ລັດຖະສະພາສະຫະລັດ ກົດດັນໃຫ້ເຈົ້າໜ້າທີ່ຄົນສຳຄັນໆຂອງ
ລັດຖະບານສະຫະລັດ ໃນວັນພຸດວານນີ້ ໃຫ້ລາຍລະອຽດກ່ຽວ
ກັບລະບົບການກວດການາໆຊາດ ທີ່ຈະບັງຄັບໃຊ້ໃນຂໍ້ຕົກລົງ
ນິວເຄລຍທີ່ສຳຄັນປະຫວັດສາດກັບອິຣ່ານ.
ໃນການແລກປ່ຽນທີ່ເພັດຮ້ອນ ສອດຄ່ອງກັບການຕ້ອນຮັບ
ຢ່າງເຢັນຊາຂອງລັດຖະສະພາຕໍ່ ຂໍ້ຕົກລົງນີ້ ປະທານຄະນະ
ກຳມະການກອງທັບຂອງສະພາສູງ ທ່ານ John McCain
ສັງກັດພັກ Republicn ໄດ້ສະແດງອອກເຖິງຄວາມຂຸ້ນເຄືອງ
ທີ່ທາງລັດຖະສະພາບໍ່ສາມາດກວດກາເບິ່ງຂໍ້ຕົກລົງຕ່າງໆ
ລະຫວ່າງ Tehran ແລະອົງການພະລັງງານປະລະມະນູສາກົນໄດ້.
ທ່ານ McCain ໄດ້ກ່າວວ່າ: “ກົດລະບຽບການຕ່າງໆເຫຼົ່ານັ້ນແມ່ນສຳຄັນຫຼາຍ ພວກເຮົາ
ຮູ້ວ່າບໍ່ວ່າຂໍ້ຕົກລົງໃດໆກໍຕາມ ກັບປະເທດ ເຊັ່ນອິຣ່ານນີ້ ຜີມານແມ່ນຢູ່ໃນລາຍລະອຽດຕ່າງໆນັ້ນ.”
ໃນການໃຫ້ການ ຄຽງຂ້າງກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ລັດຖະມົນຕີປ້ອງກັນປະເທດທ່ານ Ash Carter, ລັດຖະມົນຕີການເງິນທ່ານ Jacob Lew ແລະປະທານເສນາທິການຮ່ວມ ທ່ານ Martin Dempsey, ລັດຖະມົນຕີພະລັງງານທ່ານ Ernest Moniz ໄດ້ກ່າວວ່າ “ສ່ວນຕົວແລ້ວຂ້າພະເຈົ້າຍັງບໍ່ທັນໄດ້ເຫັນເອກະສານ
ພວກນີ້ເທື່ຶອ.”
ປະທານເສນາທິການຮ່ວມ ທ່ານ Martin Dempsey (ຂວາ), ລັດຖະມົນຕີພະລັງ ງານທ່ານ Ernest Moniz (ຊ້າຍ), Washington, 29 ກໍລະກົດ, 2015.
ທ່ານ McCain ໄດ້ກ່າວຕັດວ່າ: “ເວົ້າຕາມຄວາມຈິງແບບຕົງໆກັບທ່ານ ນີ້ແມ່ນເປັນເລື່ອງຕົກໃຈທີ່ທ່ານຍັງບໍ່ທັນໄດ້ເຫັນເອກະສານ ກ່ຽວກັບການກວດພິສູດທີ່ມີການບັງຄັບນັ້ນ”
ທ່ານ Moniz ໄດ້ກ່າວຕ້ອບໂຕ້ວ່າ: “ສິ່ງທີ່ຂ້າພະເຈົ້າສາມາດເວົ້າໄດ້ກໍແມ່ນວ່າ ຂໍ້ຕົກລົງນີ້ ແມ່ນຕ້ອງໄດ້ໃຫ້ທາງອິຣ່ານປະສານງານກັບອົງການປະລະມານູສາກົນ ແລະນີ້ແມ່ນມາດ ຕະຖານກາປະຕິບັດແບບມາດຕະຖານຂອງອົງການປະລະມານູສາກົນ ຊຶ່ງການເປັນອິດສະ
ຫຼະຂອງອົງການດັ່ງກ່າວ ແມ່ນສຳຄັນສຳຫຼັບພວກເຮົາທັງໝົດ.”
ທ່ານ McCain ຍັງໄດ້ກ່າວຕື່ມອີກວ່າ: “ສິ່ງທີ່ສຳຄັນຕໍ່ພວກເຮົາທັງໝົດນັ້ນ ທ່ານລັດຖະມົນຕີ
ການຕ່າງປະເທດ ແມ່ນວ່າ ພວກເຮົາຕ້ອງໄດ້ກວດພິສູດເບິ່ງ ແລະກຳກັບກິດຈະກຳຕ່າງໆຂອງອິຣ່ານ ເພາະວ່າ ພວກເຂົາເຈົ້າແມ່ນຈະແຈ້ງ ມີປະຫວັດທີ່ຂີ້ລັກ...ພວກເຮົາຄວນທີ່ຈະໄດ້ເຫັນເຄື່ອງມືຕ່າງໆ ໃນການກວດພິສູດ.”