ກຸ່ມຝ່າຍຄ້ານ ໃນເຊເນກາລ ໃຫ້ຄໍາໝັ້ນ ທີ່ຈະທໍາການ ປະທ້ວງຕໍ່ໄປ

  • ສິງ ບູຣົມມະວົງ

ພວກປະທ້ວງຕໍ່ຕ້ານປະທານາທິບໍດີ Abdoulaye Wade ທີ່ນະຄອນຫລວງ Dakar, ເຊເນການ. ວັນທີ 12 ກຸມພາ 2012.

ບັນດາ​ກຸ່ມ​ຝ່າຍ​ຄ້ານ​ໃນ​ເຊ​ເນ​ການ ຮຽກຮ້ອງ​ໃຫ້​ທໍາ​ການ​ເດີນ​ຂະ​ບວນຄັ້ງ​ໃຫຍ່​ໃນ​ວັນ​ພຸດ​ມື້​ນີ້​
ໃນ​ນະຄອນຫລວງ Dakar ​ເພື່ອ​ປະທ້ວງ​ການ​ຕັດສິນ​ໃຈ​ຂອງ​ປະທານາທິບໍດີ Abdoula
ye Wade ທີ່​ຈະລົງ​ສະ​ໝັກ​ແຂ່ງຂັນ​ເປັນ​ປະທານາທິບໍດີສະໄໝ​ທີ​ສາມ​ນັ້ນ.

ການ​ເດີນ​ຂະ​ບວນປະ​ທ້ວງ​ທີ່​ວາງ​ແຜນ​ທີ່​ວ່ານີ້ມີ​ຂຶ້ນ​ນຶ່ງ​ມື້ ຫຼັງຈາກ ຕໍາຫລວດ​ໄດ້​ຂັດຂວາງ​ບໍ່
ໃຫ້​ພວກ​ຍຸວະຊົນ​ກຸ່ມ​ນຶ່ງ​ພາກັນ​ນັ່ງ​ປະ​ທ້ວງ​ ແບບ​ດົນໆທີ່​ຈະຕຸລັດ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ Da
kar ນັ້ນ.

ແຕ່​ຂະ​ບວນການ M-23 ຊຶ່ງ​ໄດ້​ພາກັນ​ຈັດ​ແຈງ​ການ​ປະ​ທ້ວງ​ນີ້​ຂຶ້ນ​ມານັ້ນ ​ໄດ້​ໃຫ້​ຄໍາ​ປະຕິ
ຍານ​ວ່າ ຈະ​ຈັດ​ໃຫ້​ມີ​ການ​ເດີນ​ຂະ​ບວນ​ໄປ​ສູ່​ຈະຕຸ​ລັດ​ເອກະລາດ​ໃນ​ນະຄອນ Dakar ​ໃນ​
ວັນ​ພຸດ​ມື້​ນີ້ ​ເຖິງ​ແມ່ນ​ມີການຂົ່ມຂູ່​ກ່ຽວ​ການ​ສັ່ງຫ້າມ​ບໍ່​ໃຫ້​ເດີນ​ຂະ​ບວນອີກ​ຄັ້ງ​ນຶ່ງ​ຈາກ​ລັດ
ຖະບານ​ກໍ​ຕາມ.

ກະຊວງ​ພາຍ​ໃນ​ຂອງ​ເຊ​ເນ​ການ ກ່າວ​ວ່າ ການ​ເດີນ​ຂະ​ບວນຈະ​ບໍ່​ໄດ້​ຮັບ​ອະນຸຍາດ ​ແລະ
ເຕືອນ​ວ່າ ອາດ​ຈະ​ມີການເອົາ​ມາດ​ຕະການ​ທີ່​ບໍ່​ໄດ້ລະບຸຢ່າງ​ເຈາະ​ຈົງ​ໃຫ້​ຊາບ ​ເພື່ອ​ຄໍ້າປະ
ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່ປະຊາຊົນ​ແລະ​ຊັບ​ສິນ.