຈະໄດ້ມາເປັນຫົວໜ້າອົງການ Legacies of War
ອະດີດປະທານາທິບໍດີ ບາຣັກ ໂອບາມ (ຊ້າຍ) ແລະປະທານປະເທດ ບຸນຍັງ ວໍລະຈິດ
ໃນຕອນທ່ານໄປຢ້ຽມຢາມລາວ ໃນປີ 2016 ນັ້ນ ອະດີດປະທານາທິບໍດີ ບາຣັກ ໂອບາມາໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເອົາເງິນໃຫ້ເພີ້ມ 90 ລ້ານໂດລາ ເຂົ້າໃນເງິນ “ພັນທະທາງສິນລະທຳ” ຂອງອາເມຣິກາ ດັ່ງການໃຫ້ສໍາພາດ ຂອງທ່ານ ນາງເຊຣາ ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 3 ທ.ນ. ເຊຣາ ເວົ້າເຖິງການຊ່ວຍເຫລືອລາວໃນຕອນທີ່ທ່ານ ໂອບາມາຢ້ຽມຢາມລາວ
ທ.ນ. ຈັນນະພາ ແລະ ເຊຣາ ພ້ອມທີມງານ Legacies of War ໄປເຖິງແຂວງສະຫວັນນະເຂດ, ເດືອນທັນວາ 2019 (ຖ່າຍໂດຍ Bay Koulabdara)
ຈາກນນັ້ນມາ ອົງການ “Legacies of War” ກໍສືບຕໍ່ລະດົມທຶນສະໜັບ ສະໜູນ ວຽກງານດັ່ງກ່າວ ຈົນໄດ້ຮັບທຶນຊ່ວຍເຫລືອປະຈໍາປີ ຈາກລັດຖະບານ ສະຫະລັດ ເພີ້ມຂຶ້ນຫລາຍທີ່ສຸດເທົ່າທີ່ເຄີຍໄດ້ຊ່ວຍເຫລືອລາວໃນການຂຸດຄົ້ນ ລະເບີດ ບໍ່ທັນແຕກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງທ່ານນາງເຊຣາ ເລົ່າເຖິງ ຄວາມຄືບ ໜ້າໃນການຊອກຫາທຶນຊ່ວຍເຫລືອດ້ານນີ້ແກ່ລາວແລະວຽກງານນິຕິ ກໍາກ່ຽວ ກັບດ້ານນີ້ ດ້ວຍຄວາມຕື່ນເຕັ້ນສູ່ຟັງວ່າ:
Your browser doesn’t support HTML5
ສຽງ 4 ທ.ນ. ເຊຣາ ເວົ້າເຖິງຄວາມກ້າວໜ້າໃນການຂໍທຶນຂອງອົງການ Legacies of War
ທ.ນ. ເຊຣາ ພ້ອມທີມງານເກັບກູ້ UXO ໃນລາວ, ເດືອນທັນວາ 2019
ທ່ານນາງເຊຣາກ່າວເຖິງຄວາມໄຝ່ຝັນ ແລະຄວາມມຸ້ງຫວັງອັນສູງສົ່ງ ຂອງ ທ່ານນາງ ທີ່ຢາກໄດ້ເຫັນໃນຊົ່ວຊີວິດຂອງທ່ານນາງສູ່ຟັງວ່າ:
Your browser doesn’t support HTML5
ສຽງ 5 ທ.ນ. ເຊຣາ ເວົ້າເຖິງຄວາມປາດຖະໜາຢາກໃຫ້ລາວປາດສະຈາກລະເບີດບໍ່ທັນແຕກ
ທ່ານນາງເຊຣາ ເປັນຍິງສາວລາວຜູ້ນຶ່ງທີ່ ພໍ່ແມ່ໄດ້ພາເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນລັດໂອຮາຍໂອສະຫະລັດອາເມຣິກາໃນປີ 1990 ຊຶ່ງຕອນນັ້ນທ່ານນາງມີອາຍຸໄດ້ 6 ປີ. ເຊຣາໄດ້ເກີດໃຫຍ່ຢູ່ໃນລາວ ຫຼັງຈາກສົງຄາມອິນດູຈີນ ທີ່ເປັນສົງຄາມລັບ ສໍາລັບຊາວອາເມຣິກັນສ່ວນໃຫຍ່ທີ່ມີຂຶ້ນຢູ່ໃນລາວ ຊຶ່ງໄດ້ສິ້ນສຸດລົງໃນປີ 1975 ແຕ່ ທ່ານນາງບໍ່ຮູ້ເລີຍວ່າ ມີຫຍັງໄດ້ເກີດຂຶ້ນຈົນກວ່າວ່າ ທ່ານນາງໄດ້ມາຕົກ ຢູ່ໃນສະຫະລັດອາເມຣິກາ.
