ມີພັນຄົນ ເສຍຊີວິດ ໃນການໂຈມຕີ ຄັ້ງຫຼ້າສຸດ ຂອງກຸ່ມ ໂບໂກຮາຣຳ ຢູ່ ໄນຈີເຣຍ

ປ້າຍໂປສເຕີ້ ປະກາດຊອກຫາ ຜູ້ນຳຫົວຮຸນແຮງ Boko Hamram ນາຍ Abubakar Shekau.

ສະມາຊິກ​ສະພາ ​ໄນ​ຈີ​ເຣຍ ຄົນ​ນຶ່ງ​ກ່າວ​ວ່າ ຢ່າງ​ໜ້ອຍ 1,000
ຄົນ​ໄດ້​ເສຍ​ຊີວິດ ຈາກ​ການໂຈມ​ຕີ​ທີ່ຕໍ່​ເນຶ່ອງ ​ໂດຍ​ພວກ​ຫົວ​ຮຸນ
​ແຮງ ​Boko Haram.

ສະມາຊິກສະພາສູງ ທ່ານ​ Maina Maaji Lawan ກ່າວ​ຕໍ່ ວີ​
ໂອ​ເອ ວ່າ ກຸ່ມ Boko Haram “​ໄດ້ອາ​ລະວາ​ດ” ​ໃນ​ວັນ​ພຸດ​ທີ່
​ຜ່ານມາ ໂດຍ​ເຜົາ​ບ້ານ​ເຮືອ​ນ ຫລາຍ​ຫລັງ ຢູ່​ເມືອງ Baga ໃນ​
ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງປະເທດ​ແລະ ໝູ່​ບ້ານ​ທີ່ຢູ່
​ອ້ອມ​ແອ້ມ​ນັ້ນ.

ທ່ານ Lawan ​ຊຶ່ງເຂດຂອງ​ທ່ານແມ່ນ​ຮວມທັງເມືອງ Baga
ກ່າວ​ຢືນຢັນ​ເຖິງ ຈຳນວນຜູ້​ເສຍ​ຊີວິດວ່າ ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຮູ້​ຢູ່​ໃນ​ປັດ​ຈຸ​ບັນ​ນີ້ ​ແຕ່​ກ່າວ​ວ່າ “ບໍ່​ຢູ່​ໃນ​ຈຳນວນ​ຮ້ອຍ.”

Your browser doesn’t support HTML5

Security Experts: Nigeria, Neighbors Must Unite Against Boko Haram

ວີ​ໂອ​ເອ ​ໄດ້​ລົມ​ກັບ​ບັນດາ​ນັກວິ​ເຄາະ ທີ່​ຕິດ​ຕາມ​ເບິ່ງ​ສະພາບການ​ໃນ​ວັນ​ພະຫັດ​ວານ​ນີ້ ​
ທີ່​ກ່າວ​ວ່າ ຈຳນວນ​ຜູ້ເສຍຊີວິດ​ຂອງ ທ່ານ Lawan ປາກົດ​ວ່າເປັນ​ການຄາດ​ຄະ​ເນ​ສູງ
ແຕ່​ກໍບໍ່ໄດ້ປະຕິເສດເຖິງຄວາມເປັນໄປໄດ້.

ກຸ່ມ Boko Haram ​ໄດ້ຍຶດ​ເອົາ​ເມືອງ Baga ​ແລະ​ຄ້າຍ​ທະຫານ​ທີ່​ສຳຄັນ​ ​ແຫ່ງ​ນຶ່ງ​ໃນ​ວັນ​
ເສົາ ໂດຍຂັບ​ໄລ່​ພວກ​ທະຫານ​ໄນ​ຈີ​ເຣຍອອກໄປ ຫລັງ​ຈາກ​ໄດ້​ມີ​ການ​ສູ້​ລົບ​ກັນ​ໜັກ.
ທ່ານ Lawan ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ ປຸ້ນ​ເອົາ​ອາຫານ​ຢູ່ບັນດາ​ຮ້ານ​ຄ້າ​ທ້ອງຖິ່ນ ​
ແລະ​ຮ້ານ​ຂາຍ​ຢາ ກ່ອນເລີ້ມ​ມີ​ການ​ຍິງ​ກັນ​ໃນ​ຮອບ​ໃໝ່.

ບັນດາ​ເຈົ້າ​ໜ້າ​ທີ່ ​ແລະ​ຜູ້​ເຫັນ​ເຫດການ ກ່າວ​ວ່າ ຫລາຍ​ຮ້ອຍ​ຄົນ​ພາກັນ​ຫລົ​ບໜີ​ໄປ
​ເມືອງ​ Maiduguri ຊຶ່ງເປັນເມືອງຫລວງ​ຂອງ ລັດ Borno ​ເພື່ອ​ຫລົບໜີ​ຈາກ​ຄວາມຮຸນ
​ແຮງ. ອົງການ​ຂ່າວ​ຝຣັ່ງ ອ້າງ​ຄຳ​ເວົ້າ​ຊາວ​ເມືອງ Baga ວ່າ ພໍ່ຄ້າ​ຂາຍ​ປາ ທ້າວ Abu-
bakar Gamadi ກ່າວ​ວ່າ ອີກຫລາຍ​ຮ້ອຍຄົນ​ທີ່​ພາກັນ​ຫລົບໜີ ​ໄດ້​ຕິດ​ຄ້າງ​ຢູ່​ເກາະ​
ຕ່າງໆ​ໃນທະເລສາບ Chad ທີ່ຢູ່ໃກ້ຄຽງ.

ລາຍ​ງານ​ຫລ້າ​ສຸດ ​ໄດ້​ອອກ​ມາ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ປະທານາທິບໍດີ ​ໄນ​ຈີ​ເຣຍ ທ່ານ
Goodluck Jonathan ​ໄດ້​ເລີ້ມການ​ໂຄສະນາ​ເລືອກ​ຕັ້ງ​ຂອງ​ທ່ານ ຢູ່​ໃນ​ນະຄອນ Lagos
ຊຶ່ງເປັນເມືອງທີ່ໃຫຍ່​ສຸດ​ຂອງ ​ໄນ​ຈີ​ເຣຍ.

Your browser doesn’t support HTML5

NIGERIA BOKO HARAM VO