ລົດ​ຂັບ​ດ້ວຍ​ຕົວມັນເອງ ແມ່ນໃກ້ ຈະກາຍເປັນ ຄວາມແທ້ຈິງ ແລ້ວ

Your browser doesn’t support HTML5

ຊົມວີດີໂອ ລາຍງານນີ້

ພວກ​ເຮົາ​ກຳລັງ​ຢູ່​ໃນ​ໄລຍະເລີ້ມຕົ້ນຂອງຍຸກ​ສະ​ໄໝ ລົດ​ຫຸ່ນ​ຍົນ
​ແລະພວກ​ເຮົາກໍ​ຄວນ​ຈະເລີ້ມ​ ມີ​ຄວາມເຄີຍຊິນ ​ໃນ​ການ​ເຫັນ​
ລົດ​ທີ່​ຂັບ​ດ້ວຍ​ຕົວ​ມັນ​ເອງ ຢ່າງ​ນ້ອຍຢູ່​ຕາມທ້ອງຖະໜົນຫລວງ
ສາຍ​ຕ່າງໆ. ບັນດາຜູ້​ຜະລິດ​ລົດ​ເກັງ ​ແລະລົດ​ບັນທຸກ ໃນປັດຈຸ
ບັນ​ນີ້ ກຳລັງມີ​ການ​ແຂ່ງຂັນ​ກັນ​ຢ່າງ​ຂຸ້ນຂ້ຽວ ​ເພື່ອ​ເບິ່ງ​ວ່າ ຜູ້​ໃດ
​ຈະ​ເປັນ​ຄົນ​ທຳ​ອິດ ທີ່ສາມາດນຳເອົາ ລົດຂອງຕົນ​ລົງ​ສູ່​ຖະໜົນ
ໄດ້​ກ່ອນໝູ່ ​ໃນ​ຂະນະ​ດຽວ​ກັນ ບັນດາ​ບໍລິສັດ ລົດ​ແທັກຊີ້ ບາງ
​ສ່ວນ ​ໄດ້​ມີ​ແຜນການ ທີ່​ຈະ​ຍົກ​ລະດັບລົດ​ຂອງພວກ​ເຂົາ​ເຈົ້າ
ຢູ່​ແລ້ວ. ຜູ້​ສື່​ຂ່າວ​ວີ​ໂອ​ເອ George Putic ມີ​ລາຍ​ລະອຽດ​ຕື່ມ​ອີກ
ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານ ລົດ​ຂັບ​ດ້ວຍ​ຕົວມັນເອງ ແມ່ນໃກ້ ຈະກາຍເປັນ ຄວາມແທ້ຈິງ ແລ້ວ

ຢູ່​ທີ່​ງານ​ແຂ່ງຂັນ ລົດ​ຂັບ​ດ້ວຍ​ຕົວມັນເອງ ຄັ້ງທຳ​ອິດ​ຂອງ​ໂລກ ​ເມື່ອ​ປີ 2004 ບໍ່​ມີ​ລົດຍົນ​
ຄັນ​ໃດເລີຍ ແລ່ນ​ໃນ​ສະໜາມ​ໄດ້ຢ່າງ​ສຳ​ເລັດ ​ເຖິງ​ແມ່​ນວ່າ ຈະ​ມີ​ເຄື່ອງ​ເຊັນ​ເຊີ້ ​ເຣດາ
​ເລ​ເຊີ້ ​ແລະກ້ອງຖ່າຍ​ພາບຕ່າງໆ ເຫຼົ່ານັ້ນ​ ຕິດຕັ້ງຢູ່​ໃນ​ລົດ ກໍ​ຕາມ.

​ໃນ​ປີຕໍ່​ມາ ລົດ 5 ຄັນ ໄດ້ແລ່ນ​ໄປ​ຮອດ​ຈຸດໝາຍ​ສຸດ​ທ້າຍ ຂອງ​ສະໜາມ ​ແລະໃນ​ປີ
2007 ມີລົດ 6 ຄັນ​ ໄດ້​ສຳ​ເລັດ​ການ​ທົດ​ສອບ​ ທີ່​ທ້າ​ທາຍຫຼາຍ​ເກີນ​ກວ່ານັ້ນອີກ ​ໂດຍ
​ຂັບ​ຜ່ານ​ຖະໜົນ ທີ່​ຈຳລອງ​ສະພາບ​ການ​ສັນຈອນຕ່າງໆ ​ແລະ ປະຕິບັດຕາມ​ປ້າຍ​
ຈະລາຈອນ​ຕ່າງໆ ນຳ​ດ້ວຍ. ​