ທີມງານ Legacies of War ພົບກັບເຈົ້າໜ້າທີ່ ກ.ຊ. ການຕ່າງປະເທດລາວ, ທັນວາ 2019 (ພາບໂດຍ Bay Koulabdara)
ໃນສະໄໝຢູ່ເມືອງລາວນັ້ນ ພໍ່ຂອງແຊຣາເປັນນາຍແພດ ທີ່ຕ້ອງໄດ້ພາຄອບຄົວ ຍົກຍ້າຍໄປປະຈຳຢູ່ຫຼາຍໆ ແຫ່ງພາຍໃນປະເທດລາວ ແຕ່ພໍ່ແມ່ຂອງແຊຣາ ບໍ່ເຄີຍບອກໃຫ້ພວກລູກໆຮູ້ ເຖິງສົງຄາມທີ່ເກີດຂຶ້ນພ້ອມທັງລະເບີດທີ່ຍັງຕົກຄ້າງຝັງດິນຢູ່ຫຼາຍໆບ່ອນ ໃນເຂດທີ່ທ່ານນາງອາໄສຢູ່ນັ້ນເລີຍ ນອກຈາກການເຕືອນໃຫ້ພວກລູກໆບໍ່ໃຫ້ໄປຍ່າງຢູ່ຕາມບ່ອນທີ່ເຫັນວ່າບໍ່ມີຄົນໄປ ທີ່ອາດຈະເປັນອັນຕະລາຍເທົ່ານັ້ນ ຊຶ່ງຍານາງອະທິບາຍເລື້ອງນີ້ ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 6 ທ.ນ. ເຊຣາ ເວົ້າເຖິງປະຫວັດຂອງທ່ານນນາງ ແລະຄອບຄົວສະໄໝຢູ່ລາວ
ໃນຂະນະທີ່ເຊຣາກຳລັງຮຽນຢູ່ມັດທະຍົມນັ້ນ ທ່ານນາງໄດ້ຄົ້ນພົບກ່ຽວກັບສົງຄາມລັບຢູ່ໃນລາວ ແລະການເກັບກູ້ລະເບີດ ຜ່ານອົງການມໍລະດົກຫຼັງສົງຄາມ ທີ່ໄດ້ກາຍມາເປັນຈຸດຫັນປ່ຽນຊີວິດຂອງແຊຣາຕັ້ງແຕ່ນັ້ນມາ. ທ່ານນາງເປັນນັກຮຽນດີເດັ່ນແລະໄດ້ສໍາເລັດສອງປະລິນຍາຕີ ຝ່າຍທຸລະກິດສາກົນ ແລະຕະຫລາດການເງິນຈາກມະຫາວິທະຍາໄລ ລັດໂອຮາຍໂອ. ທ່ານນາງໄດ້ເລີ້ມເຮັດວຽກ ກັບອົງການທີ່ສຳຄັນໆຫຼາຍອົງການທີ່ພົວພັນດ້ານມະນຸດສະທຳ ແລະໄດ້ເດີນທາງໄປປະຈຳຢູ່ເຈັດປະເທດ ແລະທ່ານນາງສາມາດປາກເວົ້າໄດ້ ສີ່ພາສາຄື ລາວ, ໄທ, ອັງກິດ ແລະສະແປນິສ.
ທີ່ທ່ານຮັບຟັງຈົບລົງໄປນັ້ນ ແມ່ນການສໍາພາດ ກັບທ່ານນາງເຊຣາ ຫລື ສຸຣະພິນ ກຸຫລາບດາຣາ ຊຶ່ງມື້ນີ້ທ່ານນາງໄດ້ໂອ້ລົມສູ່ຟັງກ່ຽວກັບປະຫວັດຂອງ ທ່ານນາງ ແລະວຽກງານຂອງອົງການ “Legacies of War” ເພື່ອຊ່ວຍເກັບກູ້ ລະເບີດບໍ່ທັນແຕກໃນລາວ. ທ່ານຜູ້ຟັງທັງຫຼາຍ ລາຍການຊີວິດຊາວລາວເລື້ອງ ໃໝ່ ຈະກັບມາພົບກັບທ່ານອີກ ໃນແລງວັນພະຫັດໜ້າເວລາດຽວກັນນີ້.