ສະມາຊິກສະພາ​ສູງພັກ Democrats ປະທ້ວງ ການ​ເລືອກ​ ລມຕ ​ກະຊວງສຶກສາ​ ຂອງທ່ານ ທຣຳ

Your browser doesn’t support HTML5

ສະມາ​ຊິກ​ພັກ Democrats ​ໄດ້​ຄວມຄຸມ​ສະພາ​ສູງ​ສະຫະລັດ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ການ
ວາງ​ແຜນ 24 ຊົ່ວ​ໂມງ ປະ​ທ້ວງ ຜູ້​ທີ່ປະທານາທິບໍດີ​ Donald Trump ​ເລືອກ​ເອົາ​ເປັນ​ລັດຖະມົນຕີ​ກະຊວງສຶກສາ​ທິການ​ ທ່ານ​ນາງ Betsy DeVos ​ໃນ​ອັນທີ່​ເອີ້ນ​ວ່າ ​ເປັນ​ການ​ແຂ່ງ​ຂັນ​ທາງ​ວິ​ໄສ​ທັດ​ຕໍ່ການໃຫ້​ທຶນຮອນ​ການ​ສຶກສາ​ສາທາລະນະ​ໃນ​ສະຫະລັດ.

ສະມາ​ຊິກ​ພັກ Republican 2 ຄົນ ​ໄດ້​ເຂົ້າ​ຮ່ວມ​ກັບ​ພັກ Democrats ​ໃນ​ການ​ຄັດ​ຄ້ານ
​ຕໍ່​ທ່າ​ນາງ DeVos ນັກທຸລະກິດ​ທີ່​ລ້ຳ​ລວຍ ຜູ້​ຊຶ່ງ​ບໍ່​ເຄີຍ ​ໄດ້​ເປັນ​ຄູບາ​ອາຈານ​ມາ​ກ່ອນ ​
ແຕ່​ວ່າ ​ໄດ້​ເປັນ​ຜູ້ນຳພາ ​ໃນ​ການ​ສະ​ເໜີ​ໃຫ້​ໂຮງຮຽນ​ຫຼວງ​ທັງຫຼາຍ ​ແຂ່ງຂັນກັບ ​ໂຮງຮຽນ​ເອກ​ກະ​ຊົນ ​ເພື່ອ​ຊັບພະ​ຍາກ​ອນ ທີ່​ອະນຸຍາດ​ໃຫ້ບັນດາ​ຄອບຄົວ​ທັງຫຼາຍ​ສາມາດ​ໃຊ້​ກອງ​ທຶນ ​ເພື່ອ​ທີ່​ຈະ​ສົ່ງ​ລູກ​ຂອງ​ເຂົາ​ເຈົ້າ ​ໄປ​ຮຽນ​ທີ່​ໃດ​ກໍ​ໄດ້ ຕາມ​ທາງ​ເລືອກ​ຂອງ​ພວກ​ເຂົາ​ເຈົ້າ.

​ເປັນ​ທີ່​ຄາດ​ກັນ​ວ່າ ການລົງ​ຄະ​ແນນ​ສຽງ​ 50 ຕໍ່ 50 ກ່ຽວ​ກັບ​ທ່ານ​ນາງ DeVos
ຂອງ​ສະພາ​ສູງຈະ​ມີ​ຂຶ້ນ​ໃນ​ວັນ​ອັງຄານ​ມື້ນີ້. ​ຖ້າ​ຫາກ​ວ່າ ມັນ​ເປັນ​ເຊັ່ນ​ນັ້ນ​ແລ້ວ ຮອງ​ປະທານາທິບໍດີ Mike Pence ກໍ​ຈະ​ລົງ​ຄະ​ແນນ​ສຽງ ​ເພື່ອ​ເລືອກ​ເອົາ​ທ່ານ​ນາງ DeVos ​ໃນ​ເວລາ​ທີ່​ມີ​ຄະ​ແນນ​ເທົ່າ​ກັນ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ໃນ​ການ​ເລືອກ​ເອົາ​ຜູ້​ຖືກ​ສະ​ເໜີ​ແຕ່ງຕັງ ​ໃນ​ຕຳ​ແໜ່​ງສະມາຊິກ​ລັດຖະບານ.

ປະທານາທິບໍດີ ສະຫະລັດ Donald Trump,ຊ້າຍ, ແລະທ່ານນາງ Betsy DeVos,ຂວາ, ຖ່າຍພາບຮ່ວມກັນ ທີ່ສະໜາມກ໊ອຟ ແຫ່ງຊາດ ຂອງທ່ານ Trump ໃນ Bedminster, N.J.

