ບັນດາເຈົ້າໜ້າທີ່ຂັ້ນສູງ ສະຫະລັດ ສືບຕໍ່ໃຫ້ການ ກ່ຽວກັບ ຂໍ້ຕົກລົງນິວເຄລຍ ອີຣ່ານ

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry (ກາງ) ຕິດຕາມໂດຍ ລັດຖະມົນຕີການເງິນ ທ່ານ Jacob Lew (ຂວາ) ແລະ ລັດຖະມົນຕີພະລັງງານ ທ່ານ Ernest Moniz.

ບັນດາ​ສະມາຊິກສະພາ ສະຫະລັດ ​ຈຳນວນ​ນຶ່ງ ​ໄດ້​ມີໂອກາດ​ຊັກ
​ຖາມ ​ແລະ​ຟັງ​ຄຳ​ໃຫ້ການ​ຈາກບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ວັນ​ພຸດ
​ມື້ນີ້ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ ​ຊັ່ງ​ຊາ ເບິ່ງຂໍ້​ຕົກລົງ​ນິວ​ເຄລຍສາ​ກົນ​ກັບ
ອີຣ່ານ.

ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ລັດຖະ
ມົນຕີ​ ປ້ອງ​ກັນ​ປະ​ເທດ ທ່ານ Ash Carter ລັດຖະມົນຕີ​ພະລັງ
ງານ ທ່ານ Ernest Moniz ​ແລະ​ປະທານເສນາ​ທິການ​ຮ່ວມ ຂອງ
ກອງ​ທັບສະຫະລັດ ນາຍ​ພົນ Martin Dempsey ແມ່ນ​ຕຽມ​ພ້ອມ
​ທີ່ຈະປາກົດ​ໂຕ ຕໍ່ໜ້າຄະນະ​ກຳມະການ ກອງທັບ​ຂອງສະພາ​ສູງ ຊຶ່ງການຮັບຟັງຄໍາໃຫ້ການນີ້ ມີ​ກຳນົດ​ທີ່​ຈະ​ເນັ້ນ​ໜັກ​ກ່ຽວກັບວ່າຂໍ້
​ຕົກ​ລົງ​ຈະ​ເປັນ​ຜົນ​ກະທົບແນວໃດ​ຕໍ່ “ຜົນ​ປະໂຫຍ​ດຂອງ​ສະຫະລັດ ​ແລະ​ຄວາມ​ກຳ້​ເກິ່ງ​ທາງ​ທະຫານ ຢູ່​ໃນພາກ​ຕາ​ເວັນ​ອອກ​ກາງ​.”

ສະ​ພາ​ມີ​ເວ​ລາ​ຢູ່ 60 ມື້ ​ເພື່ອທົບ​ທວນເບິ່ງຂໍ້​ຕົກລົງ​ນີວ​ເຄລຍກັບອີຣ່ານ ​ແລະ​ຄະນະ​ກຳມະ
ການ ທັງ​ຂອງ​ສະພາ​ຕໍ່າ ​ແລະ​ສະພາ​ສູງ ​ໄດ້​ຊັກ​ຖາມ​ບັນດາເຈົ້າ​ໜ້າ​ທີ່​ຂັ້ນສູງ​ຂອງປະທານາ
ທິບໍດີ Barack Obama ​ໂດຍ​ສະ​ເພາະແລ້ວ ທ່ານ Kerry ​ແລະ​ທ່ານ Moniz ຜູ້​ທີ່ໄດ້ເຂົ້າ
ຮ່ວມໃນການເຈລະຈາ ໃນການບັນລຸ​ຂໍ້​ຕົກລົງ​ໃນ​ຕົ້ນ​ເດືອນ​ນີ້.