​ໃນ​ປັດຈຸບັນ​ນີ້ ບັນດາ​ຜູ້​ຜະລິດ ລົດ​ເກັງ ​ແລະ​ລົດ​ບັນທຸກ ລາຍໃຫຍ່​ທີ່​ສຸດ​ຂອງ​ໂລກ​
ສ່ວນ​ໃຫຍ່ ​ແມ່ນ​ກຳລັງ​ທົດ​ລອງ ພວກ​ລົດຍົນ​ທີ່​ສະຫຼຽວສະຫຼາດ ​ໂດຍ​ມີ​ເປົ້າໝາຍຫຼັກ
ທີ່​ຈະ​ນຳ​ເອົາ​ການ​ຂັບ​ລົດ ​ທີ່​ເມື່ອຍ​ເພຍ ​ແລະ ໜ້າ​ເບື່ອ ອອກ​ໄປ​ຈາກ​ຖະໜົນຫຼວງ.

ບໍລິສັດ Google ​ໄດ້​ທຳ​ການ​ທົດ​ລອງ ​ພວກລົດ​ທີ່​ຂັບ​ດ້ວຍ​ຕົວມັນ​ເອງ ມາ​ໄດ້ຫຼາຍປີ​ແລ້ວ.

ລົດ​ບັນທຸກ ສະຫຼຽວສະຫຼາດ ທີ່ປ​ະກອບ​ດ້ວຍ​ເຄື່ອງ​ມືຕ່າງໆ​ ຢ່າງ​ຄົບ​ຖ້ວນ ຜະລິດ​ໂດຍ
ບໍລິສັດ Daimler-Benz ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ທຳ​ການເດີນທາງ ​ເປັນ​ຄັ້ງທຳ​ອິດ ​ໃນຖະ
ໜົນຫຼວງ ຂອງ​ເຢຍຣະມັນ ທີ່ປະ​ປົນ​ໄປ​ກັບ​ລົດຄັນ​ອື່ນໆ ຢ່າງ​ເປັນອິດສະຫລະ ​ແລະ
ດ້ວຍຄວາມປອດ​ໄພ ​ໃນທ້ອງຖະໜົນ ທີ່ມີລົດສັນຈອນ​ ຢ່າງ​ໜາ​ແໜ້ນ.

ບັດ​ນີ້ ບໍລິສັດ ​Toyota ຂອງ​ຍີ່ປຸ່ນ ກ່າວ​ວ່າ ພາຍໃນທ້າຍປີນີ້ ຕົນກໍ ຈະເລີ້ມຈຳໜ່າຍ
ລົດຫຼູຫຼາ 3 ລຸ້ນ ຍີ່ຫໍ້ Lexus ທີ່ມີ ເທັກໂນໂລຈີ ຂັບດ້ວຍຕົວມັນເອງ.

ທ່ານ Moritaka Yoshida ຈາກບໍລິສັດ ໂຕໂຍຕ້າ ໂມເຕີ ເວົ້າວ່າ “ເກືອບໝົດທຸກສິ່ງ
ທີ່ຜູ້ຂັບ ຕ້ອງໄດ້ເຮັດ ຢູ່ຕາມທ້ອງຖະໜົນຫຼວງນັ້ນ ແມ່ນຈະສາມາດເຮັດໄດ້ ໂດຍການຂັບອັດໂຕໂນມັດ.”

ດ້ວຍການນຳໃຊ້ເຄື່ອງເຊັນເຊີ້ຕ່າງໆ ເຊັ່ນ ລະບົບບອກຕຳແໜ່ງຂອງໂລກ ຫຼື GPS
ແລະ ເທັກໂນໂລຈີ ໄຮ້ສາຍ ໄລຍະສັ້ນ ຊຶ່ງພວກລົດນີ້ ຈະສື່ສານກັບ ລົດ “ສະຫຼາດ”
ຄັນອື່ນໆ ແລະໂຄງສ້າງຂ້າງຖະໜົນ ເພື່ອຕິດຕາມເບິ່ງການສັນຈອນ ທີ່ຢູ່ອ້ອມແອ້ມ
ແລະເຕືອນຄົນຂັບ ໃຫ້ຮູ້ເຖິງອັນຕະລາຍຕ່າງໆ ທີ່ອາດເກີດຂຶ້ນໄດ້.