ທ່ານ​ນາງ Patty Murray ທີ່​ສັງກັດ​ພັກ​ເດ​ໂມ​ແຄຣັດຈາກ​ລັດ​ວໍ​ຊິງ​ຕັນ ກ່າວ​ວ່າ ພັກເດ​ໂມ​
ແຄ​ຣັດຈະ​ຄວບ​ຄຸມ​ສະພາ​ສູງ​ໃນ​ໄລຍະ 24 ຊົ່ວ​ໂມງ​ຕໍ່ໜ້າ ຈົນ​ກວ່າ​ການ​ລົງ​ຄະແນນ​ສຽງ​ຂັ້ນສຸດ​ທ້າຍ ຈະ​ເຮັດ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ສາມາດ ​ເພື່ອ​ຊັກ​ຊວນ​ສະມາຊິກ​ພັກ​ຣີພັບ​ບລີ​ກັນ​ອີກ​ຄົນ​ນຶ່ງ​ມາ​ຮ່ວມ​ກັບ​ພວກ​ເຮົາ.

ການ​ເຄື່ອນ​ໄຫວ​ຂອງ​ພັກ Democrats ​ແມ່ນ​ສະ​ລັບສັບ​ຊ້ອນ ​ໃນ​ຂະນະ​ທີ່ສະມາ​ຊິກ​
ພັກ Republican ຫຼາຍ​ສິບ​ຄົນ​ແມ່ນ​ສະໜັບສະໜຸນທ່ານ​ນາງ DeVos ​ເປັນ​ປະຫວັດ​ການ ​ແລະ​ວ່າ ຈະ​ບໍ່​ມີ​ຜູ້​ໃດ​ດອກ​ທີ່​ຈະ​ປ່ຽນ​ໃຈ​ໃນ​ຕອນ​ທີ່​ຖືກ​ກົດ​ດັນ ​ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ
ມັນ​ຍືດຍາວ ຈາກ​ຝ່າຍ​ຄ້ານ​ທາງ​ການ​ເມືອງ.

ພາບຈາກຈໍໂທລະພາບ ຂອງທ່ານນາງ Elizabeth Warren, ສັງກັດພັກ Democrats ລັດ Mass., ກ່າວໃນລັດຖະສະພາ Washington, ກ່ຽວກັບຜູ້ຖືກສະເໜີຊື່ເປັນລັດຖະມົນຕີກະຊວງສຶກສາທິການ ທ່ານນາງ Betsy DeVos, 6 ກຸມພາ, 2017.

ຕົວຢ່າງ​ເຊັ່ນ ສະມາຊິກ​ສະພາ​ສູງ ທ່ານ Pat Toomey ຈາກ​ລັດ Pennsylvania ສະມາຊິກພັກ Republican ນິຍົມ​ແນວທາງ​ປານ​ກາງ ​ໄດ້​ຖືກ​ແນະນຳ​ຈາກ​ພັກ Demo-
crats ທີ່​ຈະ​ລົງ​ຄະ​ແນນ​ສຽງ​ຕໍ່ຕ້ານທ່ານ​ນາງ DeVos ​ໄດ້​ອອກ​ຖະ​ແຫຼ​ງການສະບັບ​ນຶ່ງ
ໃນ​ສັບປະດາແລ້ວ​ນີ້ ທີ່​ໄດ້​ຍົກຍ້ອງ​ຜູ້​ຖືກ​ສະ​ເໜີ​ຊື່ ​ໃນ​ການ​ເຮັດ​ວຽກ​ເພື່ອ​ຮັບປະກັນ
“ພວກ​ເດັກນ້ອຍ​ທີ່​ຍາກຈົນ ທີ່​ໄດ້​ຕົກ​ຄ້າງ ​ໃນ​ໂຮງຮຽນ​ທີ່​ລົ້ມ​ແຫຼວນັ້ນ ​ໄດ້​ມີ​ໂອກາດ
​ແບບ​ດຽວ​ກັນ​ກັບ​ພວກ​ທີ່​ຮັ່ງມີ ​ແລະ ພວກ​ເດັກນ້ອຍ​ທີ່​ມີ​ສະຖານະ​ປານ​ກາງ​ ທີ່​ມີ​ໂອກາດ​ແບບ​ນັ້ນ​ແລ້ວ.”

​ແຕ່​ວ່າ ພັກ Republican ທີ່​ເຫັນ​ການ​ຊະນະ​ຂອງ​ການບຸກ​ເບີກຂອງ​ການ​ແຂ່ງ​ຂັນ ​ແລະ ການ​ມີ​ຕະຫຼາດ​ເສລີ ທາງ​ດ້ານ​ການ​ສຶກສາ ພວກ Democrats ​ເຫັນ​ຜູ້ນຳ​ຂອງ​ແຜນການນີ້​ແມ່ນ​ເຮັດ​ໃ​ຫ້ກອງ​ທຶນ ທີ່​ມີໜ້ອຍຢູ່​ແລ້ວ​ຂອງກອງ​ທຶນ​ຫຼວງ ແລະ​ເຮັດ​ໃຫ້​ລະດັບຂອງ​ລະບົບ​ການ​ສຶກສາ​ຂອງ​ອາ​ເມຣິກາ​ ຊຶ່ງ​ປະຈຸ​ບັນ​ນີ້ ​ໃຫ້​ບໍລິການ ​ນັກຮຽນ​ໃນປະມານ 9 ຂອງທຸກ 10 ຄົນ​ໃດ ​ໃນ​ປະ​ເທດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