ເກົາຫຼີເໜືອ ປ່ອຍໃບປິວ ໂຄສະນາ ຊວນເຊື່ອ 1 ລ້ານໃບ ລົງໃສ່ ເກົາຫຼີໃຕ້

ປະຊາຊົນເບິ່ງແຜນທີ່ຂອງເຂດຊາຍແດນ ລະຫວ່າງ ເກົາຫຼີເໜືອ ແລະ ໃຕ້ ທີ່ສາລາ Imjingak ໃກ້ກັບໝູ່ບ້ານ Panmunjom, ທາງທິດເໜືອຂອງນະຄອນຫຼວງ ໂຊລ ປະເທດ ເກົາຫຼີໃຕ້.ເຊິ່ງໄດ້ແບ່ງແຍກທັງສອງປະເທດ ເກົາຫຼີ ອອກຈາກກັນນັບຕັ້ງແຕ່ສົງຄາມ ເກົາຫຼີ ເປັນຕົ້ນມາ. 11 ມັງກອນ 2016.

ເຈົ້າໜ້າທີ່ນະຄອນຫຼວງ ໂຊລ ໄດ້ກ່າວໃນວັນຈັນມື້ນີ້ວ່າ ເກົາຫຼີ ເໜືອ ໄດ້ປ່ອຍໃບປິວປະມານ 1 ລ້ານໃບດ້ວຍບາລູນເຂົ້າ ໃນ ເກົາຫຼີໃຕ້ ໃນເຫດການຍາດແຍ່ງໂຄສະນາຊວນເຊື່ອ ທີ່ເພີ່ມ ຄວາມຮຸນແຮງຂຶ້ນ ຫຼັງຈາກການທົດລອງອາວຸດນິວເຄລຍຂອງ ເກົາຫຼີເໜືອ ໃນຕົ້ນເດືອນນີ້.

ເກົາຫຼີເໜືອ ໄດ້ກ່າວວ່າ ຕົນໄດ້ທົດລອງລະເບີດ Hydrogen ໃນ ວັນທີ 6 ມັງກອນ, ທັງໆທີ່ວ່າລັດຖະບານຫຼາຍປະເທດ ແລະ ບັນ ດານັກວິເຄາະ ຍັງມີຄວາມສົງໄສກ່ຽວກັບການອ້າງດັ່ງກ່າວ.

ໃນເມື່ອໄດ້ຫຼີກລ່ຽງການປະເຊີນໜ້າກັນໂດຍກົງທາງການທະຫານ ເຊິ່ງສາມາດນຳໄປສູ່ສົງຄາມທີ່ດຸເດືອດແລ້ວ, ທັງສອງປະເທດເກົາຫຼີເໜືອ ແລະ ໃຕ້ ກໍຍັງໄດ້ ສືບຕໍ່ເກມສົງຄາມທາງຈິດຕະສາດ ແລະກົນອຸບາຍ

ວິທະຍາຍຸດຕ່າງໆ ເພື່ອສະແດງໃຫ້ເຫັນການກຽມພ້ອມທາງທະຫານ ແລະ ຄວາມຕັ້ງໃຈຂອງ ຕົນຢູ່.

ຫຼາຍມື້ຫຼັງຈາກການທົດລອງລະເບີດແລ້ວ, ເກົາຫຼີໃຕ້ ໄດ້ເລີ່ມເປີດການກະຈາຍສຽງ ຕໍ່ຕ້ານ ນະຄອນຫຼວງ ພຽງຢາງ ແລະ ເພງ K-pop ຂອງ ເກົາຫຼີໃຕ້ ດ້ວຍລຳໂພງທີ່ດັງແຮງຂອງພວກ ເຂົາເຈົ້າ ຢູ່ຕາມເຂດຊາຍແດນທີ່ມີທະຫານຍາມຢ່າງຫຼວງຫຼາຍ.

ບັນດາເຈົ້າໜ້າທີ່ນະຄອນຫຼວງ ໂຊລ ໄດ້ກ່າວວ່າ ເກົາຫຼີເໜືອ ໄດ້ຕອບໂຕ້ດ້ວຍການເລີ່ມກະ ຈາຍສຽງຢູ່ຕາມເຂດຊາຍແດນຂອງຕົນ ແລະ ປ່ອຍບາລູນທີ່ບັນຈຸໃບປິວຕໍ່ຕ້ານ ເກົາຫຼີໃຕ້ ຂ້າມຊາຍແດນເຂົ້າໄປໃນປະເທດດັ່ງກ່າວ.