ລັດຖະສະພາ ສຫລ ສົ່ງຮ່າງກົດໝາຍ ປ້ອງກັນປະເທດ ໄປໃຫ້ ທໍານຽບຂາວ

ທະຫານສະຫະລັດ ຈາກກອງພັນທີ່ສອງ ໜ່ວຍປືນໃຫຍ່ທີ່ 32 ກໍາລັງຮັບຟັງຄໍາສັ່ງຜູ້ບັນຊາການ ກ່ອນອອກລາດຕະເວນ ທີ່ອີຣັກ.

ສະພາ​ສູງ​ ສະຫະ​ລັດ ​ໄດ້​ສົ່ງ​ຮ່າງ​ກົດໝາຍ​ປ້ອງ​ກັນ​ປະ​ເທດ ​ໄປ
​ໃຫ້ ປະທານ​າທິບໍດີ Barack Obama ທີ່​ຮ່ວມ​ທັງ​ການ​ຂື້ນ​ເງິນ
​ເດືອນນຶ່ງ​ເປີ​ເຊັນ ​ໃຫ້​ແກ່ທະຫານ ​ແລະ​ສະ​ເໜີ​ການ​ປ້ອງ​ກັນ​ໃໝ່
​ແກ່​ຜູ້​ເຄາະ​ຮ້າຍ​ຈາກ​ການ​ລວນ​ລາມ​ທາງ​ເພດຢູ່​ໃນ​ກອງ​ທັບ.

ສະພາ​ສູງ ​ໄດ້​ຜ່ານ​ມາດ​ຕະການດ່ັງກ່າວ​ດ້ວຍ​ຄະ​ແນນ​ສຽງ 84
ຕໍ່ 15 ​ສຽງໃນ​ຕອນ​ແລງ​ວັນ​ພະຫັດ ທີ່​ຜ່ານ​ມາ ລຸນ​ຫຼັງການ​ຮັບ​
ຜ່ານຈາກ ສະພາ​ຕໍ່າ ​ໃນ​ອາທິດ​ແລ້ວ​ນີ້.

ຮ່າງ​ກົດໝາຍ​ນີ້ຈະ​ໃຊ້​ງົບປະມາ​ນ ປະມານ 552 ພັນ​ລ້ານ​ໂດ​ລາ
​ແກ່​ການ​ປ້ອງ​ກັນ​ປະ​ເທດ ​ແລະ​ເກືອບ 81 ພັນ​ລ້ານ​ໂດ​ລາ​ ແກ່
ການ​ປະຕິບັດ​ງານ​ຢູ່​ນອກ​ປະ​ເທດ ຮ່ວມ​ທັງ​ສົງຄາມ​ໃນ ອັຟກາ​ນິສຖານ.

ງົບປະມານ​ດັ່ງກ່າວ ຍັງ​ຈະ​ນໍາ​ໃຊ້​ໃໝ່​ ​ໃນ​ການ​ຕັດສິນສະ​ຕາ​ກໍາ​ຂອງ​ຜູ້​ຕ້ອງ​ສົງ​ໃສ​ກໍ່​ການ​ຮ້າຍ
ທີ່​ຖືກຄຸມ​ຂັງໄວ້​ທີ່ອ່າວ Quantanamo ​ເຖິງ​ແມ່ນ​ວ່າ ມັນ​ບໍ່​ໄດ້​ບັນລຸເປົ້າ​ໜາຍ​ຂອງ ປະທານາ
ທິບໍດີ ທີ່​ຈະ​ປິດ​ຄຸກ​ກັກ​ຂັງ​ທັງໝົດນັ້ນ​ລົງ​.

ມາດ​ຕະການ​ຕ້ານການ​ລວນ​ລາມ​ທາງ​ເພດ ຮ່ວມ​ທັງ​ປົດ​ຊັ້ນ​ບັນດາ​ຜູ້​ບັນຊາ​ການ​ທະຫານ ​ໃນ​
ຄວາມ​ສາມາດ​ຂອງ​ເຂົາ​ເຈົ້າ ຈາກ​ການ​ຕັດສິນ​ຂອງ​ຂຸນສານ ທີ່ຕ້ອງ​ໃຫ້​ພົນລະ​ເຮືອນ​ເປັນ​ຜູ້​ພິ
ພາສາ ຖ້າ​ຫາກ​ວ່າ ຜູ້​ບັນຊາ​ການ​ປະຕິ​ເສດ​ບໍ່​ຈັບ​ກຸມ​ຄະ​ດີ​ດັ່ງກ່າວ ​ແລະ​ລົບ​ລ້າງມາດຕາ ຈໍາ
​ກັດຂອບ​ເຂດ ຂອງ​ສານ​ທະຫານ ​ໃນ​ຄະດີ​ຂົ່ມ​ຂືນຕ່າງໆ ​ແລະ​ ການລວນລາມ​ທາງ​ເພດ. ນອກ​
ນີ້ມັນ​ຍັງ​ຈະເປັນ​ຄວາມ​ຜິດອີກ​ໃນ​ການ ​ຕ້ານ ຜູ້ໄດ້​ຮັບເຄາະທີ່​ລາຍ​ງານ​ການ​ລວນ​ລາມ​ທາງ
​ເພດນັ້ນ.