ນຶ່ງມື້ຫລັງຈາກສະພາສູງສະຫະລັດ ໄດ້ປະຕິເສດຕໍ່ມາດຕະການຄວບຄຸມປືນສີ່ສະບັບ ຂໍ້ສະເໜີໃໝ່ ກໍໄດ້ປາກົດໂຕຂຶ້ນມາ ທີ່ອາດຈະຫລຸດຜ່ອນ ຄວາມໃຈຮ້າຍຂອງທັງສອງພັກ ທີ່ທາງສະພາສູງບໍ່ສາມາດດຳເນີນການຫຍັງໄດ້ຫລັງຈາກໄດ້ມີການຍິງສັງຫານໝູ່ທີ່ຮ້າຍ ແຮງເປັນປະຫວັດການ ໃນສະຫະລັດ ຢູ່ທີ່ເມືອງ Orlando ລັດ Florida.
ໂດຍໄດ້ຮັບການສະໜັບສະໜູນຈາກ ກຸ່ມຂອງສອງພັກການເມືອງທີ່ຮວມທັງສະມາຊິກສະພາສູງທີ່ເປັນກາງທີ່ສຸດ ມາດຕະການທີ່ໄດ້ເປີດເຜີຍໃຫ້ຮູ້ໃນວັນອັງຄານວານນີ້ແມ່ນ ຈະປະຕິເສດບໍ່ຂາຍປືນໃຫ້ແກ່ບັນດາຜູ້ຕ້ອງສົງໄສກໍ່ການຮ້າຍ ທີ່ຖືກຫ້າມບໍ່ໃຫ້ຂີ່ເຮືອບິນໂດຍສານແລະຈະຖືກກວດສອບຄວາມປອດໄພຢູ່ຕາມບັນດາເດີ່ນເຮືອບິນໃນສະຫະລັດ. ນອກນັ້ນ ມາດຕະການນີ້ ຍັງອະນຸຍາດໃຫ້ ພວກທີ່ມີຊື່ຢູ່ໃນບັນຊີວ່າ ມີການພົວພັນກັບການກໍ່ການຮ້າຍ ສາມາດທ້າທາຍຕໍ່ການພົບເຫັນຂອງລັດຖະບານແລະສາມາດໄດ້ຮັບເງິນຄ່າ ທຳນຽມດ້ານກົດໝາຍ ຄືນ ຖ້າຫາກວ່າຜູ້ພິພາກສາພິຈາລະນາວ່າເຂົາເຈົ້າຖືກຈັດເຂົ້າໃນ ບັນຊີຜູ້ກໍ່ການຮ້າຍດ້ວຍຄວາມຜິດພາດ.
ສະມາຊິກສະພາສູງສັງກັດພັກຣີພັບບລິກັນຈາກລັດ Maine ທ່ານນາງ Susan Collin ຊຶ່ງເປັນຜູ້ນຳພາໃນການສະເໜີມາດຕະການນີ້ກ່າວວ່າ “ເປົ້າໝາຍຂອງ ພວກເຮົາແມ່ນງ່າຍໆ ແລະຕົງໄປໜ້າ. ພວກເຮົາຕ້ອງການຢາກໃຫ້ອາເມຣິກາເປັນທີ່ປອດໄພ ແນ່ນອນການໂຈມຕີກໍ່ການຮ້າຍໃນເມືອງ San Bernardino ແລະເມືອງ Orlando ທີ່ໄດ້ເອົາຊີວິດຫລາຍຄົນນັ້ນແມ່ນເປັນການຮຽກຮ້ອງໃຫ້ມີການປະນີປະນອມ ການຮ້ອງຂໍໃຫ້ເອົາມາດຕະການ ຈາກສອງພັກ.
ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ຈາກລັດ Florida ທ່ານ Bill Nelson ຊຶ່ງເປັນຜູ້ຮ່ວມນຳສະເໜີມາດຕະການນີ້ ກ່າວວ່າ "ຂ້າພະເຈົ້າເປັນໜີ້ຕໍ່ປະຊາຊົນເມືອງ Orlando ເພື່ອໃຫ້ບາງສິ່ງບາງຢ່າງເປັນທີ່ເສັດສິ້ນ.
ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Cory Booker ຈາກລັດ New Jersey ຮ້ອງໃຫ້ມີຮ່າງກົດໝາຍຄວບຄຸມປືນ.
ຂໍ້ສະເໜີນີ້ ມີຜູ້ອຸບປະຖໍາທັງໝົດເກົ້າຄົນ ສີ່ຄົນຈາກພັກຣີພັບບລິກັນ ສີ່ຄົນຈາກພັກເດໂມແຄຣັດ ແລະອີກນຶ່ງຄົນເປັນສະມາຊິກສະພາສູງທີ່ບໍ່ສັງກັດພັກ ປາກົດໂຕຮ່ວມກັນ ຢູ່ກອງປະຊຸມຖະແຫຼງຂ່າວ ໃນຂະນະທີ່ຜູ້ໃຫ້ການສະໜັບສະໜູນໄດ້ປະສົບກັບຄວາມລົ້ມແຫຼວ ຫລັງຈາກການລົງຄະແນນສຽງ ໃນວັນຈັນ ທີ່ພັກຣີພັບບລິກັນ ໄດ້ປະຕິເສດມາດຕະການປະຕິຮູບການຄວບຄຸມປືນ ຂອງພັກເດໂມແຄຣັດ ແລະພັກເດໂມແຄຣັດກໍໄດ້ປະຕິເສດຕໍ່ມາດຕະການຂອງພັກຣີພັບບລິ ກັນ.
ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ John Cornyn ຈາກລັດ Texas.
ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານ Harry Reid ຈາກລັດ Nevada ກ່າວຫາສະມາ ຊິກພັກຣີພັບບລິກັນວ່າ ເປັນເຄື່ອງມືຂອງກຸ່ມວິ້ງເຕັ້ນເພື່ອສິດທິໃນການຄອບຄອງປືນ ທີ່
ມີອິດທິພົນທີ່ສຸດຂອງອາເມຣິກັນ.
ສະມາຊິກສະພາສູງ ພັກຣີພັບບບິກັນ ທ່ານ Patrick Toomey ຈາກລັດ Pennsylvania ໂດລົມກັບຜູ້ຊ່ວຍ ທີ່ລັດຖະສະພາ..
ທ່ານ Reid ກ່າວອີກວ່າ “ບັນດາສະມາຊິກພັກຣີພັບບລິກັນ ໄດ້ພິສູດໃຫ້ເຫັນ ອີກຄັ້ງນຶ່ງວ່າ ບໍ່ສຳຄັນວ່າການສັງຫານໝູ່ນີ້ໂຫດຮ້າຍພຽງໃດກໍຕາມ ການປະຕິ ບັດຂອງເຂົາເຈົ້າຈະຖືກສັ່ງການໂດຍສະມາຄົມປືນແຫ່ງຊາດ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
US Shooting Lynch