ຂໍ້ສະເໜີ ປະຕິຮູບ ຄົນເຂົ້າເມືອງ ຫຼາຍສະບັບ ຖືກປະຕິເສດ ໂດຍ ສະພາສູງ ສຫລ

ຈາກຊ້າຍ ສະມາຊິກສະພາສູງ ຊູຊານ ຄອລລິນສ໌ ພັກຣີພັບບລິກັນ ຈາກລັດເມນ ສະມາຊິກສະພາສູງ ແຈັຟ ເຟລກ ຈາກລັດອາຣິໂຊນາ ສະມາຊິກສະພາສູງໂຈ ແມນຈິນ ພັກເດໂມແຄຣັດ ຈາກລັດແວັສເວີຈີເນຍ ແລະ ສະມາຊິກສະພາສູງ ຈີນ ຊາຮີນ ພັກເດໂມແຄຣັດ ຈາກລັດນິວແຮມເຊີ.

ສະພາ​ສູງ​ສະຫະລັດ​ໃນ​ວັນ​ພະຫັດວານ​ນີ້ ​ໄດ້​ປະຕິ​ເສດຕໍ່ທັງ​ສີ່ຂໍ້​ສະ​ເໜີ​ກ່ຽວ​ກັບ​ພວກ
ຄົນ​ເຂົ້າ​ເມືອງ ທີ່​ທາງສະພາສູງໄດ້​ພິຈາລະນາ​ ເປັນເວລາ​ນຶ່ງ​ອາທິດເພື່ອ​ຫາທາງແກ້ໄຂ
ກ່ຽວກັບ​ຖານະ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ​ຂອງ​ພວກ​ຊາວ​ໜຸ່ມທີ່​ເຂົ້າ​ເມືອງບໍ່ມີເອກກະ
ສານ ຜູ້ຊຶ່ງອາດຈະຕົກ​ຢູ່​ໃນ​ຄວາມ​ສ່ຽງ​ໃນ​ການຖືກເນລະ​ເທດ ​ເລີ້ມ​ແຕ່ວັນ​ທີ 5 ມີ​ນາ​ນີ້ເປັນຕົ້ນໄປ.

ຂໍ້ສະເໜີ ທີ່ໄດ້ຖືກປະຕິເສດ​ຢູ່ໃນ​ສະພາສູງ ​ປະກອບດ້ວຍ ​ຂໍ້​ສະ​ເໜີ​ສອງ​ຝ່າຍ ທີ່​ອະ
ນຸມັດໃຫ້​ພວກ​ຊາວ​ໜຸ່ມ​ຄົນ ​ມີເສັ້ນທາງ​ໄປ​ສູ່່​ການ​ເປັນ​ສັນຊາດ ​ແລະ​ເພີ້ມ ​ການຮັກ
ຄວາມປອດໄພຢູ່ຕາມ​ຊາຍ​ແດນ​ສະຫະລັດ​ຊຶ່ງເປັນແຜ​ນແມ່ບົດກ່ຽວ ການ​ຄົນ​ເຂົ້າ​ເມືອງ​ຂອງປະທານາທິບໍດີ ​ດໍ​ໂນ​ລ ທຣໍາ ​ແລະ​ມາດ​ຕະການປາບ ປາມຢູ່​ຕາມ​ເມືອງ​ຕ່າງໆທີ່​ບໍ່
​ໃຫ້​ການ​ຮ່ວມ​ມື ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງຂອງ​ລັດຖະບານ​ກາງ.

​ແຜນ​ຂອງ​ປະທານາທິບໍດີ​ທຣໍາ ​ແມ່ນໄດ້​ຮັບຄະ​ແນນ​ສຽງ​ໜ້ອຍ​ທີ່ສຸດ​ຂອງ​ແຜນທັງ​ໝົດ ໂດຍໄດ້ຮັບແຕ່ພຽງ​ 39 ສຽງ ຂອງສະມາຊິກສະພາສູງ​ທັງໝົດ 100 ທ່ານ.​

Your browser doesn’t support HTML5

US Senate Rejects Immigration Reform Proposals

​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ທຳນຽບຂາວ​ໄດ້​ອອກ​ຖະ​ແຫລ​ງການ ​ກ່າວ​ວ່າ ສະມາ
ຊິກສະພາ​ສູງ​ພັກ​ເດ​ໂມ​ແຄຣັດໄດ້ “ກີດ​ກັ້ນ​ຂໍ້​ສະ​ເໜີ​ທີ່ຂ້ອນຂ້າງມີຄວາມເອື້ອເຟື້ອ​ກ່ຽວ
ກັບເສັ້ນທາງ​ໄປ​ສູ່​ການ​ເປັນ​ສັນຊາດ ​ເພາະ​ວ່າຂໍ້ສະເໜີນີ້​ຍັງ​ບັນຈຸ​ການປະຕິ​ຮູບ​ການ​ຮັກສາຄວາມປອດໄພຢູ່ຕາມ​ຊາຍ​ແດນ​ຂອງ​ພວກ​ເຮົາ ​ແລະລະບົບ​ຄົນ​ເຂົ້າ​ເມືອງ​ຂອງ
​ພວກ​ເຮົາ.”

