ສາມາຊິກສະພາສູງສະຫະລັດ ທ່ານຈອນ ແມັກເຄນ ແຫ່ງລັດອາຣິໂຊນາ ໄດ້ຖືກນຳ
ໄປຝັງ ໃນວັນອາທິດວານນີ້ ທີ່ມະຫາວິທະຍາໄລ ແອລມາ ແມເຕີຣ໌ ຂອງເພິ່ນ ຄືວິທະຍາຄານທະຫານເຮືອ ທີ່ເມືອງແອນນາໂປລິສ ລັດ ແມຣີແລນດ໌ ຫຼັງຈາກ 5 ມື້
ຂອງການໄວ້ອາໄລ ລະລຶກເຖິງຄວາມເປັນວິລະບຸລຸດ ເຈົ້າໜ້າທີ່ລະດັບສູງ ຕໍ່ຊາວໂລກ
ແລະຊາວອາເມຣິກັນ ຜູ້ຮັກຊາດ.
ສະຖານທີ່ຝັງສົບ ບ່ອນສຸດທ້າຍຂອງທ່ານແມັກເຄນ ແມ່ນໄດ້ຈັດໃຫ້ຝັງຢູ່ຄຽງຂ້າງກັບ
ເພື່ອນສະນິດຂອງທ່ານ ທີ່ເປັນເພື່ອນຮ່ວມສະຖາບັນ ນາຍພົນ ຊັກ ລາຣ໌ຊັນ ຜູ້ຊຶ່ງໄດ້
ເສຍຊີວິດ ໃນປີ 2014 ນັ້ນ.
ນາງ ເດັບບີ ຣັສມູແຊນ ຈາກເມືອງອາຣ໌ໂນລ, ລັດແມຣີແລນດ໌, ນັ່ງໃນລົດຂອງລາວ ທີ່ເຝົ້າເບິ່ງ ຂະບວນການຊາປະນະກິດ ໃນພິທີຝັງ ທ່ານຈອນ ແມັກເຄນ, ສະມາຊິກສະພາສູງ ຈາກລັດ ອາຣີໂຊນາ, ໃນຄ້າຍທະຫານເຮືອ ທີ່ເມືອງແອນນາໂປລິສ, ລັດແມຣີແລນດ໌, ວັນອາທິດ ທີ 2 ກັນຍາ 2018. ທ່ານແມັກເຄນ ເສຍຊີວິດດ້ວຍໂຣກມະເຮັງສະໝອງ ຮວມອາຍຸໄດ້ 81 ປີ.
ທ່ານແມັກເຄນ ອະດີດນັກບິນ ທີ່ໄດ້ຕິດຄຸກໃນປາງສົງຄາມຫວຽດນາມ ເປັນເວລາຫຼາຍກວ່າ 5 ປີ ໃນຊຸມປີ 1960 ໄດ້ໄປປາກົດຕໍ່ໜ້າສາທາລະນະຊົນ ຄັ້ງສຸດທ້າຍທີ່ໂຮງຮຽນນາຍຮ້ອຍ ໃນເດືອນຕຸລາປີກາຍນີ້ ຕອນທີ່ທ່ານ ໄດ້ບອກກັບພວກນັກສຶກສາແລະໂຮງຮຽນ ວ່າໃຫ້ຕຽມການທ້າທາຍທັງຫຼາຍ ທີ່ທ່ານຍັງບໍ່ທັນໄດ້ປະເຊີນນັ້ນ.
“ຂ້າພະເຈົ້າຈະໄດ້ພົບເຫັນຄວາມຊົງກຽດ ທີ່ເປັນສ່ວນນຶ່ງຂອງຂ້າພະເຈົ້າ ທີ່ວ່າ ມັນສາມາດບອກກັບຂ້າພະເຈົ້າໄດ້ ໃນເວລາທີ່ມືດມົນທີ່ສຸດເປັນຫຼາຍໆຊົ່ວໂມງ,” ຊຶ່ງທ່ານໄດ້ເວົ້າໄປ ແລະໄດ້ກ່າວຕໍ່ໄປວ່າ “ແລະຂ້າພະເຈົ້າ ກໍໄດ້ກັບຄືນມາ ມາແລ້ວ ກໍມາອີກ ບ່ອນທີ່ຂ້າພະເຈົ້າໄດ້ຮຽນຮູ້ລ່ວງໜ້າເຖິງຄວາມຫວາດຫວັ່ນວ່າກຽດສັກສີຈະສູນເສຍໄປ.”
John McCain Funeral
ພິທີໄວ້ອາໄລເປັນການສ່ວນຕົວ ແມ່ນໄດ້ຈັດຂຶ້ນທີ່ໂບດຂອງໂຮງຮຽນນາຍຮ້ອຍທະຫານ ຕິດຕາມມາດ້ວຍພິທີແຫ່ສົບໄປຍັງສະຖານທີ່ຝັງສົບແນມລົງໄປເຫັນແມ່ນໍ້າ ແຊເວິນ. ມີພວກຜູ້ຄົນຫຼາຍຮ້ອຍຄົນ ຢືນລຽງລາຍເປັນແຖວຕາມທາງຫຼວງ ທີ່ເນັ່ງໄປສູ່ເມືອງອານາໂປລິສ ເພື່ອຄຳນັບ ໄວ້ອາໄລ ຕໍ່ທ່ານ ແມັກເຄນ ໃນຂະນະທີ່ຣົດມ້າບັນຈຸຫີບສົບເຄື່ອນຍ້າຍໄປຈາກນະຄອນຫຼວງວໍຊີງຕັນ ທີ່ຢູ່ໃກ້ໆ.
ໃນເວລາປະມານບ່າຍສີ່ໂມງ ຝູງເຮືອບິນກອງທັບ ກໍບິນເວີ່ນ ໃຫ້ກຽດແກ່ອະດີດນັກ
ບິນຂອງກອງທັບນາວີກະໂຍທິນຄົນດັ່ງກ່າວ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
Your browser doesn’t support HTML5
Thousands Pay Last Respects to McCain at US Capitol