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ໃຫ້ການຕໍ່ສະພາ

ທ່ານ Kerry ​ໄດ້​ລາຍ​ງານ​ຕໍ່ຄະນະ​ກຳມະການກິດຈະການຕ່າງປະເທດຂອງ​ສະພາ​ຕ່ຳ ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ການປະຕິ​ເສດຂອງສະຫະລັດຕໍ່​ຂໍ້​ຕົກລົງນີ້ ທີ່ຈະເຮັດ​ໃຫ້ພາດ “​ໂອ
​ກາດ​ດີ​ທີ່ສຸດ” ​ເພື່ອ​ຄວບ​ຄຸມ​ໂຄງການ​ນິວ​ເຄລຍອີຣ່ານ ​ແລະ​ຈະ​ບໍ່ເປີດຊ່ອງຫວ່າງ ​ໃຫ້ແກ່​ການ​ພັດທະນາ​ອາວຸດ​ນິ​ເຄລຍຂອງ​ອີຣ່ານ.

ທ່ານ Kerry ກ່າວ​ວ່າ “ມັນ​ເປັນ​ຂໍ້​ຕົກລົງ​ທີ່​ດີສຳລັບ​ໂລກ ຂໍ້​ຕົກລົງ​ທີ່​ດີ​ສຳລັບອາ​ເມຣິກາ ຂໍ້
​ຕົກ​ລົງ​ທີ່​ດີ​ສຳລັບ​ບັນດາ​ພັນທະ​ມິດແລະ​ບັນດາ​ເພື່ອນ​ຂອງ​ພວກ​ເຮົາ.”

ຂໍ້​ຕົກລົງ​ລະຫວ່າງ ອີຣ່ານ ​ແລະ​ກຸ່ມ​ປະເທດ​ທີ່​ຮວມທັງ ສະຫະລັດ ອັງກິ​ດ ຈີນ ຝຣັ່ງ ຣັດ
​ເຊຍ ​ແລະ​ເຢຍຣ​ະ​ມັນ ​ໄດ້​ຍັບ​ຢັ້ງ​ໂຄ​ງການ​ນິວ​ເຄລຍອີຣ່ານ ​ເພື່ອ​ເປັນ​ການ​ແລກປ່ຽນ ກັບ
ການຍົກ​ເລີກ​ການ​ລົງ​ໂທດຂອງສະຫະ​ປະຊາ​ຊາດ ​ແລະ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍຢ່າງໜັກ​ແກ່​ເສດຖະກິດ​ຂອງອີຣ່ານ.

ປະທານາທິິບໍດີ ອີຣ່ານ ທ່ານ Hasaan Rouhani (ຂວາ) ຕ້ອນຮັບ ຫົວໜ້ານະໂຍບາຍ ສະຫະພາບຢູໂຣບ ທ່ານນາງ Frederica Mogherini

ທ່ານ Kerry ກ່າວ​ວ່າ “ມັນ​ເປັນ​ຂໍ້​ຕົກລົງ​ທີ່​ດີສຳລັບ​ໂລກ ຂໍ້​ຕົກລົງ​ທີ່​ດີ​ສຳລັບອາ​ເມຣິກາ ຂໍ້
​ຕົກ​ລົງ​ທີ່​ດີ​ສຳລັບ​ບັນດາ​ພັນທະ​ມິດແລະ​ບັນດາ​ເພື່ອນ​ຂອງ​ພວກ​ເຮົາ.”

ປະທານາທິບໍດີ Barack Obama ກຳລັງຕອບຄຳຖາມບັນດານັກຂ່າວ

ຂໍ້​ຕົກລົງ​ລະຫວ່າງ ອີຣ່ານ ​ແລະ​ກຸ່ມ​ປະເທດ​ທີ່​ຮວມທັງ ສະຫະລັດ ອັງກິ​ດ ຈີນ ຝຣັ່ງ ຣັດ
​ເຊຍ ​ແລະ​ເຢຍຣ​ະ​ມັນ ​ໄດ້​ຍັບ​ຢັ້ງ​ໂຄ​ງການ​ນິວ​ເຄລຍອີຣ່ານ ​ເພື່ອ​ເປັນ​ການ​ແລກປ່ຽນ ກັບ
ການຍົກ​ເລີກ​ການ​ລົງ​ໂທດຂອງສະຫະ​ປະຊາ​ຊາດ ​ແລະ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍຢ່າງໜັກ​ແກ່​ເສດຖະກິດ​ຂອງອີຣ່ານ.

Your browser doesn’t support HTML5

Iran Nuclear