ເກົາຫຼີເໜືອ ສະແດງຮ່ອງຮອຍໃຫ້ເຫັນ ໃນວັນສຸກມື້ນີ້ວ່າ ໃນໄວໆນີ້ ຕົນອາດຈະທົດ
ລອງລະເບີດໄຮໂດຣເຈັນ ໃນມະຫາສະໝຸດປາຊີຟິກ ຫລັງຈາກກິມຈົງອຸນຜູ້ນຳຂອງ
ເກົາຫຼີເໜືອໄດ້ເຕືອນວ່າ ທ່ານຈະຕອບໂຕ້ຕໍ່ຄຳຂູ່ ແລະການລົງໂທດຄັ້ງໃໝ່ຂອງປະ
ທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ດ້ວຍການທ້າທາຍເກາະຜິດທີ່ເທົ່າໆກັນ.
ອີງຕາມອົງການຂ່າວຢອນຮັບ ຂອງເກົາຫລີໃຕ້ແລ້ວ ລັດຖະມົນຕີການຕ່າງປະເທດ
ເກົາຫຼີເໜືອ ທ່ານ Ri Yong Ho ໄດ້ກ່າວຕໍ່ພວກນັກຂ່າວວ່າ ການທົດລອງນີ້ຈະເປັນ
ການຕອບໂຕ້ຂອງປະເທດທ່ານ ຕໍ່ການຂົ່ມຂູ່ ຂອງປະທານາທິບໍດີດໍໂນລ ທຣຳທີ່ໄດ້
ໃຫ້ໄວ້ ໃນຄຳປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ໃນຕົ້ນ
ອາທິດນີ້ ທີ່ຈະທຳລາຍອຳນາດການປົກຄອງຂອງເກົາຫຼີເໜືອຢ່າງຮາບຄາບນັ້ນ.
ເບິ່ງຄຳປາໄສ ຂອງທ່ານທຣຳ ກ່ຽວກັບ ທ່ານກິມຈົງອຸນ ທີ່ສະຫະປະຊາຊາດ
Your browser doesn’t support HTML5
Trump Warns North Korean Leader: 'Rocket Man is on a Suicide Mission'
ການໃຫ້ຄວາມເຫັນຂອງລັດຖະມົນຕີການຕ່າງປະເທດເກົາຫຼີເໜືອ ຢູ່ນອກກອງປະ
ຊຸມສະມັດຊາໃຫຍ່ສະຫະປະຊາຊາດ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫລັງຈາກກິມຈົງອຸນ
ຜູ້ນຳຂອງເກົາຫຼີເໜືອ ກ່າວວ່າ ທ່ານທຣຳຈະຊົດໃຊ້ ດ້ວຍລາຄາແພງຕໍ່ການ ຂົ່ມຂູ່
ຂອງທ່ານ. ທ່ານ Ri Yong Ho ກ່າວວ່າ ການຕອບໂຕ້ ຂອງປະເທດທ່ານ ຕໍ່ຄຳຂູ່
ຂອງທ່ານທຣຳ “ອາດຈະເປັນການທົດລອງລະເບີດໄຮໂດຣເຈັນທີ່ແຮງທີ່ສຸດໃນມະ
ຫາສະມຸດປາຊີຟິກ.”
ການທົດລອງໃນທຳນອງນີ້ ອາດຈະຕ້ອງໄດ້ຍິງຂ້າມປະເທດຍີ່ປຸ່ນ.
ທ່ານ Ri Yong Ho ກຳລັງເຂົ້າລົດ ທີ່ສະໜາມບິນສາກົນປັກກິ່ງ. (ວັນທີ 19 ກັນຍາ 2017)
ພຽງຢາງໄດ້ທົດລອງລະເບີດນິວເຄລຍຄັ້ງທີ 6 ແລະມີຂະໜາດໃຫຍ່ສຸດໃນຕົ້ນເດືອນນີ້
ແຕ່ລະເບີດປະລະມານູທັງໝົດຂອງເກົາຫຼີເໜືອແມ່ນໄດ້ທົດລອງກັນຢູ່ສະຖານທີ່ໃຕ້ດິນ.
ລາຍງານຫລ້າສຸດກ່ຽວກັບການທົດລອງນິວເຄລຍ ໃນບັນຍາກາດ ແມ່ນກະທຳໂດຍຈີນ
ກ່ອນປີ 1980 ອີງຕາມອົງການພະລັງງານປະລະມານູສາກົນຫຼື IAEA. ສະຫະລັດ ແລະ
ສະຫະພາບໂຊຫວຽດ ໄດ້ທົດລອງລະເບີດປະລະມານູຫຼາຍໆຄັ້ງ ໃນມະຫາສະໝຸດແລະບັນຍາກາດຊັ້ນສູງ ກ່ອນເຊັນສົນທິສັນຍາຫ້າມທົດລອງອາວຸດນິວເຄລຍ ໃນປີ 1963 ທີ່
ໄດ້ຫ້າມບໍ່ໃຫ້ທົດລອງອາວຸດນິວເຄລຍຢູ່ໃນບັນຍາກາດ.