ທ່ານ Yoshida ເວົ້າວ່າ “ພວກເຮົາຕ້ອງການ ຢາກຈະຫລຸດຜ່ອນ ອຸບັດຕິເຫດ
ໃນທ້ອງຖະໜົນ ການສູນເສຍຊີວິດ ແລະ ການໄດ້ຮັບບາດເຈັບ ທີ່ມາຈາກ ອຸບັດຕິເຫດຕ່າງໆ ແລະເພື່ອຜ່ອນຄາຍ ສະພາບລົດຕິດ ທີ່ມີຢູ່ທົ່ວໄປຕາມທາງ ດ່ວນຕ່າງໆ. ນອກຈາກນັ້ນ ພວກເຮົາ ຕ້ອງການຢາກຈະສະໜອງ ພາຫະນະ
ປະເພດ ທີ່ເປັນອິດສະຫຼະຫຼາຍຂຶ້ນ ສຳຫລັບໝົດທຸກຄົນ ລວມທັງ ຜູ້ເຖົ້າຜູ້ແກ່
ແລະຜູ້ທີ່ພິການ.”

ໃນຂະນະນີ້ ບໍລິສັດລົດແທັກຊີ້ຕ່າງໆ ທີ່ມີລົດເປັນຈຳນວນຫຼວງຫຼາຍ ໄດ້ວາງແຜນ ທີ່
ຈະຍົກລະດັບລົດ ຂອງພວກເຂົາເຈົ້າແລ້ວ.

ບໍລິສັດ Robot Taxi ຂອງຍີ່ປຸ່ນ ກ່າວວ່າ ຕົ້ນປີໜ້ານີ້ ຕົນຈະເລີ້ມ ທົດລອງລົດຕູ້ ທີ່ຂັບ
ດ້ວຍຕົວມັນເອງ ຢູ່ໃນບໍລິເວນ ທີ່ຍັງບໍ່ມີການຂົນສົ່ງມວນຊົນເທື່ອ.

ໃນຂະນະທີ່ກົດໝາຍຕ່າງໆໃນຍີ່ປຸ່ນ ປັດຈຸບັນນີ້ ບໍ່ອະນຸຍາດໃຫ້ລົດ ທີ່ບໍ່ມີຄົນຂັບ ແລ່ນໄດ້
ຢູ່ເທິງຖະໜົນຫຼວງ ພວກເທັກຊີ້ຫຸ່ນຍົນ ຈະມີ ຄົນຂັບ ທີ່ໄດ້ຮັບການເຝິກອົບຮົມມາ ເປັນພິເສດ ເພື່ອຈະເຂົ້າຄວບຄຸມ ພວງມະໄລ ໃນກໍລະນີທີ່ເກີດເຫດການສຸກເສີນຂຶ້ນ.

New computer applications are changing the ways we live and work, from travel to manufacturing.Mike O'Sullivan spoke with developers at a recent forum in San Francisco about trends in technology that is embedded and connected.

A virtual reality viewer works with a smart phone and another is embedded in eyewear.They're the devices that make news.

(DOUG DAVIS, INTEL)
"Those are the ones that as consumers we see, and those are kind of exciting.But we're starting to see a big impact in areas like industrial or manufacturing.You're now connecting machines in factories and analyzing data in ways you never were able to before."

The German company ProGlove is integrating scanning and motion tracking functions into gloves for factory workers, to keep track of inventory.

(SEBASTIAN PETRUCH, PROGLOVE)
"We mainly focus on automotive manufacturing and logistics, and, in these industries, you have a very high efficiency pressure."

The transformation is far-reaching.The Ebola crisis led to a portable system to store and retrieve patient records at isolated clinics in Africa.

(KEN KRIEGER, HARDWARE ENGINEER)
"Something that can be sterilized, dunked in chlorine to kill the Ebola, and would support being used in very rugged, really hostile environments for technology."

Behind-the-scenes technology keeps track of temperatures in our homes and climate conditions in a farmer's greenhouse.

(GENEVIEVE BELL, INTEL)
"In the future, not right now but in the future, we will have a whole lot of things in our world, in our homes, in our businesses, in our cars that are connected."

She says it is starting to happen, and that from commuting andshipping to energy production, embedded technology is making our systems more efficient.