ສະມາຊິກສະພາສູງ ທ່ານລິນເຊ ແກຣມ ພັກຣີພັບບລິກັນ ຈາກລັດຊາວ ຄາໂຣລີນາ ສະມາຊິກສະພາສູງ ທ່ານ ໄມຕ໌ ຣາວສ໌ ພັກຣີພັບບລິກັນ ຈາກລັດ ຊາວ ດາໂກຕາ ແລະ ສະມາຊິກສະພາສູງ ທ່ານນາງຊູຊານ ໂຄລລິນສ໌ ຈາກລັດເມນ.

ຖະ​ແຫລ​ງການ​ໄດ້​ກ່າວວ່າ ສະມາຊິກ​ພັກ​ເດ​ໂມ​ແຄຣັດ “​ເລືອກ​ເອົາ​ການ​ກີດ​ກັ້ນ ​ເພາະ
ວ່າ​ເຂົາ​ເຈົ້າ​ຖືກ​ຈັບເປັນ​ໂຕ​ປະກັນ​ ໂດຍພວກຫົວ​ຮຸນ​ແຮງ​ຝ່າຍ​ຊ້າຍ ​ຢູ່​ໃນ​ພັກ​ຂອງ​ເຂົາ​
ເຈົ້າ ທີ່​ຄັດຄ້ານຕໍ່ການ​ຄວບ​ຄຸມ​ຄົນ​ເຂົ້າ​ເມືອງໃດໆທັງ​ໝົດ.”

ຜູ້ນຳສະພາສູງສຽງສ່ວນໜ້ອຍ ທ່ານຈັກ ຊູເມີຣ ພັກເດໂມແຄຣັດ ຈາກລັດນິວຢອກ ຊ້າຍ ແລະສະມາຊິກສະພາສູງ ທ່ານດິກ ເດີບິນ ພັກເດໂມແຄຣັດ ຈາກລັດອີລລີນອຍ.

ສະມາຊິກ​ສະພາ​ສູງ​ ​ຄໍຣີ ກາດ​ເນີ ໄດ້ຂຽນ​ຂໍ້ຄວາມລົງ​ທາງ​ທວິດ​ເຕີ້​ວ່າ “ຂ້າ​ພະ​ເຈົ້າ​ຜິ​ດ
ຫວັງ ທີ່​ພວກ​ເຮົາ​ບໍ່​ສາມາດ ​ຊອກ​ຫາ​ການ​ແກ້​ໄຂໃນ​ມື້​ນີ້ ແຕ່ບໍ່​ໄດ້​ໝາຍ​ຄວາ​ມວ່າ ວຽກ
​ການ​ຂອງ​ພວກ​ເຮົາ​ສິ້ນ​ສຸດ​ລົງ​ໄປ.”

ສະມາຊິກສະພາສູງ​ພັກ​ເດ​ໂມ​ແຄຣັດ ທ່ານ​ຄຣິສ ຄູນ ຈາກ​ລັດ​ເດລາ​ແວໄດ້​ຂຽນ​ລົງ​ໃນ
​ທວິດ​ເຕີ້​ວ່າ ໂດຍ​ໃຊ້​ຄຳ​ເວົ້າ​ ທີ່​ບາງ​ຄັ້ງອະ​ທິບາຍ​ເຖິງ​ພວກຊາວ​ໜຸ່ມ​ເຂົ້າ​ເມືອງ​ຜິດ​ກົດ
ໝາຍ ທີ່​ໄດ້​ຖືກ​ນຳເຂົ້າ​ມາໃນສະຫະລັດ ໃນ​ເວລາ​ຍັງ​ເປັນ​ເດັກ ນ້ອຍຢູ່​ນັ້ນ​ວ່າ “ຂ້າພະ​
ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ໃນ​ຊະ​ຕາກໍາຂອງ​ພວກທີ່​ມີ​ຄວາມ​ຝັນ​ຢູ່​ທົ່ວ​ປະ​ເທດ ຜູ້ຊຶ່ງໃນປັດ
ຈຸບັນ ກຳລັງປະ​ເຊີ​ຍ​ກັບ​ອະນາ​ຄົດ​ທີ່​ບໍ່​ແນ່ນອນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