ປະຊາຊົນເຊເນກາລ ພາກັນອອກໄປ ປ່ອນບັດ ຮອບສອງ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ປະທານາທິບໍດີ Abdoulaye Wade ປ່ອນບັດໃນໜ່ວຍປ່ອນບັດແຫ່ງນຶ່ງ ໃນກຸງ Dakar, ເຊເນກາລ. ວັນທີ 25 ມີນາ 2012.

ບັນດາ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ເຊ​ເນ​ກາລ​ ພາກັນ​ຕັດສິນ​ໃຈ​ໃນມື້ນີ້ວ່າ ຈະໃຫ້ທ່ານ
Abdoulaye Wade ​ໄດ້​ດໍາລົງ​ຕໍາ​ແໜ່​ງປະທານາ​ທິບໍດີ​ເປັນສະ​ໄໝ​ທີ​ສາມ​ຫຼື​ບໍ​? ທ່ານ
Wade ປະ​ເຊີນ​ໜ້າ​ກັບ​ການ​ແຂ່ງຂັນຢ່າງ​ແຂງ​ແຮງ​ໃນ​ການ​ເລື້ອກຕັ້ງ​ຮອບ​ຕັດສິນ​ຊີ້​ຂາດ
ໃນມື້ນີ້ ​ຈາກ​ອະດີດພັນທະ​ມິດ​ແລະ​ນາຍົກລັດຖະມົນຕີ ທ່ານ Macky Sall ຜູ້​ນໍາ​ພັກ
ຝ່າຍ​ຄ້ານ​ນັ້ນ.

ທ່ານ Wade ​ຕ້ອງໄດ້ເຂົ້າ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ​ນີ້ ຫຼັງຈາກ​ທ່ານ​ບໍ່​ໄດ້ຮັບ
​ສຽງ​ພຽງພໍ​ໃນ​ການ​ເລືອກຕັ້ງ​ໃນ​ເດືອນ​ແລ້ວ​ນີ້.

ພວກ​ຜູ້​ປ່ອນ​ບັດຫວັງ​ວ່າການເລືອກ​ຕັ້ງ​ມື້​ນີ້​ຈະ​ເປັນ​ການ​ເລືອກ​ຕັ້ງ​ທີ່​ສັນຕິ​ຫຼັງຈາກ​ປະຊາ
ຊົນ 6 ຄົນ​ເສຍ​ຊີວິດ​ໃນ​ລະຫວ່າງ​ການ​ປະ​ທ້ວງ​ຕໍ່ຕ້ານການ​ຕັດ​ສິນ​ໃຈ​ຂອງ​ທ່ານ Wade
​ເພື່ອ​ພະຍາຍາມ​ໃຫ້​ໄດ້​ເປັນ​ປະທານາ​ທິບໍດີ​ສະ​ໄໝ​ທີ​ສາມ​ນັ້ນ.

ສານ​ລັດຖະທໍາ​ມະນູນ​ຂອງ​ເຊ​ເນ​ກາລ​ໄດ້​ອອກ​ຄໍາ​ຕັດສິນ​ວ່າ ທ່ານWade ບໍ່​ຈໍາ​ເປັນ​ຕ້ອງ​
ປະຕິບັດ​ຕາມ​ກົດໝາຍ​ທີ່​ກໍານົດ​ໃຫ້ດໍາລົງ​ຕໍາແໜ່​ງ​ໄດ້​ພຽງ​ແຕ່ 2 ສະ​ໄໝ​ທີ່​ໄດ້​ຮັບ​ຮອງ
ເອົາ​ຫຼັງ​ຈາກ​ທ່ານ Wade ຂຶ້ນ​ດໍາລົງ​ຕໍາ​ແໜ່​ງປະທານາທິບໍດີ​ສະ​ໄໝ​ທໍາ​ອິດ​ແລ້ວ​ນັ້ນ.

ພວກ​ທີ່​ຕໍາ​ໜິຕິຕຽນ​ທ່ານ​ກໍ​ກ່າວ​ເຊ່ນ​ກັນ​ວ່າ ປະທານາທິບໍດີ Wade ​ໄວ 85 ປີ ​ໄດ້​ເພ່ງ​ເລັງ​ໃສ່​ໂຄງລ່າງ​ພື້ນຖານ​ໃຫຍ່ໆ​ຫຼາຍ​ໂພດ ​ແລະ​ບໍ່​ໄດ້​ເພ່ງ​ເລງ​ໃສ່​ຄວາມ​ຫຍຸ້ງຍາກ​ປະ​ຈໍາ​ວັນ​ຂອງ​ປະຊາຊົນ​ເຊ​ເນ​ກາລ. ທ່ານ Sall ຄູ່​ແຂ່ງ​ຂອງທ່ານ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ ຈະ​ທໍາ​ການ​ປະຕິ​ຮູບ​ລັດຖະບານ​ແລະລົດ​ຜ່ອນ​ລາຄາ​ເຂົ້າປາ​ອາຫານ​ທີ່​ເປັນ​ສິ່ງ​ຈໍາ​ເປັນ​ປະ​ຈໍາ​ວັນ​ນັ້ນ​ລົງ.

ເບິ່ງວີດີໂອລາຍງານ ກ່ຽວກັບການໂຄສະນາຫາສຽງຂອງຝ່າຍຄ້ານ ເພື່ອໃຫ້ໄດ້ຮັບ
ໄຊຊະນິະໃນການປ່ອນບັດຮອບສອງ: