ສະພາສູງ ຮັບຮອງເອົາ ຜູ້ທີ່ຖືກສະເໜີ ເປັນຫົວໜ້າ ອົງການຊີໄອເອ ຂອງລັດຖະບານ ທ່ານທຣຳ

ຫົວໜ້າອົງການສືບລັບ CIA ທີ່ຖືກແຕ່ງຕັ້ງ ສະມາຊິກສະພາຕໍ່າ ທ່ານ Micheal Pompeo ສັງກັດພັກຣີພັບບລິກັນ ຈາກລັດ Kansas.

ສະພາ​ສູງ​ສະຫະລັດ ​ຍັງ​ສືບ​ຕໍ່​ໃນ​ວັນ​ຈັນ​ວານ​ນີ້ ​ພິຈາ​ລະນາຮັບຮອງ​ເອົາບຸກຄົນ​ສຳຄັນໆ ໃນ​ຄະນະຮັກສາ​ຄວາມ​ໝັ້ນຄົງແຫ່ງ​ຊາດຂອງ​ປະທານາທິບໍດີ​ທຣໍາ ​ໂດຍ​ໃຫ້ການຢືນຢັນ ຕໍ່​ການ​ເລືອກ​ຂອງ​ທ່ານ​ເອົາຫົວໜ້າ​ອົງ​ການ​ສືບ​ລັບ CIA ສະມາຊິກສະພາ​ຕໍ່າສັງກັດ​ພັກ ຣີພັບ​ບລິ​ກັນທ່ານ Mike Pompeo ​ແລະ​ສົ່ງ​ຊື່ ຜູ້​ທີ່​ຖືກສະ​ເໜີ​ໃຫ້​ເປັນລັດຖະມົນຕີ​ຕ່າງປະ​ເທດ ​ຫົວໜ້າບໍລິຫານ​ບໍລິສັດ​ນໍ້າມັນ ທ່ານ Rex Tillerson ​ໄປ​ໃຫ້​ສະພາ​ສູງ​ຄົບ​ຄະນະ.

​ທ່ານ Pompeo ທີ່ໄດ້​ຮັບ​ການ​ຢືນຢັນ​ດ້ວຍ​ຄະ​ແນນ​ສຽງ​ອັນ​ຖ້ວມ​ລົ້ນ 66-32 ​ ​ໄດ້​ເຂົ້າ​ຮ່ວມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ John Mattis ​ແລະ​ລັດຖະ ມົນຕີກະຊວງ​ຮັກສາ​ຄວາມປອດ​ໄພ​ພາຍໃນ ທ່ານ John Kelly ທີ່ຢູ່​ໃນຖັັນ​ແຖວ​ລັດຖະບານທ່ານທຣໍາ. ຮອງ​ປະທານາທິບໍດີ ທ່ານ Mike Pence ​ໄດ້​ເປັນ​ຜູ້​ທຳ​ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງຂອງ​ທ່ານ Pompeo ຫລັງຈາກສະ ພາ​ສູງ​ໄດ້ລົງ​ຄະ​ແນນ​ສຽງ​ໃຫ້ການ​ຢືນຢັນ​ການແລ້ວ.

ບັນດາ​ສະມາຊິກ​ສະພາ​ສູງຈາກທັງ​ສອງ​ພັກ ​ໄດ້​ອ້າງ​ເຖິງ​ການ​ຮັບ​ໃຊ້​ຂອງ​ທ່ານ Pompeo ຢູ່​ໃນ​ຄະນະ​ກຳມະການ​ສືບ​ລັບຂອງ​ສະພາ​ຕໍ່າວ່າ ​ເປັນ​ເຫດຜົນ​ໃນ​ການ​ສະໜັບສະໜູນ​ ຕໍ່​ການ​ແຕ່ງຕັ້ງ​ທ່ານ.

ທ່ານ Richard Burr ທີ່​ສັງກັດ​ພັກ​ຣິພັບ​ລິ​ກັນ ຈາກ​ລັດ North Carolina ​ຊຶ່ງ​ເປັນປະ ທານຄະນະ​ກຳມະການຄວາມສຳພັນກັບຕ່າງປະເທດຂອງ​ສະພາ​ສູງ ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ບໍ່​ເຫັນວ່າ ມີ​ສະມາຊິກ​ລັດຖະສະພາຄົນ​ໃດ ທີ່​ໄດ້​ເດີ​ນ ທາງ​ອ້ອມ​ໂລກ​ຫລາຍ​ໄປ​ກວ່າ​ນີ້ ​ໃຊ້​ເວລາຫລາຍກວ່າ​ນີ້​ຢູ່​ອົງການ​ຊີ​ໄອ​ເອ ​ເຂົ້າ​ໃຈ​ເລື້ອງ​ພາຍ​ໃນ ​ແລະ​ພາຍ​ນອກວ່າ​ເຂົາ​ເຈົ້າ​ເຮັດ​ຫຍັງ ​ເຂົາ​ເຈົ້າ​ເຮັດ​ຢ່າງ​ໃດ ​ແລະ​ມັນ​ມີ​ຄວາມ​ສຳຄັນ​ຢ່າງ​ໃດ​ຕໍ່​ປະຊາຊົນ​ອາ​ເມຣິ ກັນ ​ແລະຄວາມ​ປອດ​ໄພ​ຂອງ​ປະ​ເທດ​ນີ້ ຫລາຍ​ກວ່າ​ທ່ານ Mike Pompeo​. ທ່ານ​ເປັນ​ຜູ້ມີ​ປະສົບ​ພະ ການ​ດີ​ ​ກ່ຽວ​ກັບ​ການ​ປະຕິບັດ​ງານ​ຂອງປະຊາ​ຄົມສືບ​ລັບ ສະມັດ​ຖະພາບ ແລະ​ການ​ໃຊ້ອຳນາດ.

ສະມາຊິກ​ສະພາ​ສູງ​ພັກເດ​ໂມ​ແຄຣັດ ທ່ານ Mark Warner ຈາກ​ລັດ Virginia ກ່າວ​ວ່າ “​ໃນ​ຂະນະ​ທີ່ສະມາຊິກ​ສະພາ​ຕໍ່າ Pompeo ​ແ​ລະ​ຂ້າພະ​ເຈົ້າ​ບໍ່​ເຫັນ​ດີ​ນຳ​ກັນ​ໃນ​ຫລາຍ​ບັນຫາ ​ແຕ່ຂ້າພະ​ເຈົ້າ​ເຊື່ອ​ວ່າ ທ່ານ​ສາມາດ​ຈະ ເປັນ​ຜູ້ນຳ​ທີ່ມີ​ປະສິດທິພາບ​ຢູ່​ອົງການ​ຊີ​ໄອເອ. ທ່າ​ນ​ໄດ້ເຮັດ​ໃຫ້​ຂ້າພະເຈົ້າ​ເຊື່ອໝັ້ນ​ວ່າ ທ່ານ​ຈະປະຕິບັດ​ຕາມ​ກົດໝາຍ ​ທີ່ຫ້າມ​
ບໍ່​ໃຫ້​ມີ​ການ​ທໍລະ​ມານ​ຕໍ່​ຜູ້​ຕ້ອງ​ສົງ​ໄສ​ເປັນ​ຜູ້​ກໍ່​ການ​ຮ້າຍ.”

ທ່ານ Pompeo ​ໄດ້​ຕິຕຽນ​ລັດຖະບານ Obama ທີ່​ຍຸຕິ​ໃນອັນ​ທີ່​ຮ້ອງ​ວ່າ “​ເທັກ​ນິກ​ໃນ ການ​ສືບສວນຢ່າງ​ກວ້າງຂວາງ.” ​ແຕ່ຢູ່​ໃນ​ການຮັບຟັງ​ຄຳ​ໃຫ້ການ ​ໃນອາ ທິດ​ແລ້ວ​ນີ້ ທ່ານ​ໄດ້​ໃຫ້ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ປະຕິບັດ​ຕາມ​ກົດໝາຍ​ສະຫະລັດ ​ໃນ​ການ​ດູ​ແລ​ພວກ​ນັກ​ໂທດ.

​ໃນ​ຂະນະ​ດຽວ​ກັນ ທ່ານ Tillerson ​ໄດ້​ຮັບ​ການ​ສະໜັບສະໜຸນໜູນ​ຈາກ​ສະມາຊິກ​ພັກຣີ ພັບ​ບລິ​ກັນ​ທັງ​ໝົດ ​ແລະ​ບໍ່​ມີ​ສະມາຊິກ​ພັກ​ເດ​ໂມ​ແຄຣັດຢູ່ໃນຄະນະ​ກຳ ມະການຄວາມ ສຳພັນກັບຕ່າງປະເທດຂອງ​ສະພາ​ສູງ ບ່ອນທີ່​ພັກຣີພັບ​ບລິ​ກັນ​ມີ​ ສຽງ​ສ່ວນ​ຫລາຍນຶ່ງ​ສຽງ​ນັ້ນ. ການສະ​ເໜີ​ແຕ່ງຕັ້ງ​ທ່ານເວລາ​ນີີ້ແມ່ນ​ຖືກ​ສົ່ງໄປໃຫ້​ສະພາ​ສູງ​ຄົບ​ຄະນະ ເພື່ອ​ລົງ​ຄະ​ແນນ​ສຽງຢືນຢັນຂັ້ນ​ສຸດທ້າຍ ຊຶ່ງ​ມີ​ທ່າ​ທາງ​ວ່າ ຈະ​ມີ​ຂຶ້ນ​ໃນອາທິດ​ນີ້.

Your browser doesn’t support HTML5

VP Pence Swears In Mike Pompeo as CIA Director

ທ່ານ Pompeo ​ໄດ້​ຕິຕຽນ​ລັດຖະບານ Obama ທີ່​ຍຸຕິ​ໃນອັນ​ທີ່​ຮ້ອງ​ວ່າ “​ເທັກ​ນິກ​ໃນ ການ​ສືບສວນຢ່າງ​ກວ້າງຂວາງ.” ​ແຕ່ຢູ່​ໃນ​ການຮັບຟັງ​ຄຳ​ໃຫ້ການ ​ໃນອາ ທິດ​ແລ້ວ​ນີ້ ທ່ານ​ໄດ້​ໃຫ້ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ປະຕິບັດ​ຕາມ​ກົດໝາຍ​ສະຫະລັດ ​ໃນ​ການ​ດູ​ແລ​ພວກ​ນັກ​ໂທດ.

ທ່ານ Rex Tillerson ໃຫ້ການຕໍ່ໜ້າຄະນະກຳມະການ ຄວາມສຳພັນຕ່າງປະທດສະພາສູງ.

ໃນ​ຂະນະ​ດຽວ​ກັນ ທ່ານ Tillerson ​ໄດ້​ຮັບ​ການ​ສະໜັບສະໜຸນໜູນ​ຈາກ​ສະມາຊິກ​ພັກຣີ ພັບ​ບລິ​ກັນ​ທັງ​ໝົດ ​ແລະ​ບໍ່​ມີ​ສະມາຊິກ​ພັກ​ເດ​ໂມ​ແຄຣັດຢູ່ໃນຄະນະ​ກຳ ມະການຄວາມ ສຳພັນກັບຕ່າງປະເທດຂອງ​ສະພາ​ສູງ ບ່ອນທີ່​ພັກຣີພັບ​ບລິ​ກັນ​ມີ​ ສຽງ​ສ່ວນ​ຫລາຍນຶ່ງ​ສຽງ​ນັ້ນ. ການສະ​ເໜີ​ແຕ່ງຕັ້ງ​ທ່ານເວລາ​ນີີ້ແມ່ນ​ຖືກ​ສົ່ງໄປໃຫ້​ສະພາ​ສູງ​ຄົບ​ຄະນະ ເພື່ອ​ລົງ​ຄະ​ແນນ​ສຽງຢືນຢັນຂັ້ນ​ສຸດທ້າຍ ຊຶ່ງ​ມີ​ທ່າ​ທາງ​ວ່າ ຈະ​ມີ​ຂຶ້ນ​ໃນອາທິດ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Trump Cabinet